ປະດັບຫຼຽນໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ

    ພິທີປະດັບຫຼຽນ ແລະ ມອບໃບຍ້ອງຍໍໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນພັດທະນາໂຄງການເຂື່ອນໄຟຟ້ານໍ້າໄຜ່ ແຂວງໄຊສົມບູນ ຈັດຂຶ້ນວັນທີ 17 ພະຈິກ 2022 ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ເປັນກຽດມອບໂດຍທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີບັນດາທ່ານທີ່ໄດ້ການຍ້ອງຍໍ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. 

    ໃນພິທີ ທ່ານ ຕູ ຊຽວຕົງ ຮອງຜູ້ອຳນວຍການໃຫຍ່ບໍລິສັດ NORINCO ປະທານບໍລິສັດໄຟຟ້ານໍ້າໄຜ່ ຈຳກັດ ໄດ້ຜ່ານບົດລາຍງານການເຄື່ອນໄຫວ ແລະ ຜົນສຳເລັດຂອງໂຄງການໃນໄລຍະຜ່ານມາວ່າ  ໂຄງການເຂື່ອນໄຟຟ້ານ້ຳໄຜ່ ຕັ້ງຢູ່ເມືອງລ່ອງແຈ້ງ ແຂວງໄຊສົມບູນ ໂຄງການດັ່ງກ່າວ ມີອ່າງເກັບນ້ຳໃຫຍ່ ສາມາດນຳໃຊ້ປະລິມານນ້ຳໜ້ອຍກໍຜະລິດໄຟໄດ້ຫຼາຍ ມີລະດັບຫົວທໍ່ນ້ຳສູງ ແລະ ອຸມົງທໍ່ສົ່ງນ້ຳຍາວ ເອົາການຜະລິດໄຟຟ້າເປັນຫຼັກ ສາມາດຄຸ້ມຄອງການຜະລິດໄຟຟ້າໄດ້ຕະຫຼອດປີ ແລະ ຍັງຮັບປະກັນການສະໜອງໄຟຟ້າໃນລະດູແລ້ງໃຫ້ແກ່ຕາຂ່າຍໄຟຟ້າລາວ ສະໜອງພະລັງງານໄຟຟ້າທີ່ສະອາດ ໃນເວລາທີ່ໄຟຟ້າລາວຂາດເຂີນພະລັງງານໄຟຟ້າໃນລະດູແລ້ງ ມີກໍາລັງການຕິດຕັ້ງ 86 ເມກາວັດ ສາມາດຜະລິດໄຟຟ້າໄດ້ 417 ລ້ານກິໂລວັດໂມງຕໍ່ປີ ມູນຄ່າການລົງທືນທັງໝົດແມ່ນ 218 ລ້ານໂດລາສະຫະລັດ ຕະຫຼອດໄລຍະ 5 ປີກວ່າຜ່ານມາ ເຂື່ອນໄຟ້ຟ້ານ້ຳໄຜ່ຜະລິດພະລັງງານໄຟຟ້າທີ່ສະອາດ 2 ຕື້ກິໂລວັດໂມງ ຖ້າທຽບກັບໂຮງງານໄຟຟ້າຖ່ານຫີນ ສາມາດປະຢັດຖ່ານຫີນໄດ້ 612.000 ໂຕນ ແລະ ຫຼຸດຜ່ອນການປ່ອຍອາຍພິດກາກບອນໄດອອກຊາຍໄດ້ປະມານ 1.676.000 ໂຕນ ຫຼື ທຽບເທົ່າກັບການປູກຕົ້ນໄມ້ໃນເນື້ອທີ່ 6.600 ເຮັກຕາ ເຂື່ອນໄຟຟ້ານ້ຳໄຜ່ ບໍ່ພຽງແຕ່ຊຸກຍູ້ການພັດທະນາເສດຖະກິດທ້ອງຖີ່ນ ແຕ່ຍັງສາມາດປະຢັດຊັບພະຍາກອນ ແລະ ຮັກສາສິ່ງແວດລ້ອມໄດ້ອີກດ້ວຍ. 

    ດ້ວຍຄວາມເອົາໃຈໃສ່ໃນການປະກອບສ່ວນທາງດ້ານເຫື່ອແຮງ ສະຕິປັນຍາເຂົ້າໃນການພັດທະນາເຂື່ອນໄຟຟ້ານໍ້າໄຜ່ຈົນໄດ້ຮັບຜົນສຳເລັດ ດັງນັ້ນ ປະທານປະເທດແຫ່ງ ສປປ ລາວ ຈຶ່ງໄດ້ມອບຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ບໍລິສັດໄຟຟ້ານໍ້າໄຜ່ ຈຳກັດ ແລະ ບຸກຄົນທີ່ມີຜົນງານດີເດັ່ນ 4 ທ່ານ ຫຼຽນໄຊແຮງງານຊັ້ນ III ມີ 11 ທ່ານ ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຕາງໜ້າປະດັບຫຼຽນດັ່ງກ່າວ ນອກຈາກນີ້ ໄດ້ປະດັບຫຼຽນກາແຮງງານຂັ້ນລັດຖະບານໃຫ້ແກ່ຜູ້ມີຜົນງານດີເດັ່ນ 17 ທ່ານ ໃບຍ້ອງຍໍ 14 ທ່ານ 2 ກົມກອງ ແລະ ໃບຍ້ອງຍໍຂັ້ນກະຊວງມີ 3 ທ່ານ ແລະ 1 ກົມກອງ. 

    ໂອກາດນີ້ ທ່ານ ດາວວົງ ພອນແກ້ວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານທີ່ມີຜົງານດີເດັ່ນຄັ້ງນີ້ ເຊິ່ງການພັດທະນາເຂື່ອນໄຟຟ້າຢູ່ ສປປ ລາວ ແມ່ນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມ ໃນນີ້ ເຂື່ອນໄຟຟ້ານໍ້າໄຜ່ ເປັນເຂື່ອນໜຶ່ງທີ່ຊ່ວຍໃນການພັດທະນາພື້ນຖານໂຄງລ່າງໃກ້ຊຸມຂົນເຂດບ້ານຈັດສັນ ປັບປຸງ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບທາງກົງ ແລະ ທາງອ້ອມໃຫ້ດີຂຶ້ນເທື່ອລະກ້າວ ພ້ອມກັນນັ້ນ ບໍລິສັດດັ່ງກ່າວຍັງໄດ້ປະກອບສ່ວນພັນທະໃຫ້ແກ່ພັກ-ລັດ ແລະ ທ້ອງຖິ່ນໃນໄລຍະຜ່ານມາ ແລະ ຕໍ່ໜ້າ ກໍໃຫ້ບໍລິສັດສືບຕໍ່ເອົາໃຈໃສ່ສະໜອງພັນທະໃຫ້ແກ່ທ້ອງຖິ່ນຕາມພັນທະສັນຍາ ແລະ ສະໜັບສະໜູນຊ່ວຍເຫຼືອປະຊາຊົນໃນທ້ອງຖິ່ນດັ່ງກ່າວຕະຫຼອດໄປ ພ້ອມກັນນັ້ນ ໃນພິທີ ໄດ້ມີການຕັດເຄັກເພື່ອສະເຫຼີມສະຫຼອງບໍລິສັດໄຟຟ້ານໍ້າໄຜ່ ຈຳກັດ ທີ່ຜະລິດພະລັງງານໄຟຟ້າທີ່ສະອາດ 2 ຕື້ກິໂລວັດໂມງ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ 

error: Content is protected !!