ກະຊວງສາທາລະນະສຸກ ໄດ້ຮັບການຊ່ວຍເຫຼືອອຸປະກອນ ແລະ ຢາ ມູນຄ່າ 27,4 ຕື້ກີບ

    ວັນທີ 17 ພະຈິກ 2022 ທີ່ກະຊວງສາທາລະນະສຸກ ສະຫະພາບເອີຣົບ (EU) ແລະ ອົງການອຸຍນີເຊັບ ໄດ້ມອບເຄື່ອງສະໜອງວຽກງານໂພຊະນາການ ລວມມູນຄ່າ 1,6 ລ້ານໂດລາສະຫະລັດ ປະມານ 27,4 ຕື້ກີບ ໃຫ້ແກ່ກະຊວງສາທາລະນະສຸກ ເພື່ອສະໜັບສະໜູນ ສປປ ລາວ ຕໍ່ກັບບັນຫາການຂາດສານອາຫານໃນເດັກ ເຊິ່ງມີທ່າອ່ຽງຮ້າຍແຮງຂຶ້ນຍ້ອນໂຣກລະບາດໂຄວິດ-19.

    ເຄື່ອງທີ່ນໍາມາມອບ ລວມມີຄອມພິວເຕີໂນດບຸກ 122 ເຄື່ອງ ແລະ ເຄື່ອງເອເລັກໂຕຣນິກສໍາລັບການເກັບຂໍ້ມູນ 467 ເຄື່ອງ ແນໃສ່ເພື່ອສະໜັບສະໜູນການວາງແຜນ ຕິດຕາມກວດກາ ວິເຄາະ ແລະ ການລາຍງານແຜນງານດ້ານໂພຊະນາການ ເກັບກໍາຂໍ້ມູນແບບເປັນປະຈໍາ ໃນສະຖານທີ່ບໍລິການສຸຂະພາບ ການເຝົ້າລະວັງດ້ານໂພຊະນາການ ແລະ ການເຝິກອົບຮົມໃນວຽກງານປິ່ນປົວພະຍາດຂາດສານອາຫານ.

    ການສະໜອງອື່ນໆ ປະກອບມີອຸປະກອນການເຝິກອົບຮົມ ເຊັ່ນ: ອຸປະກອນທົດລອງເຝິກກ່ຽວກັບອອກລູກ ເເລະ ການໃຫ້ນົມແມ່ແກ່ເດັກອ່ອນ ເພື່ອນໍາໃຊ້ເຂົ້າໃນຫຼັກສູດການສ້າງຊ່ຽວຊານ ການໃຫ້ຄໍາປຶກສາການລ້ຽງລູກດ້ວຍນົມແມ່ ນອກຈາກນີ້ ເຄື່ອງຜະລິດ chlorine ຈໍານວນ 64 ເຄື່ອງ ຈະມອບໃຫ້ໂຮງໝໍແຂວງ ແລະ ເມືອງໃນທົ່ວ 18 ແຂວງ ເພື່ອປັບປຸງດ້ານສຸຂາພິບານພາຍໃນໂຮງໝໍ ພ້ອມນີ້ ຍັງສະໜອງຢາ ແລະ ອາຫານເສີມທາງການແພດດ້ານໂພຊະນາການ ເພື່ອຊ່ວຍປິ່ນປົວເດັກປະມານ 3.300 ຄົນ ທີ່ມີອາການຂາດສານອາຫານຮ້າຍແຮງ ອຸປະກອນມອບໃຫ້ແກ່ລັດຖະບານ ສປປ ລາວ ເຊີ່ງແຈກຢາຍໃຫ້ 10 ແຂວງທົ່ວປະເທດ ມີລໍາໂພງ ແລະ ໄມໂຄຣໂຟນ ເຊິ່ງຊ່ວຍວຽກເຜີຍແຜ່ຂໍ້ມູນກ່ຽວກັບໂພຊະນາການ ແລະ ການສັກຢາວັກຊີນສໍາລັບແມ່ຍິງຖືພາ ແລະ ໃຫ້ນົມລູກ.

    ເຂົ້າຮ່ວມມອບ-ຮັບ ເຄື່ອງສະໜອງວຽກງານໂພຊະນາການຄັ້ງນີ້ ມີທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານນາງ Ina Marciulionyte, ເອກອັກຄະລັດຖະທູດ EU ປະຈໍາ ສປປ ລາວ ທ່ານ ດຣ ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງຫນ້າອົງການອຸຍນິເຊັບ ປະຈໍາ ສປປ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ທ່ານ ດຣ ສະໜອງ ທອງຊະນະ ກ່າວວ່າ: ການຕ້ານກັບການຂາດສານອາຫານ ແມ່ນມີຄວາມສໍາຄັນຫຼາຍ ຮຽກຮ້ອງໃຫ້ມີຄວາມພະຍາຍາມຮ່ວມກັນ ເພື່ອຮັກສາຄວາມຄືບໜ້າທີ່ພວກເຮົາໄດ້ບັນລຸໃນຊຸມປີຜ່ານມາ ກະຊວງສາທາລະນະສຸກ ຂໍຂອບໃຈສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ສໍາລັບການປະກອບສ່ວນ ແລະ ສືບຕໍ່ໃຫ້ການສະໜັບສະໜູນໃນການປັບປຸງໂພຊະນາການຂອງເດັກນ້ອຍລາວ.

    ທ່ານນາງ Ina Marciulionyte ກ່າວວ່າ: ສະຫະພາບເອີຣົບ ແລະ ບັນດາຄູ່ຮ່ວມງານຂອງພວກເຮົາ ຍັງຄົງໃຫ້ຄວາມໝັ້ນໝາຍໃນການສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການແກ້ໄຂບັນຫາການຂາດສານອາຫານທຸກຮູບແບບໃນຂອບເຂດ ແລະ ພາຍໃນຂະແຫນງການທີ່ກ່ຽວຂ້ອງ ພ້ອມທັງຮັດແໜ້ນການພົວພັນຄູ່ຮ່ວມງານຫຼາຍຝ່າຍ ຕໍ່ກັບການລຶບລ້າງຄວາມທຸກຍາກ ແລະ ການບັນລຸເປົ້າໝາຍ SDGs”. 

    ທ່ານ ນາງ ດຣ ເພຍ ເຣເບລໂລ ບຣິດໂຕ ກ່າວວ່າ: ອົງການ UNICEF ຍັງຄົງໃຫ້ຄໍາໝັ້ນສັນຍາໃນການສະໜັບສະໜູນລັດຖະບານ ສປປ ລາວ ໃນການແກ້ໄຂບັນຫາດ້ານໂພຊະນາການໃນປະເທດ ລວມທັງການວາງແຜນການຂື້ນງົບປະມານ ການໃຫ້ບໍລິການ ແລະ ຕິດຕາມດ້ານໂພຊະນາການ ລວມທັງການປິ່ນປົວຊ່ວຍຊີວິດໃຫ້ແກ່ເດັກທີ່ມີພະຍາດຂາດສານອາຫານຢ່າງຮ້າຍແຮງ ການມອບເຄື່ອງອຸປະກອນ ແລະ ຢາ ຄັ້ງນີ້ ແມ່ນຖືກເວລາກັບສະຖານະການທີ່ ສປປ ລາວ ກໍາລັງປະເຊີນ ເນື່ອງຈາກຜົນຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ລະດັບການຂາດສານອາຫານໃນປະເທດສູງຂຶ້ນ.

error: Content is protected !!