ສປ. ຈີນ ສະໜອງອາຫານທ່ຽງໃຫ້ແກ່ໂຮງຮຽນ 1.700 ກວ່າແຫ່ງ ໃນສປປ ລາວ

     ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບອົງການອາຫານໂລກ ແລະ ອົງການຊ່ວຍເຫຼືອເພື່ອການພັດທະນາສາກົນຂອງຈີນ ໄດ້ລົງນາມການຮ່ວມມືເພື່ອສົ່ງເສີມດ້ານໂພສະນາການໃຫ້ແກ່ນັກຮຽນໃນ ສປປ ລາວ ໂດຍການສະໜອງອາຫານເສີມໃຫ້ແກ່ໂຄງການອາຫານໃນໂຮງຮຽນແຫ່ງຊາດ ເພື່ອຊ່ວຍລັດຖະບານລາວໃນການຫຼຸດຜ່ອນອັດຕາການຂາດສານອາຫານຂອງເດັກນ້ອຍຢູ່ໃນ ສປປ ລາວ.

    ພິທີດັ່ງກ່າວ ໄດ້ຈັດຂຶ້ນວັນທີ 22 ພະຈິກ 2022 ທີ່ໂຮງແຮມແລກມາກ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ຢານ ເດວບາເຣີ ຜູ້ອຳນວຍການອົງການອາຫານໂລກ ປະຈຳ ສປປ ລາວ ທ່ານ ຊຽງ ຟາງຈຽງ ທີ່ປຶກສາສະຖານທູດຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

    ທ່ານ ຊຽງ ຟາງຈຽງ ກ່າວວ່າ:  ການຊ່ວຍເຫຼືອດັ່ງກ່າວນີ້  ແມ່ນເພື່ອຊ່ວຍເຫຼືອລັດຖະບານລາວ ບັນລຸເປົ້າໝາຍໃນການຫຼຸດຜ່ອນອັດຕາການຂາດສານອາຫານໃນເດັກນ້ອຍ ເຊິ່ງ ສປ.ຈີນ ໄດ້ສະໜອງເຂົ້າສານຈ້າວ ແລະ ປາກະປ໋ອງເຂົ້າໃນໂຄງການອາຫານທ່ຽງ ເພື່ອເປັນການເພີ່ມອາຫານທ່ຽງໃຫ້ນັກຮຽນຊັ້ນປະຖົມຈຳນວນ 132.450 ຄົນ ຢູ່ 1.400 ກວ່າແຫ່ງໃນສປປ ລາວ ເຂົ້າສານຈ້າວຈຳນວນ 930 ໂຕນ ແລະ ປາກະປ໋ອງ 120 ໂຕນ ທີ່ ສປ.ຈີນ ສະໜອງຜ່ານທາງອົງການອາຫານໂລກ ຈະຊ່ວຍໃຫ້ກະຊວງສຶກສາທິການ ແລະ ກີລາ ສາມາດນຳໄປຈັດຕັ້ງປະຕິບັດວຽກງານອາຫານໃນໂຮງຮຽນແຫ່ງຊາດຢູ່ 31 ເມືອງ ໃນ 8 ແຂວງ ເຊິ່ງເລີ່ມຈັດຕັ້ງໃນພາກຮຽນທີ່ຈະມາເຖິງນີ້ ໂຄງການອາຫານທ່ຽງໃນໂຮງຮຽນ ແມ່ນແຜນງານລະດັບຊາດ ທີ່ເລີ່ມຕົ້ນດ້ວຍການສະໜັບສະໜູນຈາກອົງການອາຫານໂລກ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ ວຽກງານດັ່ງກ່າວໄດ້ຂະຫຍາຍຈາກ 56 ໂຮງຮຽນ ໃນ 2 ແຂວງ ໄປເປັນ 1.700 ກວ່າໂຮງຮຽນ ໃນ 12 ແຂວງ ໃນປີ 2022.

# ຂ່າວ  ຊີລິການດາ

error: Content is protected !!