ກຽມຄວາມພ້ອມທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສພຊ ຊຸດທີ IX

    ລະຫວ່າງວັນທີ 21-25 ພະຈິກ 2022 ທີ່ສູນຮ່ວມມືສາກົນ ແລະ ເຝິກອົບຮົມ (ICTC) ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໂດຍການເປັນປະທານຂອງທ່ານ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ມີຮອງປະທານສະພາແຫ່ງຊາດ ບັນດາທ່ານປະທານ-ຮອງປະທານກຳມາທິການສະມາຊິກສະພາແຫ່ງຊາດ ລັດຖະມົນຕີ-ຮອງລັດຖະມົນຕີ ຮອງເລຂາທິການສະພາແຫ່ງຊາດ ປະທານ-ຮອງປະທານສະພາປະຊາຊົນແຂວງ ຄະນະກົມ ຄະນະພະແນກ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ເພື່ອຮັບປະກັນໃຫ້ບັນດາເນື້ອໃນທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບການຄົ້ນຄວ້າປະກອບຄຳຄິດຄຳເຫັນຈາກບັນດາສະມາຊິກສະພາແຫ່ງຊາດ ແລະ ສ້າງຄວາມເປັນເອກະພາບຕໍ່ເນື້ອໃນຕ່າງໆໃຫ້ເລິກເຊິ່ງ ເພື່ອຍົກສູງປະສິດທິພາບໃນການກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແນໃສ່ເຮັດໃຫ້ການພິຈາລະນາ ແລະ ຮັບຮອງເນື້ອໃນກອງປະຊຸມມີຄຸນນະພາບ ຮັບປະກັນການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ທັງເພື່ອເຮັດໃຫ້ບັນດາກະຊວງ ອົງການ ຂະແໜງການ ແລະ ສະມາຊິກສະພາແຫ່ງຊາດ ໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ເຂົ້າໃຈເປັນເອກະພາບຕໍ່ບັນດາເນື້ອໃນບົດລາຍງານ ແລະ ກົດໝາຍ ທີ່ມີລັກສະນະວິຊາການ ຮັບປະກັນການປະຕິບັດພາລະບົດບາດຂອງແຕ່ລະພາກສ່ວນຖືກຕ້ອງ ແລະ ສອດ ຄ່ອງກັບກົດໝາຍກໍານົດ.

    ກອງປະຊຸມ ໄດ້ຮັບຟັງລາຍງານກ່ຽວກັບຜົນການລົງທາບທາມກົດໝາຍ ຈໍານວນ 12 ສະບັບ ທີ່ຈະນໍາເຂົ້າພິຈາລະນາຮັບຮອງຢູ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ສະເໜີແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2023-2025 ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ຂອງສານປະຊາຊົນສູງສຸດ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນສູງສຸດ ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023ບົດລາຍງານຂອງລັດຖະບານ ກ່ຽວກັບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປີ 2021 ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາ ປີ 2022 ແລະ ແຜນການເຄື່ອນ ໄຫວວຽກງານປະຈໍາປີ 2023 ຂອງອົງການກວດສອບແຫ່ງລັດ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການກວດກາແຫ່ງລັດ ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2020.

    ໂອກາດນີ້ ທ່ານ ປອ ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ແມ່ນຈະໄດ້ສຸມໃສ່ພິຈາລະນາ ແລະ ສ້າງຄວາມເຂົ້າໃຈ ຕໍ່ບັນດາເນື້ອໃນຕ່າງໆທີ່ໄດ້ຍົກຂຶ້ນມາ ເຊິ່ງບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ລ້ວນແຕ່ເປັນບັນຫາສໍາຄັນພື້ນຖານຂອງຊາດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ສະນັ້ນ ສະເໜີໃຫ້ສະມາຊິກສະພາແຫ່ງຊາດ ຄະນະຮັບຜິດຊອບເນື້ອໃນຮ່າງກົດໝາຍ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ສຸມສະຕິປັນຍາເຂົ້າໃນການປະກອບຄວາມຄິດຄໍາເຫັນ ຮ່ວມກັນຄົ້ນຄວ້າຊອກຫາວິທີການແກ້ໄຂບັນຫາຄວາມຫຍຸ້ງຍາກທີ່ເກີດຂຶ້ນ ໃຫ້ມີຄວາມເປັນເອກະພາບ ແລະ ພ້ອມກັນຈັດຕັ້ງປະຕິບັດການຄົ້ນຄວ້າປະກອບຄໍາເຫັນໃຫ້ຮັບປະກັນສອດຄ່ອງກັບແນວທາງນະໂຍບາຍຂອງພັກ ສອດຄ່ອງກັບສິດ ແລະ ໜ້າທີ່ຂອງສະມາຊິກສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ກົດໝາຍ ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ແລະ ສາມາດເຊື່ອມໂຍງທາງດ້ານເສດຖະກິດກັບພາກພື້ນ ແລະ ສາກົນ.

error: Content is protected !!