ລາວ-ອົດສະຕຣາລີ ຮ່ວມກັນການພັດທະນາຊັບພະຍາກອນມະນຸດທາງດ້ານໄຊເບີ

    ລະຫວ່າງວັນທີ 21-25 ພະຈິກ 2022 ບັນດາພະນັກງານຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມການເຝິກອົບຮົມທາງດ້ານໄຊເບີ ຫຼື ‘Cyber Bootcamp’ ທີ່ນະຄອນຫຼວງວຽງຈັນ ໂດຍມີຄູເຝິກມາຈາກ ວິທະຍາໄລຄວາມໝັ້ນຄົງແຫ່ງຊາດຂອງອົດສະຕຣາລີ ມີທ່ານ ສັນຕິສຸກ ສິມມະລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ໂທບຽສ ຟີກິນ ເອກອັກຄະລັດຖະທູດພິເສດສຳລັບວຽກງານໄຊເບີ ແລະ ເຕັກໂນໂລຊີ ທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ສຳມະນາກອນເຂົ້າຮ່ວມ.

     ການເຝິກອົບຮົມດັ່ງກ່າວ ແມ່ນໜຶ່ງໃນກິດຈະກຳພົ້ນເດັ່ນຂອງໂຄງການຮ່ວມມືທາງດ້ານໄຊເບີ ແລະ ເຕັກໂນໂລຊີ ມູນຄ່າ 74 ລ້ານ ໂດລາຈາກກະຊວງການຕ່າງປະເທດ ແລະ ການຄ້າແຫ່ງອົດສະຕຣາລີ ເຊິ່ງສະແດງເຖິງການມີສ່ວນຮ່ວມຂອງອົດສະຕຣາລີ ໃນການຈັດການບັນຫາຕ່າງໆທາງດ້ານໄຊເບີທັງພາຍໃນ ແລະ ສາກົນ ທັງນີ້ ກໍເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ ແລະ ສ້າງຄວາມອາດສາມາດໃນການຈັດການ ແລະ ຮັກສາຄວາມໝັ້ນຄົງທາງໄຊເບີໃຫ້ຫຼາຍຂຶ້ນກວ່າເກົ່າ “ເປົ້າໝາຍຂອງອົດສະຕຣາລີ ແມ່ນເພື່ອຄວາມປອດໄພ ໝັ້ນຄົງ ແລະ ວັດທະນາຖາວອນຂອງປະເທດອົດສະຕຣາລີ ພາກພື້ນອິນໂດ-ປາຊີຟິກ ແລະ ສາກົນ ໂດຍຜ່ານການຮ່ວມມືທາງໄຊເບີ ແລະ ເຕັກໂນໂລຊີ” ໃນນີ້ ສປປ ລາວ ແລະ ບັນດາປະເທດອາຊຽນ ເປັນຄູ່ຮ່ວມມືທີ່ສຳຄັນໃນການບັນລຸເປົ້າໝາຍດັ່ງກ່າວ.

    “ ບັນຫາຕ່າງໆທາງດ້ານໄຊເບີ ແລະ ເຕັກໂນໂລຊີ ຖືວ່າເປັນສິ່ງທ້າທາຍແຖວໜ້າທີ່ພາກພື້ນກຳລັງປະເຊີນຮ່ວມກັນ ເຊິ່ງນັ້ນກໍເປັນເຫດຜົນໜຶ່ງທີ່ການຮ່ວມມືຜ່ານບັນດາໂຄງການຕ່າງໆເຊັ່ນ ‘Bootcamp’ ຈຶ່ງຖືເປັນວຽກງານທີ່ສຳຄັນຫຼາຍ ການຝຶກອົບຮົມຄັ້ງນີ້ ເປັນສ່ວນໜຶ່ງຂອງການສະໜັບສະໜູນທາງດ້ານໄຊເບີຈາກລັດຖະບານອົດສະຕຣາລີໃຫ້ແກ່ ສປປ ລາວ ລວມທັງການເຝິກອົບຮົມທາງດ້ານການຕອບໂຕ້ສຳລັບໂຄງຮ່າງການຈັດຕັ້ງຂອງອົງກອນ ການສືບສວນ-ສອບສວນ ອາຊະຍາກຳທາງໄຊເບີ ແລະ ການເຝິກອົບຮົມໃຫ້ແກ່ຕຳຫຼວດ ແລະ ການເຝິກອົບຮົມກ່ຽວກັບມາດຖານ ແລະ ການປະພຶດທາງຄອມພິວເຕີ.

    ນອກຈາກນີ້ ການເຝິກອົບຮົມ Bootcamp ແມ່ນໜຶ່ງໃນການສະເຫຼີມສະຫຼອງ 70 ປີຂອງສາຍພົວພັນທາງການທູດລະຫວ່າງ ລາວ-ອົດສະຕຣາລີ ເຊິ່ງສ້າງຂຶ້ນບົນພື້ນຖານການເຄົາລົບເຊິ່ງກັນ ແລະ ເຂົ້າໃຈກັນ ນອກນັ້ນ ມັນຍັງເປັນສືບຕໍ່ຈາກການປະກາດຍົກລະດັບສາຍພົວພັນລະຫວ່າງສອງປະເທດໃຫ້ກາຍເປັນການພົວພັນຮ່ວມມືຮອບດ້ານ ທີ່ນາຍົກລັດຖະມົນຕີຂອງສອງປະເທດໄດ້ຕົກລົງເຫັນດີເມື່ອບໍ່ດົນມານີ້ ເຊິ່ງນີ້ເປັນສັນຍານທີ່ດີໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງສາຍພົວພັນຂອງພວກເຮົາ ແລະ ເປັນຄຳໝັ້ນສັນຍາໃນການຮັດແໜ້ນການຮ່ວມມືຂອງສອງປະເທດ.

error: Content is protected !!