ຫຼາຍກວ່າ 600 ຄົນ ຮ່ວມຖີບເພື່ອສຸຂະພາບ ປິດກິດຈະກຳກີລາປະຈຳປີ ຄອບຄົວເບຍລາວ

    ນັກກີລາລົດຖີບຊາວນະຄອນຫຼວງວຽງຈັນ ທັງສະໝັກຫຼິ້ນ ອະດີດທີມຊາດ ແລະ ທີມຊາດ ຫຼາຍກວ່າ 600 ຄົນ ເຂົ້າຮ່ວມໂຄງການຖີບເພື່ອສຸຂະພາບ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດ (2 ທັນວາ) ຄົບຮອບ 47 ປີ ທັງເປັນການປິດກິດຈະກຳກີລາຂອງຄອບຄົວເບຍລາວ ປະຈຳປີ 2022 ຂຶ້ນວັນທີ 19 ພະຈິກ 2022 ຢູ່ສວນປະຕູໄຊ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການນຳພາຂອງທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ມີທ່ານ ຈັນທະໜອມ ເມກສະຫວັນ ຜູ້ຈັດການບໍລິສັດ ເບຍລາວ ຈຳກັດ ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມທຸລະກິດຮ້ານອາຫານລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.​

    ທ່ານ ຄຳແພງ ເພົ້າບົວວົງ ກ່າວວ່າ: ໂຄງການປັ່ນເພື່ອສຸຂະພາບ ແນໃສ່ສ້າງຂະບວນການສະເຫຼິມສະ ຫຼອງວັນຊາດ (2 ທັນວາ) ຄົບຮອບ 47 ປີ ໃຫ້ເປັນຂະບວນການຟົດຟື້ນ ທັງເປັນການປິດກິດຈະກຳກີລາປະ ຈຳປີຂອງຄອບຄົວເບຍລາວ ສ້າງໂອກາດໃຫ້ນັກຖີບ ກໍຄືຜູ້ປະກອບການຮ້ານອາຫານທີ່ເປັນລູກຄ້າຄູ່ຮ່ວມທຸ ລະກິດເບຍລາວ ແລະ ບໍລິສັດ ເບຍລາວ ຈຳກັດ ທີ່ນອນໃນຄອບຄົວເບຍລາວ ໄດ້ມາພົບປະ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຮັດໃຫ້ມີສຸຂະພາບແຂງແຮງ ພ້ອມກັນປະກອບສ່ວນພັດທະນາເສດຖະກິດຂອງຊາດໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງ ແລະ ສາມາດດຶງດູດການທ່ອງທ່ຽວໃຫ້ກັບມາຄືກຄັກອີກຄັ້ງ.​

    ໂຄງການຖີບເພື່ອສຸຂະພາບຄັ້ງນີ້ ໄດ້ເລີ່ມຕົ້ນຈາກສວນປະຕູໄຊ ໄປຫາຫໍຄໍາ ລ້ຽວເຂົ້າທາງສາມແສນໄທຂຶ້ນໄປໂຄ້ງຢູ່ສວນເຈົ້າຟ້າງຸ່ມ ແລ້ວໂຄ້ງເຂົ້າສາມແຍກປາກປາສັກ ລຽບຕາມເສັ້ນທາງແຄມຂອງຈົນຮອດສາມແຍກວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລ້ວລ້ຽວຂວາໄປຕາມຖະໜົນທ່າເດື່ອ ມຸ່ງໜ້າສູ່ບໍລິສັດ ເບຍບາວຈຳກັດ ເພື່ອຢຸດພັກ ແລະ ເຕົ້າໂຮມກັນອີກຄັ້ງ ກ່ອນຈະສືບຕໍ່ເດີນທາງລ້ຽວຊ້າຍທາງຕັດໃໝ່ ຂ້າງໂຮງງານເບຍລາວ ເຂົ້າທາງເຂດບ້ານດົງຄໍາຊ້າງ ແລະ ອອກສູ່ບຶງທາດຫຼວງ ຖືວ່າສໍາເລັດ.

error: Content is protected !!