ປະທານສະພາແຫ່ງຊາດ ຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກກຳປູເຈຍ

    ເພື່ອເປັນການຕອບສະໜອງຕາມການເຊື້ອເຊີນຂອງສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງ ຊຳຣິນ ປະທານສະພາແຫ່ງຊາດແຫ່ງລາຊະອານາຈັກກຳປູເຈຍ ປະທານຂອງກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 43 ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີ ແລະ ການຮ່ວມມືທີ່ມີມາແຕ່ດົນນານຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງປະເທດ ລາວ-ກຳປູເຈຍ  ກໍຄື ລະຫວ່າງສອງອົງການນິຕິບັນຍັດ  ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 43 ແລະ ຢ້ຽມຢາມລາຊະອານາຈັກກຳປູເຈຍຢ່າງເປັນທາງການ ແຕ່ວັນທີ 20-26 ພະຈິກ 2022. ໃນເວລາ 10:30 ຂອງວັນທີ 20 ພະຈິກ 2022 ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ໄດ້ເດີນທາງເຖິງສະໜາມບິນສາກົນພະນົມເປັນ ລາຊະອານາຈັກກໍາປູເຈຍ ດ້ວຍຍົນພິເສດຂອງສາຍການບິນລາວ QV 001 ໂດຍການຕ້ອນຮັບຂອງທ່ານນາງ KER CHANMONY.

error: Content is protected !!