ປະຖົມນິເທດລາງວັັນຮອນດາ ສໍາລັບນັກວິທະຍາສາດ

    ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ຮ່ວມກັບຄະນະວິສະວະກໍາສາດ ມະຫາວິທະ ຍາໄລແຫ່ງຊາດ ຈັດພິທີປະຖົມນິເທດກ່ຽວກັບລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ນັກວິສະວະກອນໜຸ່ມຢູ່ລາວ (Honda Y-E-S Award) ຈັດຂຶ້ນວັນທີ 15 ມິຖຸນາ 2020 ຢູ່ຄະນະວິສະວະກໍາສາດ ມີທ່ານ ຄໍາຜຸຍ ສຸດທິສົມບັດ ຄະນະບໍດີ ຄະນະວິສະວະກໍາສາດ ທ່ານ ບຸນລ້ວນ ດ້ວງເງິນ ຜູ້ອໍານວຍການສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ຄະນະກໍາມະການໂຄງການລາງວັນຮອນດາປະຈໍາປີ 2020 ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

    ການປະຖົມນິເທດຄັ້ງນີ້ ເພື່ອອະທິບາຍກ່ຽວກັບໂຄງການລາງວັນຮອນດາ ເພື່ອໃຫ້ນັກສຶກສາເຂົ້າໃຈເຖິງຈຸດປະສົງຂອງໂຄງການ ບັນດາມາດຖານ ເງື່ອນໄຂ ແລະ ແນະນໍາເຕັກນິກການສະໝັກເຂົ້າແຂ່ງຂັນແລະ ຊີງເອົາລາງວັນດັ່ງກ່າວ ເຊິ່ງແຕ່ລະປີມີນັກສຶກສາ 2 ຄົນ ທີ່ໄດ້ຮັບລາງວັນຊະນະເລີດ ໃນນີ້ໄດ້ຮັບຫຼຽນຮອນດາ ໃບຢັ້ງຢືນ ພ້ອມທຶນການສຶກສາ 3.000 ໂດລາສະຫະລັດ ລາງວັນດັ່ງກ່າວດໍາເນີນມາໄດ້ 12 ປີ ແລະ ປີນີ້ເປັນປີທີ 13 ໂດຍຈະມອບລາງວັນໃນວັນທີ 30 ກັນຍາ 2020.

    ມູນນິທິຮອນດາ ສ້າງຕັ້ງຂຶ້ນປີ 1977 ໂດຍໄດ້ຮັບການອຸປະຖໍາຈາກຜູ້ສ້າງຕັ້ງບໍລິສັດອຸດສາຫະກໍາລົດຍົນຮອນດາ ທ່ານ ຮອນດາ ໂຊອິຈິໂຣະ ແລະ ນ້ອງຊາຍຂອງທ່ານ (ທ່ານ ຮອນດາ ເບັນຢີໂຣ) ເພື່ອສົ່ງເສີມການສ້າງຄວາມສີວິໄລຂອງມວນມະນຸດທີ່ບໍ່ທໍາລາຍສິ່ງແວດລ້ອມ ໃນໂອກາດວັນຄ້າຍວັນເກີດຂອງທ່ານ ຮອນດາ ໂຊອິຈິໂຣະ ແລະ ວັນຄົບຮອບ 30 ປີ ຂອງການສ້າງຕັ້ງມູນນິທິ ຈຶ່ງໄດ້ສ້າງຕັ້ງທຶນການສຶກສາ Honda Y-E-S Award ຂຶ້ນໃນຂົງເຂດອາຊີອາຄະເນ ເພື່ອສົ່ງເສີມການຮໍ່າຮຽນ ການຄົ້ນຄວ້າ ແລະ ສ້າງຜູ້ນໍາຊາວໜຸ່ມຜູ້ທີ່ຈະຮັບຜິດຊອບຕໍ່ອະນາຄົດຂອງຊາດ ອອກຮັບໃຊ້ສັງຄົມ ພັດທະນາອຸດສາຫະກໍາ ແລະ ວິທະຍາສາດ ເຕັກໂນໂລຊີໃນຂົງເຂດອາຊີຕາເວັນອອກສຽງໃຕ້ໃຫ້ມີຄວາມຄວາມສົມດຸນ ແລະ ເຂັ້ມແຂງ ໂຄງການໄດ້ເລີ່ມຕົ້ນຢູ່ປະເທດຫວຽດນາມປີ 2006 ປະເທດອິນເດຍປີ 2007 ປະເທດລາວ ແລະ ກໍາປູເຈຍປີ 2008 ປະເທດມຽນມາປີ 2014 ແລະ ປະເທດບັງກະລາເທດປີ 2018.

error: Content is protected !!