ຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນມັດທະຍົມໃຫ້ແຂວງຫົວພັນ ມູນຄ່າ 90.000 ໂດລາສະຫະລັດ

    ພິທີເຊັນສັນຍາຊ່ວຍເຫຼືອ ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານເມືອງວັ້ນ ເມືອງແອດ ແຂວງຫົວພັນ ຈັດຂຶ້ນໃນວັນທີ 18 ພະຈິກ 2022 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ມູນຄ່າ 90.000 ໂດລາສະຫະລັດ ປະມານ 1,6 ຕື້ກີບ ໂດຍການຮ່ວມລົງນາມລະຫວ່າງທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ແລະ ທ່ານ ຂັນທອງ ວົງສົມບັດ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງແອດ ມີທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ໂຄບະຢະຊິ ເຄັນອິຈິ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ໃຫ້ໂຮງຮຽນມັດທະຍົມຕອນຕົ້ນບ້ານເມືອງວັ້ນ ເມືອງແອດ ແຂວງຫົວພັນ ພ້ອມທັງສະໜອງອຸປະກອນເຄື່ອງໃຊ້ໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນດັ່ງກ່າວ ເພື່ອປະກອບສວນເຂົ້າໃນການປັບປຸງສະພາບແວດລ້ອມການສຶກສາ ແລະ ສຸຂະອະນາໄມຂອງໂຮງຮຽນ.

    ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈໍາເປັນໃຫ້ແກ່ໂຄງການຂະໜາດນ້ອຍ ທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການ ພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອລັດຖະບານລາວປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ ເພື່ອຮັບປະກັນບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

error: Content is protected !!