KP ມອບເງິນອຸປະຖໍາໃຫ້ນັກກີລານະຄອນຫຼວງວຽງຈັນເຂົ້າຮ່ວມແຂ່ງຂັນໃນງານມະຫະກໍາກີລາແຫ່ງຊາດ

     ວັນທີ 21 ພະຈິກ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ jin xiao ying ອໍານວຍການໃຫຍ່ບໍລິສັດ KP ກໍ່ສ້າງ ຈໍາກັດ ໄດ້ມອບເງິນອຸປະຖໍາໃຫ້ນັກກີລານະຄອນຫຼວງວຽງຈັນເຂົ້າຮ່ວມແຂ່ງຂັນໃນງານມະຫະກໍາກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຂຽງຂວາງເປັນເຈົ້າພາບ ຈໍານວນ 100.000.000 ກີບ ຕາງໜ້າຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ໂອກາດນີ້ ທ່ານ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕາງໜ້າມອບໃບຍ້ອງຍໍຂອງເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ແກ່ບໍລິສັດ KP ກໍ່ສ້າງ ຈໍາກັດ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ບໍລິສັດດັ່ງກ່າວ ທີ່ເຫັນໄດ້ເຖິງຄວາມສໍາຄັນໃນການເຂົ້າຮ່ວມງານມະຫະກໍາກີລາແຫ່ງຊາດທີ່ຊຽງຂວາງຄັ້ງນີ້ ພ້ອມນັ້ນຍັງໃຫ້ຄໍາໝັ້ນສັນຍາວ່າຈະນໍາໃຊ້ເງິນຈໍານວນດັ່ງກ່າວເຂົ້າໃນການຊຸກຍູ້ສົ່ງເສີມນັກກີລາຂອງນະຄອນຫຼວງວຽງຈັນທີ່ເຂົ້າຮ່ວມການແຂ່ງຂັນໃຫ້ມີປະສິດທິຜົນສູງ ແລະ ສາມາດຍາດໃຫ້ໄດ້ຫຼາຍລາງວັນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!