ເປີດໄຟສີຟ້າສ່ອງກະຈາຍທົ່ວປະຕູໄຊ ເປັນສັນຍະລັກໃຫ້ຄວາມສໍາຄັນແກ່ສິດທິເດັກ

    ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກໂລກ ແລະ ໃນປີນີ້ ກໍພໍດີເປັນວັນຄົບຮອບ 33 ປີຂອງການຮັບຮອງເອົາສົນທິສັນຍາວ່າດ້ວຍສິດທິເດັກ ສະຖານທີ່ສໍາຄັນໃນທົ່ວໂລກ ທີ່ເປັນສັນຍະລັກຂອງປະເທດ ໄດ້ກາຍເປັນສີຟ້າ ສໍາລັບ ສປປ ລາວ ວັນທີ 20 ພະຈິກ 2020 ໄດ້ມີພິທີເປີດໄຟໃຫ້ແສງສີຟ້າສ່ອງກະຈາຍໄປທົ່ວປະຕູໄຊ ເພື່ອເປັນສັນຍະລັກການໃຫ້ຄວາມສໍາຄັນແກ່ສິດທິເດັກ ໃຫ້ກຽດເຂົ້າຮ່ວມເປີດໄຟຂອງທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຮອງປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ທ່ານນາງ ເພຍ ແບັນໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາລາວ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ນ້ອງນັກຮຽນ.

    ການເປີດໄຟໃຫ້ສ່ອງກະຈາຍໄປທົ່ວປະຕູໄຊ ໃຫ້ເປັນສັນຍະລັກສີຟ້າ ແມ່ນສຳລັບສິດທິເດັກ ເພື່ອເຊີນຊວນໃຫ້ພວກເຮົາທຸກຄົນມາຮ່ວມກັນສະເຫຼີມສະຫຼອງວັນເດັກໂລກຮ່ວມກັບບັນດາປະຊາຊາດອື່ນໆໃນທົ່ວໂລກ ເຊິ່ງວັນເດັກໂລກ ກໍເປັນວາລະສຳລັບເດັກອັນໜຶ່ງທີ່ສຳຄັນໃນທົ່ວໂລກ ໂດຍເດັກຈາກທົ່ວທຸກມຸມໂລກຈະຮ່ວມກັນ ແລະ ດຳເນີນການເພື່ອມີສ່ວນຮ່ວມໃນການເຜີຍແຜ່ໂຄສະນາວຽກງານສິດທິເດັກ ສ້າງໂອກາດໃຫ້ເດັກໄດ້ສະແດງພອນສະຫວັນ ຂີດຄວາມສາມາດຂອງເຂົາເຈົ້າ ເປັນວັນແຫ່ງການທົບທວນຄືນບັນດານະໂຍບາຍຕ່າງໆທີ່ມີຕໍ່ເດັກ ແລະ ພິຈາລະນາສິ່ງທ້າທາຍຕ່າງໆທີ່ເດັກກຳລັງປະເຊີນໜ້າຢູ່.

error: Content is protected !!