ລັດຖະບານ ຕ້ອງການທຶນ 320 ກວ່າຕື້ກີບ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V

     ກອງປະຊຸມລະດົມທຶນ ຄັ້ງທີ 3 ສໍາລັບການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ໃນປີ 2025 ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານນາງ ມາລຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງລາຍງານຄວາມຄືບໜ້າໃນການກະກຽມການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ແລະ ນຳສະເໜີກ່ຽວກັບວິທີການຈັດຕັ້ງປະຕິບັດ ແລະ ການນຳໃຊ້ເຄື່ອງມືເຕັກໂນໂລຊີເຂົ້າໃນການສຳຫຼວດຄັ້ງນີ້ ແລະ ເພື່ອປຶກສາຫາລືກັບບັນດາຄູ່ຮ່ວມພັດທະນາກ່ຽວກັບຄວາມເປັນໄປໄດ້ໃນການປະກອບສ່ວນທາງດ້ານງົບປະມານ ແລະ ວິຊາການ ມາຮອດປັດຈຸບັນ ສປປ ລາວ ຍັງມີຄວາມຕ້ອງການທຶນຮອນເພື່ອປະກອບສ່ວນເຂົ້າໃຫ້ການຈັດຕັ້ງປະຕິບັດການສຳຫຼວດຄັ້ງນີ້ໃຫ້ສຳເລັດຕາມວັດຖຸປະສົງ ແລະ ລະດັບຄາດໝາຍທີ່ກໍານົດໄວ້.

    ທ່ານ ຄໍາເຈນ ວົງໂພສີ ກ່າວວ່າ: ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ແມ່ນການສໍາຫຼວດໃຫຍ່ລະດັບຊາດໃນທຸກໆ 10 ປີ ເປົ້າໝາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V 2025 ແມ່ນຈົດນັບທຸກຄົນທີ່ດຳລົງຊີວິດຢູ່ ສປປ ລາວ ແລະ ມີໜ້າຢູ່ເປັນປະຈຳ 6 ເດືອນຂຶ້ນໄປ (De Jure) ແລະ ເກັບກໍາຂໍ້ມູນທາງດ້ານເສດຖະກິດ-ສັງຄົມຂອງບຸກຄົນ ແລະ ຄົວເຮືອນໃຫ້ຄົບຖ້ວນ ຖືກຕ້ອງ ແລະ ຊັດເຈນ ເຊິ່ງຜ່ານການສຳຫຼວດໃນ 4 ຄັ້ງຜ່ານມາ ເຫັນໄດ້ວ່າ: ຄັ້ງທີ I ໃນປີ 1985 ຄັ້ງທີ II ໃນປີ 1995 ຄັ້ງທີ III ໃນປີ 2005 ຄັ້ງທີ IV ປີ 2015 ໄດ້ສະໜອງຂໍ້ມູນທີ່ສຳຄັນກ່ຽວກັບການຂະຫຍາຍຕົວຂອງພົນລະເມືອງ ຄຸນລັກສະນະຂອງພົນລະເມືອງ ໂຄງປະກອບທາງດ້ານເພດ ໝວດອາຍຸ ສະພາບການເກີດ ການເສຍຊີວິດ ການຍົກຍ້າຍ ຄຸນລັກສະນະຂອງທີ່ຢູ່ອາໄສ ການປະກອບອາຊີບ ແລະ ການເຂົ້າເຖິງການບໍລິການຕ່າງໆຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ. 

    ຈາກການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສໃນໄລຍະຜ່ານມາ ເຫັນວ່າຕະຫຼອດໄລຍະ 3 ທົດສະວັດຜ່ານມາ ອັດຕາການເພີ່ມຂຶ້ນຂອງພົນລະເມືອງແມ່ນມີທ່າອ່ຽງທີ່ຫຼຸດລົງ ໃນໄລຍະແຕ່ປີ 1985-1995 ອັດຕາການເພີ່ມຂຶ້ນຂອງພົນລະເມືອງ ສະເລ່ຍແມ່ນ 2,47% ຕໍ່ປີ ແຕ່ໃນທົດສະວັດຕໍ່ມາ ໃນໄລຍະປີ 1995-2005 ເຫັນວ່າ ອັດຕາການເພີ່ມຂຶ້ນຂອງພົນລະເມືອງຫຼຸດລົງມາເປັນ 2,08% ຕໍ່ປີ ແລະ ໃນໄລຍະປີ 2005-2015 ອັດຕາການເພີ່ມຂຶ້ນຂອງພົນລະເມືອງ ຫຼຸດລົງມາເປັນ 1,45% ຕໍ່ປີ. 

    ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສໃນຄັ້ງນີ້ ຈະເປັນແຫຼ່ງຂໍ້ມູນທີ່ສໍາຄັນໃນການຕີລາຄາສະພາບ 10 ປີທີ່ຜ່ານມາ ເພື່ອຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ການກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ທັງເປັນການສ້າງບົດລາຍງານແຫ່ງຊາດແບບສະໝັກໃຈຂອງລັດຖະບານ ລວມທັງການຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ແລະ ວິໄສທັດຮອດປີ 2030.

    ສຳລັບຄວາມຕ້ອງການທຶນທັງໝົດທີ່ຈະນຳໃຊ້ເຂົ້າໃນການສໍາຫຼວດຄັ້ງນີ້ ລວມທັງການຊ່ວຍເຫຼືອທາງດ້ານວິຊາການ ຄາດຄະເນວ່າ ປະມານ 321 ຕື້ກີບ ຫຼື ປະມານ 22 ລ້ານໂດລາ ໃນຈຳນວນດັ່ງກ່າວ ລັດຖະບານໄດ້ນຳສະເໜີເຂົ້າໃນແຜນງົບປະມານການລົງທຶນຂອງລັດ ສໍາລັບໂຄງການສົ່ງເສີມວິຊາການໃນໄລຍະ 2023-2025 ທັງໝົດປະມານ 60 ຕື້ກີບ (ຫຼືປະມານ 4,2 ລ້ານໂດລາ) ສ່ວນທີ່ເຫຼືອແມ່ນຈະໄດ້ສືບຕໍ່ລະດົມຈາກບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ.

    ຍ້ອນແນວນັ້ນ ການສຳຫຼວດຄັ້ງທີ V ມີຄວາມສຳຄັນຫຼາຍ ເພາະຈະເປັນພື້ນຖານໃຫ້ແກ່ການຕີລາຄາຜົນສໍາເລັດ ແລະ ວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ຄັ້ງທີ X ກໍຄືການບັນລຸການຫຼຸດພົ້ນຈາກປະເທດດ້ອຍພັດທະນາ ແລະ ເປົ້າໝາຍພັດທະນາແບບຍືນຍົງ 2030.

# ຂ່າວ – ພາບ : ສີພອນ 

error: Content is protected !!