ໄຂງານມະຫະກຳລົດນານາຊາດ ວຽງຈັນ 2022 ຄັ້ງທີ 6

    ພິທີໄຂງານມະຫະກຳລົດນານາຊາດ ວຽງຈັນ 2022 ຄັ້ງທີ 6 (Vientiane International Motor Expo 2022) ຈັດຂຶ້ນວັນທີ 21 ພະຈິກ 2022 ຢູ່ສູນການຄ້າ ລາວ-ໄອເຕັກ ໂດຍມີທ່ານ ພຸດທະວັນ ນັນທະ ວົງ ຫົວໜ້າກົມກວດກາ ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ສົມວີໄຊ ວົງທິລາດ ຮອງຫົວໜ້າກົມສົ່ງ ເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ພອນຈັນ ເພັງສຸວັນ ຜູ້ອໍານວຍການບໍລິສັດ ພີພີໄຊໂຢ ເອັນເຕີ້ເທນເມັນ ແອນ ອີເວັ້ນອໍກະໄນເຊີ ຈໍາກັດຜູ້ດຽວ ທ່ານນາງ ຄຳພາ ຄຳບຸນເຮືອງ ຮອງຜູ້ອຳນວຍ ການໃຫຍ່ຝ່າຍການຄ້າ ບໍລິສັດ ລາວເວີນ ມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ພອນຈັນ ເພັງສຸວັນ ກ່າວວ່າ: ງານມະຫະກຳລົດນານາຊາດ ວຽງຈັນ 2022 ຄັ້ງທີ 6 ດໍາເນີນແຕ່ວັນທີ 19-27 ພະຈິກ 2022 ໂດຍມີຈຸດປະສົງເພື່ອສ້າງໂອກາດໃໝ່ໃຫ້ຜູ້ປະກອບການດ້ານທຸລະກິດລົດ ແລະ ໂຄສະນາໃຫ້ຄວາມຮູ້ກ່ຽວກັບນະວັດຕະກຳໃໝ່ໆກ່ຽວກັບລົດ ແລະ ເປັນການສະໜັບສະໜູນນະວັດຕະກຳ ແລະ ສິ່ງປະດິດກ່ຽວກັບລົດຂອງສະຖາບັນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເພື່ອຍົກລະດັບຄວາມສາມາດໃນການແຂ່ງຂັນດ້ານການຄ້າ ຍົກສູງຄຸນນະພາບໃນການຊົມໃຊ້ພາຫະນະທີ່ປະຢັດນ້ຳມັນໃນແຕ່ລະຮຸ່ນ ເພື່ອເປັນສື່ກາງທີ່ດີລະຫວ່າງຜູ້ຊື້ ແລະ ຜູ້ຂາຍລົດທັງພາຍໃນ ແລະ ຕ່າງປະເທດ ສ້າງໃຫ້ຜູ້ປະກອບການດ້ານທຸລະກິດລົດ ໄດ້ນຳສະເໜີ ແລະ ບໍລິການສິນຄ້າຂອງຕົນ ໂດຍສະເພາະ ອີງໃສ່ສະພາບເສດຖະກິດ ຜູ້ຊື້ຕ້ອງການໃຊ້ເງິນຢ່າງກຸ້ມຄ່າ ແລະ ກຸ້ມເວລາ ພວກເຮົາຈຶ່ງໄດ້ຈັດງານນີ້ຂຶ້ນເພື່ອເປັນສູນລວມໃຫ້ລູກຄ້າເຂົ້າມາໃນຈຸດດຽວ ແລະ ສາມາດເລືອກລົດຕາມຄວາມເໝາະສົມ ໂດຍມີຄ້າຍລົດຊື່ດັງໃນ ສປປ ລາວ ເຂົ້າຮ່ວມຫຼາຍກວ່າ 23 ຄ້າຍ ພິເສດ ງານຄັ້ງນີ້ມີຄ້າຍລົດໄຟຟ້າຫຼາຍຄ້າຍ ເຊິ່ງເປັນທາງເລືອກໃໝ່ຂອງລັດຖະບານທີ່ກຳລັງສົ່ງເສີມໃນການນຳໃຊ້ລົດໄຟຟ້າ ຫຼຸດຜ່ອນການນຳໃຊ້ນໍ້າມັນ.

    ພາຍໃນງານຄັ້ງນີ້ ຍັງມີການສະແດງສິລະປະ ວັດທະນະທຳຈາກປະເທດລາວ ແລະ ປະເທດເພື່ອນບ້ານ ນອກນີ້ຍັງມີກິດຈະກຳຫຼຸດ ແລກ ແຈກ ແຖມ ຈາກບັນດາຄ້າຍລົດ ມີການວາງສະແດງລົດແບບ VIP ດ້ານ ໜ້າ Mini Food Tuck ຮ້ານກາເຟ ການຖ່າຍທອດສົດຂອງຜູ້ຮອບຮູ້ລົດຊື່ດັງຈາກປະເທດເພື່ອນບ້ານ ມາໃຫ້ຄວາມຮູ້ ການໃຫ້ລາງວັນຫ້ອງວາງສະແດງທີ່ຕົບແຕ່ງສວຍງາມ ມີລານທົດລອງຂັບຂີ່ຂອງແຕ່ລະຄ້າຍ ການສາທິດລ້າງລົດ ແລະ ກິດຈະກໍາອື່ນໆທີ່ໜ້າສົນໃຈ ເຊິ່ງຄາດວ່າຈະມີຜູ້ເຂົ້າຊົມງານ 200.000 ຄົນຂຶ້ນໄປ.

(ສະບາໄພ)

error: Content is protected !!