ກະຊວງ ຜທ ເຊື່ອມຊຶມເອກະສານສຳຄັນຂອງຊາດ

    ວັນທີ 22 ພະຈິກ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເປັນປະທານຂອງທ່ານ ນາງ ຄໍາຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງ ຜທ ມີບັນດາກໍາມະການປະຈໍາພັກ ຄະນະບໍລິຫານງານພັກກະຊວງ ຫົວໜ້າກົມ ຫ້ອງການ ພະແນກ ພ້ອມສະມາຊິກພັກສົມບູນ-ສໍາຮອງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມຮັບຟັງ.

     ທ່ານ ນາງ ຄໍາຈັນ ວົງແສນບູນ ກ່າວບາງຕອນວ່າ: ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ນີ້ ໄດ້ບັນຈຸເອົາຫົວຂໍ້ທີ່ເປັນເນື້ອໃນຕົ້ນຕໍຂອງກອງປະຊຸມມາປຶກສາຫາລື ຄົ້ນຄວ້າ ແລະ ຕົກລົງດັ່ງນີ້: ກອງປະຊຸມຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແຜນເງິນຕາ 9 ເດືອນ ປີ 2022 ວຽກຈຸດສຸມ 3 ເດືອນທ້າຍປີ ແລະ ທິດທາງຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມ ຂອງປະເທດໃນປີ 2023 ສະຫຼຸບຕີລາຄາສະພາບການພົ້ນເດັ່ນ ແລະ ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານຕ່າງປະເທດ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ຕີລາຄາການປະຕິບັດມະຕິຂອງກອງປະຊຸມສູນກາງ ຄັ້ງທີ 4 ສະໄໝທີ X ກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນແຫ່ງຊາດ ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກ ປະຈໍາປີ 2022.

    ຜ່ານກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງນີ້ ບັນດາສະຫາຍກຳມະການສູນກາງພັກ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ ສຸມສະຕິປັນຍາ ຄົ້ນຄວ້າ ວິໄຈ ຢ່າງກົງໄປກົງມາ ເລິກເຊິ່ງ ຕໍ່ບັນດາເນື້ອໃນທີ່ໄດ້ຍົກຂຶ້ນມາສົນທະນາປຶກສາຫາລືໃນກອງປະຊຸມ ແລະ ໄດ້ຕົກລົງເປັນເອກະພາບກັນໃນລະດັບສູງ ກອງປະຊຸມໄດ້ຕີລາຄາຢ່າງສັງລວມສະພາບການຂອງໂລກທີ່ມີການຜັນແປໄປຢ່າງສະຫຼັບສັບຊ້ອນ ສັບສົນ ມີຄວາມເຄັ່ງຕຶງ ແລະ ມີຄວາມສ່ຽງທີ່ຈະເກີດບັນຫາຕ່າງໆຂຶ້ນຢ່າງເນື່ອງນິດ ທີ່ເປັນການກະທົບຕໍ່ສັນຕິພາບ ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ໃນພາກພື້ນ ແລະ ສາກົນ ເຊິ່ງໄດ້ເປັນການກະທົບຕໍ່ປະເທດຂອງພວກເຮົາຢ່າງຫຼີກລ່ຽງບໍ່ໄດ້ ເວລາດຽວກັນ ໃນປີຜ່ານມາ ສະພາບຄວາມຫຼໍ່ແຫຼມທາງດ້ານເສດຖະກິດ-ການເງິນຕໍ່ປະເທດເຮົາແມ່ນໜັກໜ່ວງ ການຂາດແຄນນ້ຳມັນເຊື້ອໄຟ ເງິນເຟີ້ ຄວາມຜັນຜວນຂອງອັດຕາແລກປ່ຽນເງິນກີບກັບເງິນຕ່າງປະເທດ ຄ່າຄອງຊີບຖີບຕົວສູງຂຶ້ນຢ່າງບໍ່ເຄີຍມີມາ ບັນຫາຫຍໍ້ທໍ້ໃນສັງຄົມ ກໍຍັງແຜ່ຫຼາຍ ເປັນຕົ້ນ ບັນຫາຢາເສບຕິດ ອຸບັດເຫດຕາມທ້ອງຖະໜົນ ແລະ ອາດຊະຍາກຳຕ່າງໆມີຄວາມຮຸນແຮງຂຶ້ນ ແລະ ອື່ນໆ.

# ຂ່າວ  ຊີລິການດາ

error: Content is protected !!