ທັບນັກກີລາຍິງປືນ ກະຊວງປ້ອງກັນປະເທດ ຫຼື ກອງທັບ ສ້າງຜົນງານຢ່າງໂດເດັ່ນ ກວາດ 10 ຫຼຽນຄຳ 11 ຫຼຽນເງິນ ແລະ 10 ຫຼຽນທອງ ລວມທັງໝົດ 31 ຫຼຽນ ຊ່ວຍທັບນັກກີລາກອງທັບ ນໍາໜ້າຫຼຽນຄຳ ໃນການແຂ່ງຂັນກີລາຍິງປືນ ຊຽງຂວາງ ເກມ ຂະນະທີ່ ອັນດັບທີ 2 ຕົກເປັນຂອງກະຊວງປ້ອງກັນຄວາມສະຫງົບ (ປກສ) ຍາດໄດ້ 8 ຫຼຽນຄຳ 7 ຫຼຽນເງິນ ແລະ 8 ຫຼຽນທອງ ລວມ 23 ຫຼຽນ.

ການແຂ່ງຂັນກີລາຍິງປືນ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄລຍະທຳອິດ ໄດ້ສຳເລັດລົງໃນວັນທີ 20 ພະຈິກ 2022 ພາຍຫຼັງທີ່ໄດ້ດຳເນີນການແຂ່ງຂັນມາແຕ່ວັນທີ 14 ພະຈິກ ໃນເດືອນດຽວກັນ ເຊິ່ງມີ 2 ກະຊວງ ກໍຄືກອງທັບ ແລະ ປກສ ນະຄອນຫຼວງວຽງຈັນ ແຂວງຫຼວງພະບາງ ແຂວງຄຳມ່ວນ ແລະ ເຈົ້າພາບ ແຂງຊຽງຂວາງ ເຂົ້າຮ່ວມຊີງໄຊ ເຊິ່ງໄລຍະທຳອິດ ມີການຊີງໄຊທັງໝົດ 18 ຫຼຽນຄຳ 18 ຫຼຽນເງິນ ແລະ 36 ຫຼຽນທອງ ຈາກການຊີງໄຊທັງໝົດ 34 ຫຼຽນຄຳ 34 ຫຼຽນເງິນ ແລະ 68 ຫຼຽນທອງ.

ຜ່ານການແຂ່ງຂັນ ຜົນປາກົດວ່າ: ນຳໜ້າເຈົ້າຫຼຽນຄຳ ຕົກເປັນຂອງກອງທັບ ສາມາດຍາດໄດ້ 10 ຫຼຽນຄຳ 11 ຫຼຽນເງິນ ແລະ 10 ຫຼຽນທອງ ລວມທັງໝົດ 31 ຫຼຽນ ອັນດັບທີ 2 ປກສ ຍາດໄດ້ 8 ຫຼຽນຄຳ 7 ຫຼຽນເງິນ ແລະ 8 ຫຼຽນທອງ ອັນດັບທີ 3 ນະຄອນຫຼວງວຽງຈັນ ຍາດໄດ້ 9 ຫຼຽນທອງ ອັນດັບທີ 4 ແຂວງຫຼວງພະບາງ ຍາດໄດ້ 4 ຫຼຽນທອງ ອັນດັບທີ 5 ແຂວງຄຳມ່ວນ ຍາດໄດ້ 3 ຫຼຽນທອງ ແລະ ອັນດັບທີ 6 ແຂວງຊຽງຂວາງ ຍາດໄດ້ 2 ຫຼຽນທອງ.

ລາຍການດັ່ງກ່າວ ໄດ້ແບ່ງອອກເປັນ 3 ໄລຍະ ການແຂ່ງຂັນໄລຍະທີ 1 ແລະ ໄລຍະທີ 2 ແຂ່ງຂັນ ທີ່ສະໜາມກີລາເຝິກຊ້ອມຍິງປືນ 5 ເມສາ ແລະ ໄລຍະທີ 3 ແຂ່ງຂັນທີ່ໂຮງຮຽນນາຍສິບ ປກສ ແຂວງຊຽງຂວາງ ເຊິ່ງມີການຊີງໄຊທັງໝົດ 34 ຫຼຽນຄຳ 34 ຫຼຽນເງິນ ແລະ 68 ຫຼຽນທອງ.

ສະເພາະໄລຍະທຳອິດ ແຂ່ງຂັນສຳເລັດໄປແລ້ວລະຫວ່າງວັນທີ 14-20 ພະຈິກ 2022 ມີການຊີງໄຊ 18 ຫຼຽນຄຳ 18 ຫຼຽນເງິນ ແລະ 36 ຫຼຽນທອງ ປະກອບມີ ປືນສັ້ນອັດລົມໄລຍະ 10 ແມັດ ດ່ຽວ ແລະ ທີມຍິງ-ຊາຍ ປືນຍາວອັດລົມ ໄລຍະ 10 ແມັດ ດ່ຽວ ແລະ ທີມຍິງ-ຊາຍ ປືນສັ້ນຍິງຊ້າ 50 ແມັດໄລຍະ 10 ແມັດ ດ່ຽວ ແລະ ທີມຊາຍ ປືນຍາວທ່ານອນໄລຍະ 10 ແມັດ ດ່ຽວ ແລະ ທີມຍິງ ແລະ ປືນຍາວ 3 ທ່າ ໄລຍະ 10 ແມັດ ດ່ຽວ ແລະ ທີມຍິງ-ຊາຍ ສ່ວນໄລຍະທີ່ສອງຈະເລີ່ມກັບມາແຂ່ງຂັນລະຫວ່າງວັນທີ 23-29 ພະຈິກ 2022 ຈະມີການຊີງໄຊ 8 ຫຼຽນຄຳ 8 ຫຼຽນເງິນ ແລະ 16 ຫຼຽນທອງ ຈາກປະເພດປືນຍາວເປົ້າເລື່ອນ ຫຼື ປະເພດປືນເທັນນິ້ງ ທາເກັດ ໃນນັ້ນ ປະກອບມີລາຍການຍິງພາກຊ້າ 4 ຫຼຽນຄຳ ຈາກດ່ຽວຍິງ-ຊາຍ ແລະ ທີມຍິງ-ຊາຍ ແລະ ຍິງພາກປະສົມ ຊ້າບວກໄວ 4 ຫຼຽນຄຳ ດ່ຽວຍິງ-ຊາຍ ແລະ ທີມຍິງ-ຊາຍ ແລະ ໄລຍະສຸດທ້າຍ ຈະແຂ່ງຂັນແຂ່ງຂັນວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບ ປກສ ແຂວງຊຽງຂວາງ ມີການຊີງໄຊ 8 ຫຼຽນຄຳ 8 ຫຼຽນເງິນ ແລະ 16 ຫຼຽນທອງ ຈາກປະເພດປືນສັ້ນ 15 ແມັດ ຊີງໄຊ 4 ຫຼຽນຄຳ ແລະ ປືນສັ້ນ 25 ແມັດ ຍິງ-ຊາຍ ຊີງໄຊ 4 ຫຼຽນຄຳ.