ນາທາມ ເລືອກຕັ້ງຄະນະບ້ານຊຸດໃໝ່

    ຈາກການລາຍງານໃຫ້ຮູ້ກ່ຽວກັບການຈັ້ງຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງບ້ານ ນາທາມ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄລຍະ 5 ປີທີ່ຜ່ານມາ ແລະ ທິດທາງແຜນການອີກ 5 ປີຕໍ່ໜ້າ ໃນກອງປະຊຸມໃຫຍ່ຄັ້ງທີ VII ເຊິ່ງຈັດຂື້ນເມື່ອວັນທີ 19 ພະຈິກຜ່ານມາ ໃຫ້ກຽດເຂົ້າຮ່ວມກອງປະຊຸມມີທ່ານ ສຸກສະຫວັນ ບຸດຕະວົງ ຮອງເລຂາພັກ ປະທານກວດກາພັກ-ລັດ ເມືອງຫາດຊາຍຟອງ ພ້ອມດ້ວຍຄະນະຊີ້ນຳຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ ແລະ ປັບປຸງການຈັດຕັ້ງ ພ້ອມດ້ວຍຄະນະບ້ານ ແລະ ປະຊາຊົນ.

    ໂອກາດນີ້ ນາຍບ້ານນາທາມ ໄດ້ກ່າວໃຫ້ຮູ້ສະພາບ ແລະ ການເຄື່ອນໄຫວວຽກງານຕ່າງໆຂອງບ້ານວ່າ ບ້ານນາທາມ ມີເນື້ອທີ່ທັງໝົດ 58 ເຮັກຕາ ມີ 437 ຕອນດິນ ໃນນັ້ນ ກໍມີດິນປຸກສ້າງ ດິນບໍລິການ ດິນສວນ ດິນນາ ແລະ ອື່ນໆ ພົນລະເມືອງມີທັງໝົດ 1.068 ຄົນ ຍິງ 557 ຄົນ ມີ 238 ຄອບຄົວ ແບ່ງເປັນ 14 ໜ່ວຍ ແລະ 263 ຫຼັງຄາ ສ່ວນການປະກອບອາຊີບຂອງປະຊາຊົນແມ່ນມີຄວາມແຕກຕ່າງກັນ ໃນໄລຍະຜ່ານມາ ທາງດ້ານການນຳພາຂອງຄະນະບ້ານ ໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ກໍຄືແນວທາງນະໂຍບາຍ ມະຕິ ຄຳສັ່ງ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ ເຊິ່ງໄດ້ນຳໄປເຜີຍແຜ່ເຊື່ອມຊືມເພື່ອໃຫ້ພໍ່ແມ່ປະຊາຊົນຮັບຮູ້ເຂົ້າໃຈ ແລະ ພ້ອມກັນປະຕິບັດ ເພື່ອປະກອບສ່ວນຊຸກຍູ້ທາງດ້ານວຽກງານຂອງການຈັດຕັ້ງບ້ານໃນຍາມສຳຄັນ ແລະ ຈຳເປັນ ເພື່ອສ້າງແຮງຈູງໃຈໃນການເຕົ້າໂຮມ ສ້າງຄວາມສາມັກຄີພາຍໃນບ້ານ ປະກອບສ່ວນພັນທະເຫື່ອແຮງ ແລະ ສະຕິປັນຍາ ເພື່ອເຮັດໃຫ້ວຽກງານໄດ້ປະສົບຜົນສຳເລັດ ເອົາໃຈໃສ່ຕັ້ງໜ້ານຳພາປະຕິບັດຕາມສິດໜ້າທີ່ ແລະ ພາລະບົດບາດ ລວມທັງປັບປຸງແບບແຜນວິທີເຮັດວຽກຂອງການຈັດຕັ້ງບ້ານທຸກໜ່ວຍງານ ແລະ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານຂັ້ນບ້ານ ເພື່ອຮັບປະກັນສ້າງເປົ້າໝາຍສືບທອດ ນອກນັ້ນ ກໍຖືສຳຄັນວຽກງານທາງດ້ານເສດຖະກິດ-ການເງີນ ເພື່ອລະດົມຊຸກຍູ້ພໍ່ແມ່ປະຊາຊົນສ້າງສາພັດທະນາໃຫ້ມີເສດຖະກິດໃນຄອບຄົວຂອງຕົນໄດ້ຢູ່ດີກິນດີເທື່ອລະກ້າວ ໂດຍສະເພາະ ແມ່ນສ້າງໃຫ້ນຳພາໄປສູ່ຄອບຄົວຕົວແບບຜະລິດເປັນສິນຄ້າຍິ່ງເປັນການດີ ສ່ວນທາງດ້ານການຈັດເກັບລາຍຮັບພາສີທີ່ດິນ ແລະ ອາກອນໃຫ້ກັບທາງເມືອງ ແມ່ນປະຕິບັດໄດ້ 105.810.250 ກີບ ເທົ່າກັບ 95,52% ຕາມແຜນແມ່ນ 110.760.000 ກີບ ສັງລວມລາຍຮັບ-ລາຍຈ່າຍຂອງບ້ານໃນ 5 ປີ ລາຍຮັບທັງໝົດ 45 ລ້ານກີບ ລາຍຈ່າຍທັງໝົດ 41.900.000 ກີບ ນອກນັ້ນ ຍັງໄດ້ຖືສຳຄັນ ເອົາໃຈໃສ່ ແລະ ປະຕິບັດທຸກວຽກງານຕ່າງໆຂອງບ້ານ ໂດຍສະເພາະ ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການສຶກສາອົບຮົມປະຊາຊົນໃນບ້ານ ໃຫ້ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ມີສີ່ງທີ່ບໍ່ດີເກີດຂື້ນພາຍໃນບ້ານ. ພ້ອມນີ້ ກໍຍັງໄດ້ວາງທິດທາງ ແລະ ຄາດໝາຍສູ້ຊົນຕ່າງໆໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ບ້ານມີຄວາມສະຫງົບ ປອດໄພ ມີຄວາມເປັນລະບຽບຮຽບຮ້ອຍ ໜັກແໜ້ນ ປັບປຸງບູລະນະການຈັດຕັ້ງໃນອົງການ ປົກຄອງບ້ານ ແລະ ອົງການຈັດຕັ້ງຕ່າງໆໃຫ້ມີຄວາມປອດໃສ ໜັກແໜ້ນ ເຂັ້ມແຂງ ສາມາດກວດສອບໄດ້ ເຊີ່ງກໍໄດ້ວາງຄາດໝາຍຫຼາຍຢ່າງ ດັ່ງນີ້ ສືບຕໍ່ນຳພາສຶກສາອົບຮົມການເມືອງ-ແນຄິດ ສ້າງບຸຄະລາກອນໃຫ້ໄດ້ 3 ຮຸ່ນ ປັບປຸງອົງການປົກຄອງ ຕາມ 5 ໜ່ວຍງານ ປັບປຸງອົງການແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ສ້າງບ້ານພັດທະນາໃຫ້ບັນລຸຕາມມາດຕະຖານ ສ້າງ ແລະ ປັບປຸງຄອບຄົວວັດທະນະທຳໃໝ່ ສືບຕໍ່ສ້າງບ້ານປອດຢາເສບຕິດ ປ້ອງກັນຄວາມສະຫງົບດີ ແລະ ປ້ອງກັນຊາດ ແລະ ປັບປຸງແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໃຫ້ມີຄວາມເຂັ້ແຂງດີ.

    ຕອນທ້າຍ ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຄະນະບ້ານຊຸດໃໝ່ ເຊິ່ງລົງສະໝັກ 7 ທ່ານ ເລື່ອກເອົາ 5 ທ່ານ ໃນນີ້ ທ່ານ ບຸນເນື້ອ ແສງສຸລີວັນ ເປັນນາຍບ້ານ ທ່ານ ດອນສີ ພົມມະສານ ທ່ານ ສີໄພ ໄພທິທະວົງ ທ່ານ ສົມພະໄທ ຄຳມະນີວົງ ແລະ ທ່ານ ວາລິນ ພົມມະຈັນ ເປັນຮອງນາຍບ້ານ.

error: Content is protected !!