ໄຂກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2022

    ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ພະຈິກ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

    ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນພະຈິກ 2022 ຈະໄດ້ດຳເນີນເປັນເວລາ 1 ວັນເຄິ່ງ ເຊິ່ງເນື້ອໃນຂອງກອງປະຊຸມ ຈະໄດ້ປຶກສາຫາລື ຄົ້ນຄວ້າ ແລະ ເປັນເອກະພາບກັນຕໍ່ຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນ ຕາມ 6 ວາລະ ຄື:

ວາລະທີ 1: ສະຫຼຸບການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ ແລະ ທິດທາງແຜນການປະຈໍາເດືອນທັນວາ 2022 ຂອງລັດຖະບານ ເຊັ່ນ: ວຽກງານຂົງເຂດເສດຖະກິດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການຕ່າງປະເທດ ລວມທັງສະຫຼຸບຕີລາຄາໂດຍຫຍໍ້ ວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຜ່ານມາ (ນັບແຕ່ມື້ເປີດປະເທດເປັນຕົ້ນມາ).

ວາລະທີ 2: ລາຍງານກ່ຽວກັບຮ່າງດຳລັດ ວ່າດ້ວຍການກຳນົດຂະໜາດຈຸນລະວິສາຫະກິ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ)  ແລະ   ລາຍງານກ່ຽວກັບຮ່າງດຳລັດວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ);

ວາລະທີ 3: ລາຍງານກ່ຽວກັບຮ່າງດຳລັດ ວ່າດ້ວຍການແຕ່ງກາຍ

ວາລະທີ 4: ລາຍງານກ່ຽວກັບຮ່າງດຳລັດ ວ່າດ້ວຍເລກປະຈຳຕົວຜູ້ເສຍອາກອນ

ວາລະທີ 5: ລາຍງານກ່ຽວກັບຮ່າງຍຸດທະສາດວຽກງານຄຸ້ມຄອງລັດຖະກອນແຫ່ງ ສປປ ລາວ ຮອດປີ 2030

ວາລະທີ 6: ຜ່ານບົດລາຍງານແຫ່ງຊາດ ປະຈຳໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບແບບ ການຈຳແນກຕໍ່ແມ່ຍິງ (ຊີດໍ) ຢູ່ ສປປ ລາວ.

    ກອງປະຊຸມລັດຖະບານຄັ້ງນີ້ ດໍາເນີນໃນທ່າມກາງບັນຍາກາດທີ່ສະພາບການສາກົນ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນ. ສະເພາະຢູ່ ສປປ ລາວ ທຽບໃສ່ໄລຍະຕົ້ນປີ ເຖິງສະພາບຈະມີທ່ວງທ່າທີ່ດີຂຶ້ນ ແລະ ລັດຖະບານຍັງສາມາດຮັກສາສະຖຽນລະພາບໄດ້ ແຕ່ກຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍສົມຄວນ. ດັ່ງນັ້ນ, ສິ່ງທີ່ສໍາຄັນ ຈໍາເປັນ ແລະ ຮີບດ່ວນທີ່ສຸດໃນໄລຍະນີ້ ລັດຖະບານຈະໄດ້ສືບຕໍ່ສຸມກໍາລັງແຮງຂອງທຸກພາກສ່ວນໃນສັງຄົມ ເພື່ອປະຕິບັດແຜນດຳເນີນງານຂອງລັດຖະບານ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະ ເລັ່ງຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທໍາ ແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ.

    ໃນໂອກາດກ່າວເປີດກອງປະຊຸມ ທ່ານ ປະທານກອງປະຊຸມໄດ້ຮຽກຮ້ອງບັນດາສະມາຊິກລັດຖະບານ ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ  ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ສຳເລັດຕາມຄາດໝາຍ ທີ່ໄດ້ກຳນົດໄວ້.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

error: Content is protected !!