ຮັບຮອງ ແລະ ປະກາດນຳໃຊ້ຍຸດທະສາດແຫ່ງຊາດ 2022-2032

     ກອງປະຊຸມວ່າດ້ວຍການຮັບຮອງ ແລະ ປະກາດນຳໃຊ້ຍຸດທະສາດແຫ່ງຊາດ 2022-2032 ແລະ ແຜນພັດທະນາ 5 ປີ 2022-2027 ການກັນ ແລະ ຄວບຄຸມການຕິດເຊື້ອໃນສະຖານທີ່ປິ່ນປົວທຸກຂັ້ນ ວັນທີ 17 ພະຈິກ 2022 ທີ່ເມືອງວັງວຽງ ແຂວງວຽງຈັນ ເປັນປະທານຂອງທ່ານ ດຣ ສະໜອງ ທອງສະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີຜູ້ຕາງໜ້າຈາກຫ້ອງການກະຊວງສາທາລະນະສຸກ ຫົວ ໜ້າກົມ ຮອງກົມ ຫົວໜ້າສູນ ອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ ຜູ້ອຳນວຍການ 7 ໂຮງໝໍສູນກາງ ຫົວໜ້າພະແນກສາທາແຂວງ 8 ແຂວງ ພາກເໜືອ ແລະ ໂຄງການUSCDC ເຂົ້າຮ່ວມ.  

      ກະຊວງສາທາລະນະສຸກ ໄດ້ສ້າງແຜນປະຕິຮູບ ແລະ ພັດທະນາລະບົບສາທາລະນະສຸກ ຕາມແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ 9 (2021-2025) ໂດຍແນ່ໃສ່ການສະໜອງການປິ່ນປົວສຸຂະພາບ ແລະ ການບໍລິການສຸຂະພາບທຸກທົ່ວໜ້າສ້າງເງື່ອນໄຂໃຫ້ທຸກຊັ້ນຄົນໄດ້ເຂົ້າເຖີງການບໍລິການທີ່ມີຄຸນນະພາບ ແລະ ທົ່ວເຖິງ ກະຊວງສາທາລະນະສຸກ ຮັບຮູ້ເຖິງຄວາມສຳຄັນດ້ານຄຸນນະພາບຂອງການບໍລິການເຊິ່ງການປັບປຸງຄຸນນະພາບການບໍລິການ ການປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແມ່ນບັນຫາໜຶ່ງທີ່ຈຳເປັນຕ້ອງໄດ້ປັບປຸງໃນທຸກໆຂັ້ນ ວຽກງານ ການກັນ ແລະ ຄວບຄຸມການຕິດເຊື້ອໃນໂຮງໝໍ ກໍແມ່ນວຽກໜຶ່ງທີ່ສໍາຄັນໃນການປັບປຸງວຽກງານການບໍລິການໃຫ້ມີຄຸນນະພາບ ແລະ ເພື່ອຕອບສະໜອງນະໂຍບາຍ 5 ດີ 1 ພໍໃຈ ນັ້ນວຽກງານນີ້ໄດ້ນອນຢູ່ໃນນະໂຍບາຍເຊັ່ນກັນ ໃນການທີ່ຈະເຮັດໃຫ້ໂຮງໝໍມີຄວາມສະອາດ ສະດວກ ມີຄວາມປອດໄພ ສາມາດປ້ອງກັນການແຜ່ກະຈາຍເຊື້ອພະຍາດ ແລະ ເພື່ອໃຫ້ເປັນສະຖານທີ່ບໍລິການທີ່ໄດ້ມາດຕະຖານແກ່ປະຊາຊົນແຕ່ສູນກາງຈົນຮອດທ້ອງຖິ່ນ ເພື່ອຮັບປະກັນໃຫ້ແກ່ວຽກງານດັ່ງກ່າວ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການຮ່ວມກັບຄະນະກໍາມະການວຽກງານ ການກັນ ແລະ ຄວບຄຸມການຕິດເຊື້ອຂັ້ນໂຮງໝໍສູນກາງ ກົມກອງອ້ອມຂ້າງກະຊວງສາທາລະນະສຸກ ຮ່ວມກັບຄູ່ຮ່ວມພັດທະນາ ໄດ້ປັບປຸງຍຸດທະສາດຈາກເຫຼັ້ມເກົ່າ ຊື່ວ່າ ຍຸດທະສາດແຫ່ງຊາດ ການກັນ ແລະ ຄວບຄຸມການຕິດເຊື້ອສໍາລັບສະຖານທີ່ບໍລິການປິ່ນປົວທຸກຂັ້ນ ປີ 2013-2016 ມາເປັນໂຕໃໝ່ ຍຸດທະສາດແຫ່ງຊາດ (2022 – 2032) ແລະ ແຜນພັດທະນາ 5 ປີ (2022 – 2027) ການກັນ ແລະ ຄວບຄຸມການຕິດເຊື້ອ ໃນສະຖານທີ່ບໍລິການປິ່ນປົວທຸກຂັ້ນ ເພື່ອໃຫ້ມີເນື້ອໃນກວ້າງ ແລະ ຄວບຄຸມຫຼາຍໆ ບັນຫາ ແລະ ພະຍາດທີ່ກໍາລັງມີການລະບາດໃນປະຈຸບັນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງນ ເຊັ່ນ: ການສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດ ໃນວຽກງານດັ່ງກ່າວ ໃຫ້ພະນັກງານສາທາລະນະສຸກ ເພື່ອຕອບສະໝອງການໃຫ້ບໍລິການສຸຂະພາບສະເພາະແຕ່ລະດ້ານ ທີ່ນອນຢູ່ໃນມາດຕະຖານຂອງການບໍລິການສຸຂະພາບ ນອກຈາກນີ້ ຍັງເອົາໃຈໃສ່ປັບປຸງລະບົບພື້ນຖານໂຄງລ່າງ ການບໍລິຫານຈັດການພາຍໃນ ໄດ້ແກ່ວຽກບໍລິຫານ ແລະ ວຽກງານອະນາໄມສິ່ງແວດລ້ອມໃນໂຮງໝໍ.

    ຍຸດທະສາດນີ້ຈຶ່ງໄດ້ຖືກປັບປຸງຂຶ້ນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ບໍລິການສຸຂະພາບ ແລະ ການປິ່ນປົວສຸຂະພາບຂັ້ນພື້ນຖານໂດຍການນຳພາຂອງກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການປະສານສົມທົບກັບບັນດາກົມໂຮງໝໍສູນກາງ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງລວມທັງນັກວິຊາການດ້ານກົດໝາຍ ຈາກສໍານັກງານນາຍົກຈົນສໍາເລັດ ແລະ ຖືກນຳໃຊ້ເປັນເອກະພາບກັນໃນທົ່ວປະເທດ.

ອີກດ້ານໜຶ່ງການຈັດຕັ້ງປະຕິບັດວຽກງານ ການກັນ ແລະ ຄວບຄຸມການຕິດເຊື້ອ ຍັງຮຽກຮ້ອງຄວາມເຂົ້າໃຈຂອງຜູ້ປະຕິບັດຕົວຈິງຢູ່ສະຖານທີ່ບໍລິການປິ່ນປົວໃນດ້ານຫຼັກການ ລາຍລະອຽດຂອງແຕ່ລະຍຸດທະສາດ ນອກຈາກນີ້ ຄວາມເຂົ້າໃຈໂດຍລວມຂອງຄະນະນຳໃນແຕ່ລະຂັ້ນ (ສູນກາງ ແຂວງ ເມືອງ ແລະ ໂຮງໝໍນ້ອຍ) ເປັນສິ່ງທີ່ສຳຄັນເຊັ່ນດຽວກັນເພື່ອເປົ້າໝາຍການບໍລິການທີ່ມີຄຸນນະພາບໃຫ້ປະຊາຊົນທົ່ວປະເທດ

error: Content is protected !!