ຈັນທະບູລີ ຮັບເຍົາວະຊົນທັນວາປະຈໍາປີ 2022 ຫຼາຍກວ່າ 1 ພັນຄົນ

    ພິທີຮັບເຍົາວະຊົນທັນວາ ປະຈໍາປີ 2022 ທົ່ວເມືອງຈັນທະບູລີ ຈັດຂຶ້ນວັນທີ 19 ພະຈິກ 2022 ທີ່ປົກຄອງເມືອງຈັນທະບູລີ ມີທ່ານ ພຸດທະພອນ ໂຄດປັນຍາ ຮອງເລຂາພັກເມືອງ ທ່ານ ພູທົງ ສຸວັນທອງ ເລຂາຊາວໜຸ່ມເມືອງຈັນທະບູລີ ທ່ານ ພັນປະສົງ ໄຊຍະວົງ ຮອງເລຂາຕະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ ພ້ອມດ້ວຍຄູອາຈານຜູ້ຮັບຜິດຊອບອະນຸຊົນ ເຍົາວະຊົນ ສະມາຊິກໃໝ່ທຸກຄົນ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.

    ການເຝິກສອນສ້າງລູກຫຼານໃຫ້ກາຍເປັນສະມາຊິກອະນຸຊົນ-ເຍົາວະຊົນທີ່ດີ ແລະ ເປັນລູກທີ່ດີຂອງພໍ່ແມ່ແມ່ນການປະກອບສ່ວນກໍາລັງແຮງ ສ້າງບັນດາຫຼານນ້ອຍເຂົ້າໃນການຈັດຕັ້ງຖັນແຖວ ສະມາຊິກອະນຸຊົນ ເຍົາວະຊົນທັນວາໃນແຕ່ລະປີ ສຳລັບປີນີ້ ມີສະມາຊິກອະນຸຊົນ-ເຍົາວະຊົນທັງໝົດ 1.844 ຄົນ ຍິງ 931 ຄົນ ໃນນີ້ ສະມາຊິກອະນຸຊົນໃໝ່ 716 ຄົນ ຍິງ 382 ຄົນ ສະມາຊິກອະນຸຊົນ ເປັນເຍົາວະຊົນທັນວາ 841 ຄົນ ຍິງ 433 ຄົນ ແລະ ມະຫາຊົນກ້າວໜ້າເຂົ້າເປັນສະມາຊິກເຍົາວະຊົນ 287 ຄົນ ຍິງ 116 ຄົນ. ພາຍຫຼັງພວກຫຼານທີ່ເຂົ້າຢູ່ໃນການຈັດຕັ້ງສະມາຊິກອະນຸຊົນ ເຍົາວະຊົນທັນວາແລ້ວ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຄື ເອົາໃຈໃສ່ຕິບັດລະບຽບຂອງເຍົາວະຊົນທັນວາວາງອອກຢ່າງເຂັ້ມງວດຕັ້ງໃຈຝຶກຝົນຫຼໍ່ຫຼອມຕົນເອງ ຮຽນໃຫ້ເກັ່ງເສັ່ງໃຫ້ໄດ້ ເລື່ອນຊັ້ນທຸກປີ ແລະ ໃຫ້ເປັນສະມາຊິກທີ່ດີຂອງຄູອາຈານ ແລະ ພໍ່ແມ່ ແລະ ສ້າງຕົນເອງໃຫ້ກາຍເປັນສະມາຊິກຊາວໜຸ່ມໃຫ້ໄດ້ໃນອານາຄົດ ມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນໃນໝູຄູ່ຫ້ອງຮຽນ ແລະ ໃນໂຮງຮຽນຢ່າງແໜ້ນແຟ້ນ ຮູ້ຮັກພໍ່ແມ່ ຄູອາຈານ ແລະ ຮັກທ່ານຜູ້ນໍາ ມີຄວາມຈົງຮັກພັກດີ ມີຄວາມຊື່ສັດບໍລິສຸດ ຕາມຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ( ຮ່ໍາຮຽນດີ ສາມັກຄີດີ ອະນາໄມດີ ຮູ້ຮັກປະເທດຊາດ ແລະ ທ່ານຜູ້ນໍາ ຮູ້ຮັກພໍ່ແມ່ ແລະ ຄູອາຈານ ຮູ້ຮັກທໍາມະຊາດ ແລະ ການອອກແຮງານ ຮູ້ຈໍາແນກມິດ ແລະ ສັດຕູ ) ເອົາໃຈໃສ່ສືບຕໍ່ສ້າງຂະບວນການຄໍານັບຮັບຕ້ອນວັນບຸນສໍາຄັນຕ່າງໆຂອງພັກ ຂອງຊາດ ໂດຍສະເພາະ ການສ້າງຂະບວນການຄໍານັບຮັບຕ້ອນວັນຊາດທີ 2 ທັນວາ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ທີ່ຈະມາເຖິງນີ້.

error: Content is protected !!