ການກຳນົດວັນ ເວລາ ການສອບຊັ້ນສາຍສາມັນປີສຸດທ້າຍ ອອກມາແລ້ວ

    ກາຍເປັນບັນຫາທີ່ສັງຄົມໃຫ້ຄວາມສົນໃຈ ພ້ອມຕັ້ງຄໍາຖາມເປັນຈໍານວນຫຼາຍ ພາຍຫຼັງທີ່ລາວເຮົາໄດ້ປະຕິບັດມາດຕະການໂຈະການຮຽນ-ການສອນໄປໄລຍະໜຶ່ງ ແຕ່ປັດຈຸບັນເລີ່ມເປີດຮຽນຄືນ ເນື່ອງຈາກໄລຍະເວລາພັກດົນ ຈຶ່ງເຮັດໃຫ້ຫຼາຍຄົນຂ້ອງໃຈເຖິງໄລຍະເວລາການສອບເສັງຂອງບັນດາໂຮງຮຽນ ຫຼື ສະຖາບັນຕ່າງໆ ໂດຍສະເພາະສາຍສາມັນ ສຶກສາ ຫຼ້າສຸດ ກະຊວງສຶກສາທິການ ແລະ ກີລາ ໄດ້ອອກແຈ້ງການກ່ຽວກັບການສອບເສັງຈົບຊັ້ນສາຍສາມັນສຶກສາ ປະຈໍາສົກຮຽນ 2019-2020.

    ອີງຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກີລາ ລົງວັນທີ 15 ມິຖຸນາ 2020 ໃຫ້ຮູ້ເຖິງກໍານົດວັນເວລາສອບເສັງຂອງສາຍສາມັນວ່າ: ສະເພາະຊັ້ນປະຖົມສຶກສາ ການສອບເສັງຈົບຊັ້ນປະຖົມ ປ5 ກໍານົດເອົາ 3 ວິຊາຄື: ພາສາລາວ (ພາກຫັດແຕ່ງ ພາກຂຽນທວາຍ ຄໍາຖາມ) ຄະນິດສາດ ແລະ ໂລກອ້ອມຕົວເຮົາ ໃຫ້ສົ່ງບົດລາຍງານການຈັດຕັ້ງປະຕິບັດຫຼັກສູດຊັ້ນ ປ5 ສະຖິຕິນັກສອບເສັງ ແຍກຍິງ-ຊາຍ ນັກສອບເສັງຫ້ອງສອງພາສາລາວ-ຝຣັ່ງຈໍານວນຫ້ອງສູນສອບເສັງ ເຖິງກົມສາມັນສຶກສາກ່ອນວັນທີ 26 ມິຖຸນາ 2020.

    ກໍານົດການສອບເສັງຈົບຊັ້ນ ປ5 ວັນທີ 16-17 ກໍລະກົດ 2020 ແລະ ວັນທີ 27-28 ກໍລະກົດ 2020 ສອບເສັງຄືນ ສໍາລັບນັກຮຽນ ປ5 ທີ່ຂາດສອບເສັງຈົບຊັ້ນທີ່ມີເຫດຜົນພຽງພໍວັນທີ 14 ສິງຫາ 2020 ສົ່ງລາຍງານຜົນການສອບເສັງຊັ້ນ ປ5 ເຖິງກົມສາມັນສຶກສາ ສ່ວນຊັ້ນມັດທະຍົມ ກະກຽມໃຫ້ແຕ່ງຕັ້ງຄະນະກໍາມະການ ແລະ ອະນຸກໍາມະການຝ່າຍຕ່າງໆເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຜົນສໍາເລັດທີ່ມີປະສິດທິພາບໃນການສອບເສັງ ພິເສດໃຫ້ສືບຕໍ່ແຕ່ງຕັ້ງໜ່ວຍສະເພາະກິດເພື່ອກວດກາຕິດຕາມ ສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃນການສອບເສັງ ຈັດຕັ້ງເຜີຍແຜ່ລະບຽບການສອບເສັງໃຫ້ຄະນະກໍາມະການ ຄູ ນັກຮຽນ ແລະ ສັງຄົມ ເພື່ອສະກັດກັ້ນປາກົດການຫຍໍ້ທໍ້ໃນການສອບເສັງຈົບຊັ້ນມັດທະຍົມສຶກສາ ໃຫ້ສົ່ງຊື່ ນາມສະກຸນ ຕໍາແໜ່ງ ທີ່ຢູ່ ເບີໂທລະສັບ ອີເມວ ຂອງຄະນະກໍາມະການຮັບຜິດຊອບການສອບເສັງ ຜູ້ທີ່ຈະຮັບຫົວບົດສອບເສັງ ແລະ ຂະໜານຕອບບົດສອບເສັງ ເຖິງກົມສາມັນສຶກສາກ່ອນວັນທີ 9 ກໍລະກົດ 2020 ສ່ວນດ້ານການຈັດຕັ້ງປະຕິບັດສອບເສັງກໍ ານົດເອົາວັນທີ 10-31 ກໍລະກົດ 2020 ພະນັກງານຂັ້ນແຂວງ ນະຄອນຫຼວງ ເຂົ້າສູນອັດສໍາເນົາ ຫົວບົດສອບເສັງຈົບຊັ້ນມັດທະຍົມ ມ4 ແລະ ມ7 ກໍານົດເອົາວັນທີ 22-24 ກໍລະກົດ 2020 ສອບເສັງຈົບຊັ້ນ ມ4 ກໍານົດເອົາ 29-31 ກໍລະກົດ 2020 ສອບເສັງຈົບຊັ້ນ ມ7 ແລະ ສອບເສັງຄືນ ມ4 ສໍາລັບການສອບເສັງຄືນ ມ4 ທີ່ຂາດສອບເສັງໂດຍມີເຫດຜົນພຽງພໍ ໃຫ້ນໍາໃຊ້ບົດສອບເສັງສໍາຮອງ ສ່ວນການສອບເສັງຄືນຊັ້ນ ມ7 ກໍານົດເອົາວັນທີ 3-5 ສິງຫາ 2020 ສໍາລັບຜູ້ທີ່ມີເຫດຜົນພຽງພໍ ແລະ ໃຫ້ນໍາໃຊ້ຫົວບົດສອບເສັງສໍາຮອງເຊັ່ນກັນ ແລະ ອາທິດທີ 3 ຂອງເດືອນສິງຫາ 2020 ສະຫຼຸບຜົນການສອບເສັງ ມ4 ແລະ ມ7 ສົ່ງກົມສາມັນສຶກສາ.

# ຂ່າວ & ພາບ:  ບຸນມີ

error: Content is protected !!