ເຄື່ອນຍ້າຍອັດຖິຂອງທ່ານ ສີທົນ ກົມມະດໍາ ໄປສະຖິດໄວ້ທີ່ສຸສານນັກຮົບປະຕິວັດແຫ່ງຊາດ

    ພິທີເຄື່ອນຍ້າຍອັດຖິຂອງທ່ານ ສີທົນ ກົມມະດໍາ ອາດີດຮອງປະທານສະພາປະຊາຊົນສູງສຸດ ຊຸດທີ I ໄປສະຖິດໄວ້ທີ່ສຸສານນັກຮົບປະຕິວັດແຫ່ງຊາດ ຫຼັກ 24 ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 20 ພະຈິກ 2022 ນໍາໂດຍທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ມີບັນດາທ່ານຄະນະປະຈໍາສະພາແຫ່ງຊາດ ພະນັກງານ-ລັດຖະກອນ ພາຍໃນສະພາແຫ່ງຊາດ ແລະ ຍາດພີ່ນ້ອງເຂົ້າຮ່ວມ.

    ທ່ານ ສີທົນ ກົມມະດຳ ເກີດວັນທີ 13 ສິງຫາ 1910 ທີ່ບ້ານທົ່ງຫວາຍ ຕາແສງທົ່ງຫວາຍ ເມືອງປາກຊ່ອງ ແຂວງຈຳປາສັກ ເປັນບຸດຂອງເຈົ້າພະຍາຂອມ ກົມມະດໍາ (ອົງກົມມະດໍາ) ແລະ ນາງ ແພງສີ ກົມມະດໍາ ເຊິ່ງເປັນຄອບຄົວເຈົ້າກົກເຈົ້າເຫຼົ່າໃນຊົນເຜົ່າລະເວນ (ຢຣຸ) ທີ່ມີຄວາມຮັກຊາດ ເນື່ອງຈາກພໍ່ຂອງທ່ານເປັນເຈົ້າກົກເຈົ້າເຫຼົ່າຂອງຊົນເຜົ່າລະເວນ ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ເປັນນັກຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມຣິກາຢ່າງທະນົງອົງອາດ ແລະ ບໍ່ຍອມຈຳນົນ ເມື່ອອາຍຸ 7 ປີ ທ່ານໄດ້ຮຽນໜັງສືຂອມເປັນພາສາລາວເທິງ ເຊິ່ງແມ່ນພໍ່ຂອງທ່ານເປັນຜູ້ຄົ້ນຄິດປະດິດສ້າງຂຶ້ນມາດ້ວຍຕົນເອງ ເມື່ອອາຍຸໄດ້ 13 ປີ ທ່ານກໍໄດ້ເປັນສະໝຽນຂອງພໍ່ ແລະ ໄດ້ເຝິກແອບວິຊາປ້ອງກັນຕົວ ທ່ານໄດ້ຮັບການສຶກສາອົບຮົມຈາກພໍ່ແມ່ໃຫ້ມີນ້ຳໃຈຮັກເຊື້ອແພງຊາດ ຮັກຄວາມເປັນທຳ ມີຈິດໃຈເດັດດ່ຽວ ອົງອາດກ້າຫານຕໍ່ສູ້ກັບສັດຕູ ໂດຍບໍ່ຍອມກົ້ມຫົວເປັນຂ້ອຍຂ້າ ແລະ ບໍ່ຍອມຖືກກົດຂີ່ຂູດຮີດຈາກຈັກກະພັດຕ່າງດ້າວຢ່າງເດັດຂາດ ຍອມຕາຍດີກ່ວາຍອມຈຳນົນຕໍ່ສັດຕູ ເມື່ອອາຍຸ 18 ປີ ທ່ານກໍໄດ້ເປັນທະຫານຄຽງບ່າຄຽງໄຫຼ່ກັບພໍ່ເພື່ອຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນຝຣັ່ງ. ໃນພາລະກິດການປະຕິວັດເພື່ອຮັບໃຊ້ປະເທດຊາດຂອງທ່ານ ສີທົນ ກົມມະດຳ ໄດ້ຜ່ານຫຼາຍຂະບວນການຕໍ່ສູ້ທີ່ຫຍຸ້ງຍາກລຳບາກ ແຕ່ທ່ານກໍບໍ່ຍອມຈຳນົນ ຈົນປະເທດຊາດໄດ້ຮັບການປົດປ່ອຍ ພາຍຫຼັງປະເທດໄດ້ຮັບການປົດປ່ອຍຢ່າງສົມບູນ ໃນວັນທີ 2 ທັນວາ ປີ 1975 ປະເທດໄດ້ຮັບການສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ໄຂຂຶ້ນຢູ່ນະຄອນຫຼວງວຽງຈັນເປັນຄັ້ງທໍາອິດ ເຊິ່ງທ່ານໄດ້ຮັບການເລືອກຕັ້ງເປັນຮອງປະທານສະພາປະຊາຊົນສູງສຸດ ຊຸດທີ I ຂອງປະເທດລາວ.  

    ໃນພິທີເຄື່ອນຍ້າຍອັດຖິຄັ້ງນີ້ ທ່ານ ນາງ ສູນທອນ ໄຊຍະຈັກ ກ່າວວ່າ ຕາງໜ້າໃຫ້ແກ່ການນຳພັກ-ລັດ ກໍຄືສະພາແຫ່ງຊາດ ພະນັກງານ-ລັດຖະກອນ ກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ຂໍຈົດຈຳຄຸນງາມຄວາມດີ ແລະ ຜົນງານຂອງທ່ານ ສີທົນ ກົມມະດໍາ ໄວ້ຢ່າງບໍ່ມີວັນຫຼົງລືມ ຄຸນງາມຄວາມດີຂອງທ່ານຍັງຝັງເລິກຢູ່ໃນດວງໃຈຂອງປະຊາຊົນລາວບັນດາເຜົ່າສະເໝີ ວິຖີຊີວິດ ຄວາມຕັ້ງໃຈເດັດດ່ຽວ ຄວາມເສຍສະຫຼະທີ່ຍິ່ງໃຫຍ່ຂອງທ່ານ ຈະເປັນບົດຮຽນທີ່ດີໃຫ້ແກ່ຄົນຮຸ່ນຫຼັງໄດ້ເອົາເປັນແບບຢ່າງໃນການດຳເນີນວຽກງານສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆໄປ ຈາກຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ສະນັ້ນ ກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫ້ອງວ່າການສູນກາງພັກ ສະພາແຫ່ງຊາດ ແລະ ລັດຖະບານ ຈຶ່ງຕົກລົງນຳເອົາອັດຖິຂອງທ່ານມາສະຖິດໄວ້ຢູ່ສຸສານນັກຮົບປະຕິວັດຫຼັກ 24 ຢ່າງສົມກຽດ.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!