ລອຍນໍ້າແຂວງຫຼວງພະບາງ ຍາດໄດ້ອີກ 1 ຫຼຽນຄຳ 1 ຫຼຽນເງິນ ໃນຊຽງຂວາງ ເກມ

    ນັກກີລາລອຍນໍ້າແຂວງຫຼວງພະບາງ ຍາດໄດ້ອີກ 1 ຫຼຽນຄໍາ ແລະ 1 ຫຼຽນເງິນ ໃນການແຂ່ງຂັນກີລາລອຍນໍ້າງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ (ຊຽງຂວາງ ເກມ) ວັນທີ  20 ພະຈິກ 2022 ຢູ່ສະໜາມກີລາລອຍນໍ້າ ຫຼັກ 16 ນະຄອນຫຼວງວຽງຈັນ ເຊິ່ງນັກກີລາແຂວງຫຼວງພະບາງ ລົງແຂ່ງຂັນອີກ 4 ລາຍການ.

    ທ່ານ ສຸລິຍັນ ບານຸວົງ ຄູເຝິກກີລາລອຍນໍ້າແຂວງຫຼວງພະບາງ ໃຫ້ສຳພາດວ່າ: ໃນມື້ທີ 2 ຂອງການແຂ່ງຂັນກີລາລອຍນໍ້າ ນັກກີລາແຂວງຫຼວງພະບາງ ລົງແຂ່ງຂັນອີກ 4 ລາຍການ ປະກອບມີລອຍຫງາຍ 200 ແມັດ ຊາຍ ລອຍທຳມະດາ 200 ແມັດ ຊາຍ ແລະ ລອຍທ່າປະສົມ 4×50 ແມັດ ຍິງ-ຊາຍ ໂດຍຕັ້ງເປົ້າຈະຍາດໃຫ້ໄດ້ອີກ 1 ຫຼຽນຄໍາ ຜ່ານການແຂ່ງຂັນແມ່ນບັນລຸເກີນຄາດໝາຍ ຄື: ໄດ້ 1 ຫຼຽນຄໍາ ແລະ 1 ຫຼຽນເງິນ ໃນນີ້ ຫຼຽນຄໍາໄດ້ຈາກນາງ ກາບີຮແອນລາ ສີສຸລາດ ໃນລາຍການລອຍທ່າປະສົມ 4×50 ແມັດ ຍິງ ສ່ວນອີກ 1 ຫຼຽນເງິນ ໄດ້ຈາກທ້າວ ພິໄຊຍະເດດ ທິຣະກຸນ ໃນລາຍການລອຍທ່າປະສົມ 4×50 ແມັດ ຊາຍ ໂອ ກາດນີ້ທ່ານ ສຸລິຍັນ ບານຸວົງ ກໍໄດ້ເຊີນຊວນໃຫ້ມວນຊົນຊາວຫຼວງພະບາງ ຊ່ວຍເຊຍ ແລະ ໃຫ້ກຳລັງໃຈນັກກີລາແຂວງຫຼວງພະບາງ ທີ່ກຳລັງດຳເນີນການແຂ່ງຂັນເພື່ອເອົາຊະນະຄູ່ແຂ່ງທີ່ມີຄວາມພ້ອມຫຼາຍກວ່າ.

    ປັດຈຸບັນ ທີມນັກກີລາລອຍນໍ້າແຂວງຫຼວງພະບາງ ຍາດໄດ້ແລ້ວ 2 ຫຼຽນຄຳ 2 ຫຼຽນເງິນ 1 ຫຼຽນທອງ ສຳລັບວັນທີ 21 ພະຈິກ 2022 ຈະສືບຕໍ່ແຂ່ງຂັນອີກ 5 ລາຍການ ປະກອບມີລອຍຫງາຍ 50 ແມັດ ຍິງ ລອຍທຳມະດາ 100 ແມັດ ຍິງ ລອຍທຳມະດາ 200 ແມັດ ຍິງ ລອຍຫງາຍ 50 ແມັດ ຊາຍ ລອຍກົບ 200 ແມັດ ຊາຍ ໃນນີ້ ໄດ້ຕັ້ງເປົ້າໃຫ້ໄດ້ 2 ຫຼຽນເງິນ ຈາກລາຍການລອຍຫງາຍ 50 ແມັດ ຍິງ-ຊາຍ.

    ສໍາລັບການແຂ່ງຂັນສຳລັບກີລາລອຍນໍ້າ ຈະແຈ້ງລາຍການເປັນແຕ່ລະວັນ ໂດຍຈະມີການຊີງໄຊທັງໝົດ 27 ຫຼຽນຄຳ ຕາມການກຳນົດຂອງແຂວງເຈົ້າພາບ ໃນນີ້ ເພດຊາຍ 24 ຫຼຽນຄໍາ ເພດຍິິງ 12 ຫຼຽນຄໍາ ແລະປະສົມ 1 ຫຼຽນຄໍາ.

error: Content is protected !!