ແຕ່ລະປີ ສປປ ລາວ ມີ ຄົນເສຍຊີວິດຍ້ອນຢາສູບປະມານ 6.800 ຄົນ

    ອີງຕາມຂໍ້ມູນຂອງທິມງານຜູ້ຊ່ຽວຊານທາງດ້ານສຸຂະພາບ ຈາກພາກພື້ນ ແລະ ສາກົນ ໄດ້ເຜີຍແຜ່ໃນໂອກາດທີ່ໄດ້ມາຢ້ຽມຢາມນະຄອນຫຼວງວຽງຈັນອາທິດນີ້ ເພື່ອປຶກສາຫາລືມາດຕະການຄວບຄຸມຢາສູບທີ່ຮັດກຸມ ແລະ ມີປະສິດທິຜົນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ ທີ່ຖືກປັບປຸງໃຫ້ສອດຄ່ອງກັບສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ (WHO FCTC) ໂດຍຂໍ້ມູນໄດ້ຊີ້ໃຫ້ເຫັນວ່າ ການຊົມໃຊ້ຢາສູບ ສາມາດເຮັດໃຫ້ມີການສູນເສຍມູນຄ່າທາງເສດຖະກິດສູງເຖິງ 3,6 ຕື້ກີບ ແລະ ໃນແຕ່ລະປີ ຢູ່ ສປປ ລາວ ເຮົາຍັງມີຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກການຢາສູບປະມານ 6.800 ຄົນ ເຊິ່ງການເສຍຊີວິດດັ່ງກ່າວ ພວກເຮົາສາມາດປ້ອງກັນໄດ້ ຫາກທຸກພາກສ່ວນໃນສັງຄົມຊ່ວຍກັນສະກັດກັ້ນ ແລະ ປ້ອງກັນຢ່າງເປັນເຈົ້າການ.  

    ທ່ານ ນາງ Kete Lannan ນັກກົດໝາຍອາວຸໂສຈາກກອງເລຂາສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ ກ່າວວ່າ: “ສປປ ລາວ ມີອັດຕາອາກອນຢາສູບຕໍ່າສຸດໃນບັນດາປະເທດອາຊຽນ ແລະ ໃນພາກພື້ນປາຊີຟິກຕາເວັນຕົກ ຂອງອົງການອະນາໄມໂລກ  ພວກເຮົາຮູ້ນຳກັນວ່າ ການຂຶ້ນລາຄາຢາສູບໃຫ້ແພງຂຶ້ນ ເປັນມາດຕະການທີ່ມີປະສິດທິພາບໃນການຫຼຸດຜ່ອນການສູບຢາ ມາດຕະການທາງດ້ານລາຄາ ແລະ ອາກອນ ຍັງສາມາດປົກປ້ອງສັງຄົມລາວຈາກການເປັນພະຍາດຮ້າຍແຮງທີ່ເກີດຈາກຢາສູບ ການເສຍຊີວິດກ່ອນໄວອັນຄວນ ແລະ ຍັງເປັນມາດຕະການທີ່ດີໃນການເພີ່ມລາຍຮັບໃຫ້ແກ່ລັດຖະບານຕື່ມອີກ.  

     ໃນປີ 2016 ສປປ ລາວ ໄດ້ອອກຂໍ້ຕົກລົງຂອງລັດຖະມົນຕີກະຊວງສາທາລະນະສຸກ ກ່ຽວກັບຄຳເຕືອນສຸຂະພາບທີ່ເປັນຮູບພາບໃສ່ຊອງ ແລະ ຕຸດຢາສູບ ບໍລິສັດຢາສູບທັງຫຼາຍ ໄດ້ພະຍາຍາມຖ່ວງດຶງ ແລະ ແກ່ຍາວເວລາການຈັດຕັ້ງປະຕິບັດຄຳເຕືອນດັ່ງກ່າວ ເຊິ່ງເປັນຍຸດທະວິທີຂອງບັນດາບໍລິສັດຢາສູບໃນທົ່ວໂລກ ໃນການຂັດຂວາງການປະຕິບັດມາດຕະການຄວບຄຸມຢາສູບທີ່ມີປະສິດທິຜົນ ພວກເຮົາຈຳເປັນຕ້ອງປະຕິບັດບັນດາມາດຕະການສຳຄັນເຫຼົ່ານີ້ໂດຍປາສະຈາກຄວາມຊັກຊ້າ ເຊັ່ນວ່າ: ການຫຸ້ມຫໍ່ຊອງ ແລະ ຕຸດຢາສູບທີ່ເປັນມາດຕະຖານ ຕາມການກຳນົດຂອງກົດໝາຍວ່າດ້ວຍການຄວບຄຸມຢາສູບແຫ່ງຊາດ ເພື່ອຊ່ວຍຮັກສາຊີວິດ.”

     “ໃນຂະນະທີ່ ສປປ ລາວ ໄດ້ກ້າວເຂົ້າສູ່ບາດກ້າວອັນສຳຄັນຂອງການເປັນໜຶ່ງໃນຫຼາຍກວ່າ 30 ປະເທດທົ່ວໂລກ ໃນການຫ້າມຂາຍຜະລິດຕະພັນຢາສູບ ລວມທັງຢາສູບໄຟຟ້າ ຜະລິດຕະພັນຢາສູບດັ່ງກ່າວ ໄດ້ຖືກຂາຍຜ່ານສື່ສັງຄົມອອນລາຍ ແລະ ສາມາດເຂົ້າເຖິງຢ່າງງ່າຍດາຍ ລວມທັງເດັກນ້ອຍ ແລະ ໄວໜຸ່ມທີ່ເຂົ້າໃຈຜິດກັນວ່າເປັນຜະລິດຕະພັນຢາສູບທັນສະໄໝ ແຕ່ໜ້າເສຍດາຍ ຜະລິດຕະພັນເຫຼົ່ານີ້ ເປັນການຫຼອກລວງຫຼາຍ ຜູ້ຊົມໃຊ້ເປັນອັນຕະລາຍຕໍ່ສຸຂະພາບຢ່າງຮ້າຍແຮງ ແລະ ມີຄວາມສ່ຽງຕໍ່ການຕິດສານນິໂກຕິນ ສຳລັບຄົນຮຸ່ນໃໝ່.

    ທ່ານ ນາງ Ying-Ru Lo ຜູ້ຕາງໜ້າອົງການອະນາໄມໂລກ ກ່າວຕື່ມວ່າ: “ມີ ຂໍ້ມູນຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ການສູບຢາ ເຮັດໃຫ້ຄົນເສຍຊີວິດເກືອບ 10 ເທົ່າ ເມື່ອທຽບກັບການເສຍຊີວິດຂອງການເກີດອຸບັດເຫດຕາມທ້ອງຖະໜົນໃນ ສປປ ລາວ ໃນແຕ່ລະປີ ການເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບ ເກືອບ 7.000 ຄົນນັ້ນເຂົາເຈົ້າເປັນພໍ່ ແມ່ ພໍ່ເຖົ້າ ແມ່ເຖົ້າ ແລະ ລູກຫຼານຂອງພວກເຮົາທັງໝົດ.”

      “ ສປປ ລາວ ມີຄວາມຄືບໜ້າຢ່າງໃຫຍ່ຫຼວງ ແລະ ສາມາດຮັບປະກັນຜົນປະໂຫຍດດ້ານສຸຂະພາບ ແລະ ເສດຖະກິດຢ່າງມະຫາສານ ດ້ວຍການຄວບຄຸມຢາສູບທີ່ເຂັ້ມງວດ ແລະ ພວກເຮົາມີຄວາມພາກພູມໃຈທີ່ຈະສືບຕໍ່ໃຫ້ການສະໜັບສະໜູນກະຊວງສາທາລະນະສຸກໃນຄວາມພະຍາຍາມຄວບຄຸມຢາສູບ ຄວາມພະຍາຍາມດັ່ງກ່າວນີ້ ມັນຮຽກຮ້ອງໃຫ້ມີການຮ່ວມມືກັນຂອງຫຼາຍຂະແໜງການ ລວມທັງພາສີອາກອນ ຕຳຫຼວດ ແລະ ການເງິນ ແລະ ແຜນການ ການຮ່ວມມືກັນຂອງທຸກຂະແໜງການຂອງພາກລັດ ແລະ ທົ່ວສັງຄົມ ສາມາດປົກປ້ອງປະຊາຊົນຈາກພະຍາດທີ່ເກີດຈາກຢາສູບ.”

   ກອງປະຊຸມເຜີຍແຜ່ວຽກງານຄວບຄຸມຢາສູບທີ່ກ່ຽວພັນກັບອາກອນຢາສູບ ລະບຽບການປະຕິບັດໃນ ອຸດສາຫະກຳຢາສູບ ໂດຍສະເພາະ ຢາສູບຮູບແບບໃໝ່ ລວມທັງຢາສູບໄຟຟ້າ ການສື່ສານເພື່ອສຸຂະພາບ ແລະ ການຮ່ວມມືກັນລະຫວ່າງຂະແໜງການຕ່າງໆ ການຫຸ້ມຫໍ່  ແລະ ການຕິດສະຫຼາກຜະລິດຕະພັນຢາສູບ ຈັດຂຶ້ນວັນທີ 17 ພະຈິກ 2022 ທີ່ໂຮງແຮມແລນມາກ  ໂດຍເປັນປະທານຂອງທ່ານ ດຣ ນາງ ຄັດທະນາພອນ ພັນດວງສີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ  ມີຄະນະຊ່ຽວຊານດ້ານສຸຂະພາບສາກົນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

   ສຳລັບຫົວຂໍ້ສຳຄັນທີ່ນຳມາເຜີຍແຜ່ ແມ່ນບົດລາຍງານກ່ຽວກັບການຄວບຄຸມຢາສູບ ກໍລະນີສຶກສາ ການຈັດຕັ້ງປະຕິບັດສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ ທີ່ເຮັດການສຶກສາຮ່ວມກັນຂອງອົງການຂອງທິມງານຊ່ຽວ ໂດຍການຮ່ວມມືກັບກະຊວງສາທາລະນະສຸກ ຜົນການສຶກສາໄດ້ກຳນົດທິດທາງ ແລະ ວິທີການຫຼີກລ່ຽງທີ່ຈະສູນເສຍທາງເສດຖະກິດ ແລະ ສຸຂະພາບ ທີ່ມີມູນຄ່າສູງເຖິງ 10.000 ຕື້ກີບໃນໄລຍະ 15 ປີຕໍ່ໜ້າ ດ້ວຍຄວາມພະຍາຍາມໃນການຄວບຄຸມຢາສູບທີ່ເຂັ້ມງວດ ແລະ ມີປະສິດທິຜົນ ແລະ ວິທີແກ້ໄຂອຸປະສັກຕ່າງໆທີ່ສ້າງຂຶ້ນໂດຍອຸດສາຫະກຳຢາສູບ ແລະ ບັນຫາທີ່ກ່ຽວຂ້ອງອື່ນໆ ເພື່ອໃຫ້ສື່ມວນຊົນທຸກພາກສ່ວນນຳໄປເຜີຍແຜ່ໃຫ້ສັງຄົມ ໂດຍສະເພາະໄວໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍຂອງຢາສູບໃຫ້ຫຼາຍຂຶ້ນ.

error: Content is protected !!