ຫຼວງພະບາງ ຍາດໄດ້້ຫຼຽນຄຳທຳອິດຈາກກີລາລອຍນ້ຳ ໃນມະຫະກໍາກີລາແຫ່ງຊາດ ຄັ້ງທີ XI

    ການແຂ່ງຂັນກີລາລອຍນໍ້າ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ເລີ່ມຂຶ້ນວັນທີ 19 ພະຈິກ 2022 ຢູ່ສະໜາມກີລາລອຍນ້ຳ ຫຼັກ 16 ນະຄອນຫຼວງວຽງຈັນ ຕາມການຕົກລົງເຫັນດີດ້ານສະຖານທີ່ແຂ່ງຂັນຂອງແຂວງເຈົ້າພາບ ເຊິ່ງນັກກີລາແຂວງຫຼວງພະບາງ ລົງແຂ່ງຂັນແລ້ວ 4 ລາຍການ ສາມາດຍາດໄດ້ 1 ຫຼຽນຄຳ 1 ຫຼຽນເງິນ 1 ຫຼຽນທອງ.

    ທ່ານ ສຸລິຍັນ ບານຸວົງ ຄູເຝິກກີລາລອຍນໍ້າແຂວງຫຼວງພະບາງ ໃຫ້ສຳພາດວ່າ: ນັກກີລາລອຍນໍ້າແຂວງຫຼວງພະບາງທີ່ລົງແຂ່ງຂັນແລ້ວ ປະກອບມີລອຍທຳມະດາ 800 ແມັດ ຊາຍ ສາມາດຍາດໄດ້ຫຼຽນຄຳ ໂດຍ ທ້າວ ພິໄຊຍະເດດ ທິຣະກຸນ ອາຍຸ 17 ປີ ລອຍກົບ 100 ແມັດ ຊາຍ ຍາດໄດ້ຫຼຽນເງິນ ແລະ ລອຍທຳມະດາ 400 ແມັດ ຍິງ ຍາດໄດ້ຫຼຽນທອງ ສ່ວນອີກ 1 ລາຍການ ບໍ່ສາມາດຍາດໄດ້ຫຼຽນ ສ່ວນວັນທີ 20 ພະຈິກ2022 ໄດ້ລົງແຂ່ງຂັນອີກ 4 ລາຍການ ປະກອບມີລອຍຫງາຍ 200 ແມັດ ຊາຍ ລອຍທຳມະດາ 200 ແມັດຊາຍ ແລະ ລອຍທ່າປະສົມ 4×50 ແມັດ ຍິງ-ຊາຍ ຄາດວ່າຈະຍາດໃຫ້ໄດ້ອີກ 1 ຫຼຽນຄຳ ໂອກາດນີ້ ກໍຂໍໃຫ້ມວນຊົນຊາວຫຼວງພະບາງຊ່ວຍເຊຍ ແລະ ໃຫ້ກຳລັງໃຈນັກກີລາແຂວງຫຼວງພະບາງ ໂດຍສະເພາະນັກກີລາລອຍນ້ຳ ໃຫ້ຍາດໄດ້ຜົນສຳເລັດຕາມຄາດໝາຍ.

    ແຂວງຫຼວງພະບາງ ໄດ້ສົ່ງນັກກີລາລອຍນໍ້າເຂົ້າຮ່ວມງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ຈໍານວນ 6 ຄົນ ໂດຍເຂົ້າຮ່ວມແຂ່ງຂັນບາງລາຍການຕາມຄວາມພ້ອມຂອງນັກກີລາ ເຊິ່ງແຂວງເຈົ້າພາບໄດ້ກໍານົດໃຫ້ກີລາລອຍນ້ຳມີການຊີງໄຊທັງໝົດ 27 ຫຼຽນຄຳ  ໃນນີ້ ຊາຍ 24 ຫຼຽນຄໍາ ຍິງ 12 ຫຼຽນຄໍາ ແລະ ປະສົມ 1 ຫຼຽນຄໍາ.

            

error: Content is protected !!