ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ສະເຫຼີມສະຫຼອງຄົບຮອບ 10 ປີ

    ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມຄົບຮອບ 10 ປີ ວັນທີ 18 ພະຈິກ 2022 ທີ່ໂຮງແຮມດອນຈັນ ພາເລດ ມີທ່ານນາງ ຜ່ອງສີ ປັນຍານຸວົງ ປະທານຄະນະບໍລິຫານງານສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ທ່ານ ພູທອນ ແກ້ວມະນີ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ມີຕາງໜ້າຈາກກະຊວງ ທູດ ຜູ້ໃຫ້ທຶນ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງສັງຄົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

    ຕະຫຼອວດໄລຍະ 10 ປີຜ່ານມາ ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ໄດ້ສຸມໃສ່ການປັບປຸງເງື່ອນໄຂຕ່າງໆເພື່ອອຳນວຍຄວາມສະດວກໃຫ້ແກ່ແມ່ຍິງ ແລະ ເດັກຍິງ ບຸກຄົນໃນສັງຄົມ ໂດຍໂຄສະນາປູກຈິດສຳນຶກກ່ຽວກັບສິດຂອງແມ່ຍິງ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ເປັນເຈົ້າການໃນການນຳພາປ່ຽນແປງພຶດິກຳ ແລະ ທັດສະນະຄະຕິຂອງຄົນ ໂດຍສະເພາະ ແມ່ນຊາວໜຸ່ມຢູ່ໃນຊຸມຊົນ ແລະ ສັງຄົມທີ່ມີຫຼາກຫຼາຍຊົນເຜົ່າ ເຂດຫ່າງໄກສອກຫຼີກ ເພື່ອໃຫ້ຄອບຄົວ ຊຸມຊົນ ແລະ ສັງຄົມໄດ້ຢູ່ຮ່ວມກັນຢ່າງສັນຕິ ເພີ່ມທະວີຍົກສູງ ແລະ ເຄົນລົບສິດທິຂອງແມ່ຍິງ ພ້ອມກັນຢຸດຕິຄວາມຮຸນແຮງຕໍ່ແມ່ ແລະ ເດັກ ເພື່ອເຮັດໃຫ້ເຂົາເຈົ້າສາມາດເຂົ້າເຖິງຄວາມຍຸຕິທຳຫຼາຍຂຶ້ນ ໂດຍຜ່ານຫ້ອງການໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອແມ່ຍິງ ນອກຈາກນີ້ ສະມາຄົມຍັງມີໂຄງການເຊື່ອມສານບົດບາດຍິງ-ຊາຍຢູ່ບັນດາບ້ານເປົ້າໝາຍ ໂດຍການສ້າງກຸ່ມອາສາສະໝັກຂຶ້ນຫຼາຍກຸ່ມໃນຊຸມຊົນ ເຝິກອົບຮົມ ສົ່ງເສີມກຸ່ມອາສາສະໝັກໃຫ້ກາຍເປັນຕົວແບບຂອງການເຄົາລົບສິດສະເໝີພາບລະຫວ່າງຍິງ-ຊາຍ ສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງໃນຊຸມຊົນຂອງເຂົາເຈົ້າ ພ້ອມກັນນັ້ນ ໄດ້ປະສານສົມກັບມະຫາວິທະຍາໄລຕ່າງໆ ເພື່ອເຊື່ອມສານບົດບາດຍິງ-ຊາຍເຂົ້າໃນຫຼັກສູດການຮຽນ-ການສອນ ແລະ ກິດຈະກຳໂຄສະນາເຜີຍແຜ່ກົດໝາຍໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ນັກຮຽນນັກສຶກສາທີ່ເປັນຄົນຮຸ່ນໃໝ່ ມີທັດສະນະຄະຕິທີ່ດີຕໍ່ເພດກົງກັນຂ້າມ ທັບມ້າງຮີດເກົ່າຄອງເດີມ ທີ່ມີການຈຳແນກ ມີຄວາມລ້າຫຼັງ ແລະ ຄວາມບໍ່ສະເໝີພາບ ໄດ້ຮັບການປັບປຸງໃຫ້ດີຂຶ້ນ.

    ພາຍໃນງານໄດ້ຮັບຟັງການນຳສະເໜີ ແລະ ວີດີໂອສັງລວມຜົນສຳເລັດຂອງສະມາຄົມໄລຍະ 10 ປີຜ່ານມາ ມອບໃນຍ້ອງຍໍໃຫ້ສະມາຄົມ ແລະ ກຸ່ມບ້ານເປົ້າໝາຍຕື່ມອີກ.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!