ຄະນະພັກຮາກຖານ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ເປັນຄະນະພັກຮາກຖານໜຶ່ງນອນໃນຂົງເຂດວັດທະນະທຳ-ສັງຄົມ ພາຍໃຕ້ການຊີ້ນຳ-ນຳພາກ່ຽວກັບວຽກງານພັກ-ພະນັກງານ ຈາກຄະນະພັກນະຄອນຫຼວງວຽງຈັນ ແລະ ຊີ້ນຳດ້ານວິຊາການຈາກກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີພາລະບົດບາດສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ເຊື່ອມຊຶມ ກຳແໜ້ນ ແລະ ມີຄວາມເປັນເອກະພາບສູງ ຕໍ່ກັບແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ມະຕິ ຄຳສັ່ງ ແລະ ລະບຽບກົດໝາຍຂອງລັດກ່ຽວກັບວຽກງານຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ສຳເລັດຕາມລະດັບຄາດໝາຍ.

ຄະນະພັກຮາກຖານພະແນກ (ຖວທ ນວ) ປັດຈຸບັນມີ 8 ໜ່ວຍພັກຄື ໜ່ວຍພັກຫ້ອງການຈັດຕັ້ງ ແລະ ຖະແຫຼງຂ່າວ ໜ່ວຍພັກຂົງເຂດວັດທະນະທຳ ໜ່ວຍພັກຂົງເຂດທ່ອງທ່ຽວ ໜ່ວຍພັກໜັງສືພິມວຽງຈັນໃໝ່ ໜ່ວຍພັກວິທະຍຸ-ໂທລະພາບ ໜ່ວຍພັກລັດວິສາຫະກິດໂຮງພິມນະຄອນຫຼວງ ໜ່ວຍພັກສະມາຄົມທຸລະກິດທ່ອງທ່ຽວລາວ ແລະ ໜ່ວຍພັກການຄ້າແມ່ຂອງ ມີສະມາຊິກພັກ 115 ສະຫາຍ ຍິງ 49 ສະຫາຍ ເປັນສະມາຊິກພັກສົມບູນ 98 ສະຫາຍ ຍິງ 40 ສະຫາຍ ໃນໄລຍະ 5 ປີ ຜ່ານມາຄະນະພັກຮາກຖານໄດ້ຊີ້ນຳເອົາໃຈໃສ່ໃນວຽກກໍ່ສ້າງພັກ-ພະນັກງານຢ່າງເນື່ອງນິດລຽນຕິດ ແລະ ໄດ້ຮັບໝາກຜົນຄະນະພັກຮາກຖານ ຄະນະໜ່ວຍພັກ ສະມາຊິກພັກ ຕະຫຼອດຮອດພະນັກງານລັດຖະກອນ ໄດ້ຄົ້ນຄວ້າຮ່ຳຮຽນເຊື່ອມຊືມແນວທາງມະຕິຂອງພັກ ນະໂຍບາຍ ແລະ ກົດໝາຍຂອງລັດເປັນຕົ້ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງນະຄອນຫຼວງວຽງຈັນ ຕິດພັນກັບການຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສຳຄັນຕ່າງໆຂອງຊາດ ຂອງພັກ ຂອງຜູ້ນຳ ເຫດການທີ່ພົ້ນເດັ່ນເກີດຂື້ນທັງພາຍໃນ ແລະ ຕ່າງປະເທດ ແລະ ເອກະສານອື່ນໆ ຕາມການຊີ້ນຳຂອງຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ໃນແຕ່ລະໄລຍະ ເຊິ່ງລວມທັງໝົດໄດ້ 72 ຄັ້ງ ມີສະມາຊິກພັກລັດຖະກອນເຂົ້າຮ່ວມຈຳນວນ 6.465 ເທື່ອຄົນ ຜ່ານການຈັດຕັ້ງເຊື່ອມຊຶມໄດ້ເຮັດໃຫ້ພະນັກງານ ສະມາຊິກພັກໄດ້ມີຄວາມຮັບຮູ້ເຂົ້າໃຈ ມີຄຸນທາດການເມືອງໜັກແໜ້ນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ ມີສະຕິຫຼັກໝັ້ນມິດ-ສັດຕູຈະແຈ້ງ ຕ້ານທຸກປະກົດການຫຍໍ້ທໍ້ ມີຄຸນສົມບັດສີນທຳປະຕິວັດທີ່ຖືກຕ້ອງ ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ ມີນ້ຳໃຈເສຍສະຫຼະ ຮັບໃຊ້ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ສະແດງອອກໃນການເຄື່ອນໄຫວ ແລະ ການກະທຳຕົວຈິງຂອງສະມາຊິກພັກ ໃນການປະຕິບັດຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ແລະ ມີຜົນສຳເລັດ ໃນໜ້າທີ່ວຽກງານສູງ.
ສຳລັບວຽກງານຈັດຕັ້ງພັກ-ພະນັກງານໄດ້ຮັບການປັບປຸງ ແລະ ປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ມີລັກສະນະເປັນລະບົບຄົບຊຸດຕໍ່ເນື່ອງກົງຈັກການຈັດຕັ້ງພາຍໃນພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນໃນ 5 ປີຜ່ານມາໄດ້ປັບປຸງການຈັດຕັ້ງຂັ້ນຄະນະພະແນກ 1 ຄັ້ງ ຈຳນວນ 1 ທ່ານ ແລະ ຂັ້ນຂະແໜງ ແລະ ກອງວິຊາການ 2 ຄັ້ງ ຈຳນວນ 5 ທ່ານ ຂັ້ນເມືອງ 6 ຄັ້ງ ຈຳນວນ 6 ທ່ານ ຄະນະພັກຮາກຖານ ຄະນະໜ່ວຍພັກ ແລະ ສະມາຊິກ ສ່ວນຫຼາຍ ມີສະຕິເຄົາລົບ ແລະ ປະຕິບັດລະບຽບຂອງພັກ ກົດໝາຍ ແລະ ລະບຽບຕ່າງໆຂອງລັດຢ່າງເຂັ້ມງວດເປັນແບບຢ່າງທີ່ດີໃນການເຄື່ອນໄຫວດຳລົງຊີວິດຂອງສະມາຊິກພັກ ໜ່ວຍພັກໄດ້ຮັບການປັບປຸງຍົກສູງຂຶ້ນເທື່ອລະກ້າວ ປະຕິບັດລະບອບຮ່ວມຊີວິດພັກ ແລະ ເສຍເງິນສະຕິພັກຕາມກົດລະບຽບຂອງພັກ ພ້ອມກັນນັ້ນຍັງປະຕິບັດການຍ້ອງຍໍສະມາຊິກພັກຜູ້ທີ່ດີເດັ່ນ ເກັບເງິນສະຕິສະມາຊິກພັກ 25,4 ລ້ານກີບ ມອບໃຫ້ຄະນະຈັດຕັ້ງນະຄອນຫຼວງວຽງຈັນ 10 ລ້ານກວ່າກີບ ເຊິ່ງໃນ 5 ປີຜ່ານມາສາມາດຮັກສານາມມະຍົດ ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໄດ້ 5 ໜ່ວຍພັກ 5 ປີຕິດຕໍ່ກັນ ຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກ ໄດ້ 26 ສະຫາຍ ຍິງ 13 ສະຫາຍ ນອກຈາກນັ້ນ ໄດ້ເອົາໃຈໃສ່ສ້າງກໍ່ສ້າງ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ ໄດ້ຮັບການເອົາໃຈໃສ່ຢ່າງເປັນລະບົບຕໍ່ເນື່ອງ ໂດຍສະເພາະ ແຜນກຳນົດພະນັກງານນຳພາ – ຄຸ້ມຄອງ ບຳລຸງສ້າງພະນັກງານ ຮັບປະກັນສາມຮຸ້ນ ສາມລະດັບ ເພື່ອສືບທອດປ່ຽນແທນໃຫ້ມີຄຸນນະພາບ ສົມຄູ່ກັບໜ້າທີ່ການເມືອງໃນໄລຍະໃໝ່ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກ ຕ້ອງຕາມທິດຊີ້ນຳຂອງຂັ້ນເທີງ ໄດ້ນະໂຍບາຍໃຫ້ພະນັກງານໄປຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍທຶນຂອງລັດ ແລະ ທຶນສ່ວນຕົວ 21 ສະຫາຍ ຍິງ 10 ສະຫາຍ ໃນນັ້ນ ປະລິນຍາໂທ 12 ສະຫາຍ ປະລິຍາຕີ 8 ສະຫາຍ ຍິງ 5 ສະຫາຍ ປະລິນຍາເອກ 1 ສະຫາຍ ເປັນຍິງ ພິເສດໄດ້ເປີດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງ ຊັ້ນຕົ້ນ 1 ຊຸດ ມີຜູ້ເຂົ້າຮຽນ 41 ສະຫາຍ ຍິງ 21 ສະຫາຍ ໄດ້ຈັດສົ່ງພະນັກງານລົງກໍ່ສ້າງຮາກຖານ ຕາມນະໂຍບາຍສາມສ້າງ 7 ສະຫາຍ ຍິງ 2 ສະຫາຍ ທັງໄດ້ນຳພາຄົ້ນຄວ້ານຳສະເໜີຂັ້ນເທິງເລື່ອນຊັ້ນ ຂັ້ນເງິນເດືອນ 10 ຄັ້ງ 344 ເທື່ອຄົນ ຍິງ 172 ເທື່ອຄົນ ໄດ້ຄົ້ນຄວ້າປະຕິບັດນະໂຍບາຍລາພັກປະຈຳປີ ຈຳນວນ 184 ເທື່ອຄົນ ຍິງ 76 ເທື່ອຄົນ ແລະ ໄດ້ປະຕິບັດນະໂຍບາຍຕໍ່ພະນັກງານທີ່ມີຜົນງານຄົບອາຍຸການ ແລະ ມີເງື່ອນໄຂພັກຜ່ອນຮັບບຳນານ 20 ສະຫາຍ ພັກຜ່ອນຮັບບຳເນັດ 4 ສະຫາຍ ຍິງ 1 ສະຫາຍ ແລະ ນະໂຍບາຍຕໍ່ພະນັກງານເສຍຊີວິດ 3 ສະຫາຍ ທັງໄດ້ເອົາໃຈໃສ່ກວດກາ ຕິດຕາມ ຄຸ້ມຄອງ ແລະ ປ້ອງກັນພັກໃນໄລຍະ 5 ປີ ໄດ້ດຳເນີນການກວດກາການຈັດຕັ້ງພັກ ການຈັດຕັ້ງລັດ ແລະ ສະມາຊິກພັກເປັນປົກກະຕິ.
ນອກນັ້ນຍັງໄດ້ດຳເນີນກວດກາສະເພາະກິດ 3 ຄັ້ງ ຜ່ານການກວດກາເຫັນພະນັກງານສໍ້ລາດບັງຫຼວງ 2 ກໍລະນີ ແລະ ໄພສັງຄົມ 1 ກໍລະນີ ປະຈຸບັນສາມາດເວົ້າໄດ້ວ່າສະມາຊິກພັກ ພະນັກງານ-ລັດຖະກອນ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຄະນະພັກຮາກຖານ ກໍຄື ພະແນກສ່ວນຫຼາຍ ມີຄຸນທາດການເມືອງໜັກແໜ້ນ ມີຄວາມເສຍສະຫຼະ ຮັກສາໄດ້ຄວາມລັບຂອງພັກ ນ້ຳໃຈຮັກຊາດ ຮັກລະບອບໃໝ່ ໄດ້ຮັບການຍົກສູງຂື້ນ ມີຄວາມສາມັກຄີເປັນປຶກແຜ່ນເຮັດສຳເລັດທຸກໜ້າທີ່ການ ເມືອງທີ່ພັກ-ລັດ ຂັ້ນເທິງມອບໝາຍໃຫ້.