ແນະນໍາຕົວແທນຈໍາໜ່າຍ WM Motor ສຳລັບຕະຫຼາດລາວ ແລະ ແນະນໍາລົດໄຟຟ້າ ເວວທ໌ມາຍເຕີ W5

    ພິທີແນະນໍາຕົວແທນຈໍາໜ່າຍ WM Motor ສຳລັບຕະຫຼາດລາວ ແລະ ແນະນຳລົດໄຟຟ້າ ເວວທ໌ມາຍເຕີ W5 ຈັດຂຶ້ນວັນທີ 19 ພະຈິກ 2022 ຜ່ານມາ ຢູ່ສູນການຄ້າລາວ-ໄອເຕັກ ໂດຍມີທ່ານ ລັດສະສີພົນ ພິມພະຈັນ ຜູ້ອຳນວຍການບໍລິສັດ ເວເອັມມໍເຕີລາວ ພາຍໃຕ້ກຸ່ມບໍລິສັດ ລາວທານີ ທ່ານ Yedi Sondy ອຳນວຍການບໍລິສັດ Weltmeister Asia Pacific ພ້ອມດ້ວຍບັນດາລູກຄ້າ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

    ທ່ານ ລັດສະສີພົນ ພິມພະຈັນ ກ່າວວ່າ: ຕົນຮູ້ສຶກພາກພູມໃຈທີ່ໄດ້ຮັບແຕ່ງຕັ້ງເປັນຕົວແທນຈຳໜ່າຍເປັນທາງການສຳລັບລົດໄຟຟ້າ 100% ຢີ່ຫໍ້ ເວວທ໌ມາຍເຕີ ທີ່ມີຄວາມໝາຍວ່າ “ແຊັມໂລກ” ໃນພາສາເຢຍລະມັນ ໄດ້ຮັບການອອກແບບ ແລະ ພັດທະນາຈາກການຮ່ວມມືລະຫວ່າງ Weltmeister Motor Technology ແລະ ບໍລິສັດອອກແບບລົດຍົນຊັ້ນແນວໜ້າໃນປະເທດເຢຍລະມັນ ເວວທ໌ມາຍເຕີ ເປັນ 1 ໃນ 4 Unicorn Startups ໃນວົງການລົດໄຟຟ້າ 100% ໃນ ສປ ຈີນ ໂດຍບໍລິສັດເນັ້ນໃສ່ການເຊື່ອມຕໍ່ເຕັກໂນໂລຊີຂອງລົດເຂົ້າກັບຊີວິດປະຈຳວັນຂອງຜູ້ໃຊ້ໃນຮູບແບບ Smart Eco-system ທີ່ເຮັດໃຫ້ການນຳໃຊ້ລົດເປັນໄດ້ຫຼາຍກວ່າພາຫະນະໃນການເດີນທາງ ເວວທ໌ມາຍເຕີ ຕັ້ງໃຈຜະລິດ ແລະ  ສະໜອງລົດໄຟຟ້າ 100%  ໂດຍມີເປົ້າໝາຍຫຼຸດຜ່ອນອາຍພິດໃນອາກາດ ສ້າງສະພາບແວດລ້ອມທີ່ດີຂຶ້ນ ແລະ ການໃຊ້ຊີວິດທີ່ດີກວ່າ ປີ 2022 ໄດ້ມີການພັດທະນາຮຸ່ນລົດເພື່ອເຈາະກຸ່ມຕະຫຼາດສາກົນໃນພາກພື້ນອາຊີ ແລະ ເອີຣົບ ໂດຍການປະສົມປະສານເຕັກໂນໂລຊີທັນສະໄໝ ແລະ ຄວາມຫຼູຫຼາໃນທຸກສຳຜັດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດລົດ Premium ທີ່ໃຫ້ບຸກຄະລິກທັນສະໄໝ ແລະ ຄວາມປອດໄພໃນທຸກການຂັບຂີ່ ເວເອັມມໍເຕີລາວ ໂດຍບໍລິສັດ ລາວທານີ ມີຄວາມຍິນດີທີ່ໄດ້ແນະນຳລົດໄຟຟ້າຮຸ່ນທຳອິດສຳລັບປະເທດເຮົາ ເວວທ໌ມາຍເຕີ W5 ລົດ SUV ຂະໜາດ C-Segment ພ້ອມຫົວສາກມາດຕະຖານ CCS2 ທີ່ມີສະຖານີສາກທັງໃນປະເທດ ແລະ ປະເທດອ້ອມຂ້າງ ໂດຍອອກແບບໃຫ້ມີການນຳໃຊ້ໄດ້ງ່າຍ ບໍ່ຕ່າງກັບລົດໃຊ້ນ້ຳມັນທົ່ວໄປ ມີໜ້າຈໍ Infotainment ຂະໜາດ 15.6 ນິ້ວ ທີ່ຮັບຮອງ Android Auto Apple Car play ສາມາດ Download Application ອື່ນໆ ມາພ້ອມເບາະໜັງ Nappa ຊົງ Sport ສາມາດປັບດ້ວຍໄຟຟ້າ ເຊິ່ງພວກເຮົາຕັ້ງໃຈໃຫ້ລົດຮຸ່ນ W5 ເປັນລົດໄຟຟ້າຄັນທຳອິດຂອງທ່ານ ໂດຍອອກແບບ User Interface ໃຫ້ມີຄວາມໃກ້ຄຽງກັບລົດທົ່ວໄປ ເພື່ອສາມາດເຂົ້າໃຈ ນຳໃຊ້ໄດ້ງ່າຍ ແລະ ຕອບສະໜອງຄວາມຕ້ອງການໃນຊີວິດປະຈຳວັນຂອງແຕ່ລະທ່ານ.

    ນອກຈາກຕົວລົດ ເວວທ໌ມາຍເຕີ ທີ່ໂດດເດັ່ນດ້ວຍຄວາມທັນສະໄໝ ໃຊ້ງານງ່າຍແລ້ວ ລາວທານີ ຍັງໄດ້ລົງທຶນສ້າງສູນວາງສະແດງ ແລະ ສູນບໍລິການ ເພື່ອຮອງຮັບການຂະຫຍາຍຕົວຂອງລົດໄຟຟ້າໃນລາວ ໂດຍນຳໃຊ້ປະສົບການຕະຫຼອດ 38 ປີໃນທຸລະກິດດ້ານລົດຍົນ ແລະ ທີມງານບໍລິການທີ່ຜ່ານການເຝິກອົບຮົມໃນການກວດກາ ແລະ ສ້ອມແປງລົດໄຟຟ້າ ພ້ອມເຄື່ອງມືພິເສດໄວ້ໃຫ້ບໍລິການ ເພື່ອໃຫ້ທຸກທ່ານໄດ້ຮັບປະສົບການທີ່ດີກວ່າ ໃນການນຳໃຊ້ລົດໄຟຟ້າຂອງພວກເຮົາຕາມສະໂລແກນ A Better Way of Living ເພື່ອໃຫ້ການນຳໃຊ້ລົດໄຟຟ້າສະດວກຂຶ້ນໃນການເດີນທາງໃນຕົວເມືອງ ແລະ ການໄປທ່ອງທ່ຽວຕ່າງແຂວງ ລາວທານີຈະຂະຫຍາຍສະຖານີສາກລົດໄຟຟ້າແບບ DC Fast Charge ໃນເສັ້ນທາງສຳຄັນ ພາຍໃຕ້ຊື່ Blue Dot Charger ແລະ ຈະຕິດຕັ້ງຕູ້ສາກຂະໜາດ 160-180KW ເພື່ອໃຫ້ການເດີນທາງດ້ວຍລົດ EV ພາຍໃນປະເທດມີຄວາມສະດວກ ວ່ອງໄວ ແລະ ດຶງດູດການທ່ອງທ່ຽວຈາກປະເທດອ້ອມຂ້າງ ລວມເຖິງການບໍລິການຮູບແບບໃໝ່ ລົດ EMU ເຄື່ອງສາກລົດໄຟຟ້າເຄື່ອນທີ່ ທີ່ມີແບດເຕີຣີ່ໃນໂຕ ສາມາດຈ່າຍກະແສໄຟຟ້າໄດ້ສູງສຸດ 60KW DC ແລະ ການບໍລິການເສີມດີໆແບບນີ້ ຈະມີໃຫ້ລູກຄ້າທີ່ຊື້ລົດ ເວວທ໌ມາຍເຕີ ກັບພວກເຮົາ.

    ທ່ານ Yedi Sondy ກ່າວວ່າ: ໄດ້ສະແດງຄວາມຍິນດີກັບບໍລິສັດ ລາວທານີກົນຈັກໜັກ (ເວເອັມມໍເຕີລາວ) ທີ່ໄດ້ເປັນຕົວແທນຈໍາໜ່າຍ WM Motor ສຳລັບຕະຫຼາດລາວ ແລະ ແນະນຳລົດໄຟຟ້າ W5 ຮຸ່ນທຳອິດຂອງພວກເຮົາໃນຕະຫຼາດລາວ ລົດຮຸ່ນ W5 ໄດ້ປະກາດຕົວຄັ້ງທໍາອິດເດືອນທັນວາ 2017 ແລະ ເຜີຍໂສມຕໍ່ມວນຊົນເດືອນພຶດສະພາ 2018 ໃນງານວາງສະແດງຍານຍົນປັກກິ່ງ ຕົວລົດມີການຈັດການແບດເຕີຣີ່ທີ່ດີທີ່ສຸດໃນລົດລະດັບດຽວກັນ ມີເຕັກໂນໂລຊີຂັບເຄື່ອນລົດດ້ວຍຕົນເອງທີ່ກ້າວໜ້າ ແລະ ຕ້ອງການເປັນຜູ້ນໍາໜ້າໃນລັກສະນະການເຊື່ອມຕໍ່ທີ່ສະຫຼາດ W5 ກາຍເປັນລົດ EV ທໍາອິດທີ່ຈີນອອກແບບ ແລະ ສ້າງຢ່າງເຕັມຕົວ ມີຍອດຂາຍຫຼາຍກວ່າ 30.000 ຄັນ ໃນປີ 2019 ແລະ ປີ 2020 ຢູ່​ຈີນ ການແນະນໍາຕົວແທນຈໍາໜ່າຍ WM Motor ສຳລັບຕະຫຼາດລາວ ແລະ ແນະນຳລົດໄຟຟ້າ ເວວທ໌ມາຍເຕີ W5 ຄັ້ງ​ນີ້ ເປັນ​ຂີດ​ໝາຍ​ສຳ​ຄັນ​ສຳ​ລັບ​ອະ​ນາ​ຄົດ​ໃນ​ທຸ​ລະ​ກິດ​ການ​ຂັບເຄື່ອນ​ດ້ວຍພະ​ລັງ​ງານ​ໃໝ່ ເພື່ອ​ສະ​ໜັບ​ສະ​ໜູນ​ສະ​ພາບ​ແວດ​ລ້ອມ​ທີ່ຂຽວ​ງາມຂອງ​ພວກ​ເຮົາ​ໃຫ້​ຄົນ​ຮຸ່ນ​ຕໍ່ໄປ ດ້ວຍການສະໜັບສະໜູນຈາກ ເວເອັມມໍເຕີ WM Motor ຕົນໝັ້ນໃຈວ່າ ພວກເຮົາຈະປະສົບຜົນສຳເລັດໃນປະເທດລາວ ກໍຄືຕະຫຼາດອາຊີປາຊີຟິກ WM Motor ຈະລົງທຶນ ແລະ ລົງທຶນຜະລິດຕະພັນເພີ່ມເຕີມ ເຊັ່ນ: E5 W6 ແລະ ແນະນໍາຍີ່ຫໍ້ Skorpius ຮຸ່ນ AS100 ແລະ M5 ໃນທຸລະກິດຕ່າງປະເທດຂອງຕົນ ຍານພາຫະນະໄຟຟ້າ ແມ່ນຕົວຊຸກຍູ້ທີ່ສໍາຄັນໃນສະພາບແວດລ້ອມທີ່ດີກວ່າ ແລະ ການນຳໃຊ້ພະລັງງານທີ່ຍືນຍົງ ພວກ​ເຮົາ​ຈະ​ສືບ​ຕໍ່​ເຮັດ​ວຽກ ​ແລະ ສະໜັບສະໜູນ​ບໍລິສັດ ເວເອັມມໍເຕີລາວ WM Motor Lao ​ໃນ​ການ​ສ້າງ​ທຸລະ​ກິດ ​ແລະ ລົດຍີ່ຫໍ້ WM ​ໃຫ້​ຂະ​ຫຍາຍ​ຕົວ​ໃນຕະຫຼາດ ​ແລະ ​ໄດ້​ຮັບ​ປະລິມານ​ການ​ຕະຫຼາດ​ໃຫ້​ຫຼາຍ​ຂຶ້ນ.

(ສະບາໄພ)             

error: Content is protected !!