ລັດຖະບານ ເຫັນດີໃຫ້ບໍລິສັດ ລາວ-ຈິນດາອຸດສະຫະກໍາ ເຊົ່າທີ່ດິນຂອງລັດ ສ້າງຕັ້ງໂຮງງານຜະລິດໂຊດາໄຟ

    ກະຊວງການເງິນ ໄດ້ຕາງໜ້າລັດຖະບານ ລົງນາມເຊັນສັນຍາເຫັນດີໃຫ້ບໍລິສັດລາວ-ຈິນດາອຸດສະຫະກໍາຈໍາກັດຜູ້ດຽວ ເຊົ່າທີ່ດິນຂອງລັດຈໍານວນ 52 ເຮັກຕາ ກັບ 474 ຕາແມັດ ຕັ້ງຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ  ເພື່ອດໍາເນີນໂຄງການສ້າງໂຮງງານຜະລິດປຸງແຕ່ງໂຊດາໄຟ.

    ພິທິເຊັນສັນຍາດັ່ງກ່າວ ໄດ້ມີຂຶ້ນວັນທີ 18 ພະຈິກ 2022 ທີ່ກະຊວງການເງິນ ໂດຍຕາງໜ້າເຊັນຂອງທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທ່ານ Meng Ling Sheng ຜູ້ອໍານວຍການບໍລິສັດ ລາວ-ຈິນດາອຸດສະຫະກໍາ ຈໍາກັດຜູ້ດຽວ ມີຄະນະກົມຄຸ້ມຄອງຊັບສິນແຫ່ງລັດ ຫົວໜ້າພະແນກ ຮອງຫົວໜ້າພະແນກ ຕາງໜ້າຈາກກົມອ້ອມຂ້າງກະຊວງການເງິນ ແລະ ບໍລິສັດ ລາວ-ຈິນດາອຸດສະຫະກໍາ ຈໍາກັດ ຜູ້ດຽວ ເຂົ້າຮ່ວມ.

    ການເຊັນສັນຍາໃນຄັ້ງນີ້ ແມ່ນເຫັນດີໃຫ້ບໍລິສັດລາວ-ຈິນດາອຸດສະຫະກໍາຈໍາກັດຜູ້ດຽວ ເຊົ່າທີ່ດິນຂອງລັດເພື່ອດຳເນີນໂຄງການສ້າງໂຮງງານຜະລິດປຸງແຕ່ງໂຊດາໄຟໃນເນື້ອທີ່ດິນຂອງລັດໃນຈຳນວນດັ່ງກ່າວ ເຊິ່ງພື້ນທີ່ນີ້ ແມ່ນອນຢູ່ໃນເຂດ 2 ໂດຍມີກໍານົດອາຍຸສັນຍາເຊົ່າທີ່ດິນຂອງລັດ 30 ປີ ເລີ່ມແຕ່ປີ 2022 ເຖິງ 2052.

     ສໍາລັບອັດຕາຄ່າເຊົ່າ ແມ່ນປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍອັດຕາຄ່າເຊົ່າ ແລະ ຄ່າສໍາປະທານທີ່ດິນຂອງລັດ ສະບັບເລກທີ 02/ປປທ ລົງວັນທີ 18 ພະຈິກ 2009 ມາດຕາ 6 ເພື່ອກິດຈະການອຸດສາຫະກໍາຂໍ້ທີ 15 ໃນອັດຕາ 800 ໂດລາສະຫະລັດ/ເຮັກຕາ/ປີ ເລີ່ມເກັບຄ່າເຊົ່ານັບແຕ່ປີ 2022 ເປັນຕົ້ນໄປ ແລະ ທຸກໆ 5 ປີໃດ ໃຫ້ເພີ່ມຂຶ້ນ 5% ຂອງອັດຕາເຊົ່າທີ່ດິນຂອງລັດ ນອກນັ້ນ ບໍລິສັດຍັງເຫັນດີມອບເງິນບ້ວງເງິນຕິດຕາມສັນຍາເຊົ່າ-ສໍາປະທານທີ່ດິນຂອງລັດຈໍານວນ 1.000 ໂດລາສະຫະລັດຕໍ່ປີນໍາອີກດ້ວຍ.

error: Content is protected !!