ສື່ມວນຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ

    ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລາຍງານຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ທີ່ຈັດຂຶ້ນໃນວັນທີ 17 ພະຈິກ 2022 ມາຮອດປັດຈຸບັນ ສື່ໃໝ່ໄດ້ຖືກນໍາໃຊ້ຢ່າງກວ້າງຂວາງ ອີງຕາມສະຖິຕິແຫ່ງຊາດ ປະຊາກອນລາວມີປະມານ 7 ລ້ານກວ່າຄົນ ໃນນັ້ນ ມີຜູ້ຊົມໃຊ້ໂທລະສັບມືຖື 6 ລ້ານກວ່າຄົນ ໃຊ້ອິນເຕີເນັດ 3,5 ລ້ານກວ່າຄົນ ໂດຍເຫັນໄດ້ທ່າແຮງດັ່ງກ່າວ ອົງການສື່ມວນຊົນກໍໄດ້ນໍາໃຊ້ສື່ດັ່ງກ່າວ ເປັນຕົ້ນ ເວັບໄຊ ເຟສບຸກ ແລະ ຢູທູບ ເຂົ້າໃນການເຜີຍແຜ່ຂໍ້ມູນຂ່າວສານຢ່າງກວ້າງຂວາງ ທັງຄວາມສະດວກວ່ອງໄວ ທັນສະພາບການ ແລະ ສັງຄົມ ກໍຄືປະຊາຊົນສາມາດເຂົ້າເຖິງຂໍ້ມູນໄດ້ຫລາຍຂຶ້ນ.

    ມາຮອດປັດຈຸບັນ ວຽກງານສື່ມວນຊົນພວມໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ເຊິ່ງສະແດງອອກ ທົ່ວປະເທດມີສື່ສິ່ງພິມທັງໝົດ 152 ສະບັບ ລວມທັງວາລະສານ ໃບຂ່າວໜັງສືພິມ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃນນັ້ນ ມີໜັງສືພິມລາຍວັນ 11 ສະບັບ ສະຖານີວິທະຍຸກະຈາຍສຽງມີ 82 ແຫ່ງ ສະຖານີໂທລະພາບ 45 ແຫ່ງ ໄດ້ຕິດຕັ້ງລະບົບໂທລະໂຄ່ງຢູ່ບ້ານ ຊຸມຊົນທັງໝົດ 5.918 ຊຸດ 148 ເມືອງ ໃນຂອບເຂດທົ່ວປະເທດ ນອກນັ້ນ  ຍັງໄດ້ຫັນປ່ຽນລະບົບເຕັກນິກວິທະຍຸ-ໂທລະພາບ  ໄປສູ່ລະບົບທັນສະໄໝໄດ້ຈຳນວນໜຶ່ງ.

    ໄປຄຽງຄູ່ກັບການພັດທະນາພື້ນຖານໂຄງລ່າງຂອງວຽກງານຖະແຫຼງຂ່າວ ພວກເຮົາມີບຸຄະລາກອນສື່ມວນຊົນຫຼາຍກວ່າ 1.000 ຄົນ ທີ່ເຮັດໜ້າທີ່ການເມືອງຂອງຕົນຢູ່ອົງການສື່ໃນຂອບເຂດທົ່ວປະເທດ ໄດ້ຮັບການຝຶກຝົນຫຼໍ່ຫຼອມທາງດ້ານຄຸນສົມບັດສິນທຳປະຕິວັດ ທິດສະດີການເມືອງ ແນວທາງນະໂຍບາຍຂອງພັກ ຂໍ້ກໍານົດກົດໝາຍຂອງລັດ ທັງໄດ້ຮັບການຍົກລະດັບຢ່າງຕໍ່ເນື່ອງ ທັງໄລຍະສັ້ນ ໄລຍະຍາວ ຢູ່ພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ເນື້ອໃນ ສາລະຕ່າງໆ ທັງສື່ສິ່ງພິມ ສື່ເອເລັກໂຕຣນິກ ແລະ ສື່ອອນລາຍ ນັບມື້ນັບຫຼາກຫຼາຍຮູບແບບສີສັນ ເຊິ່ງສ່ອງແສງຂ່າວໄດ້ຢ່າງເລິກເຊິ່ງ ແລະ ກະຈາຍຜ່ານຫລາຍຊ່ອງທາງ ໄປເຖິງທຸກກຸ່ມເປົ້າໝາຍໃນໂລກ ອັນໄດ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ເປັນຢ່າງດີ.

    ທ່ານນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ ສື່ມວນຊົນລາວໄດ້ສຸມໃສ່ໂຄສະນາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ວຽກງານຈຸດສຸມຂອງລັດຖະບານ ວຽກງານຂອງສະພາແຫ່ງຊາດ ຊຸດທີ IX ການກໍ່ສ້າງຮາກຖານການເມືອງ ການພັດທະນາຊົນນະບົດຮອບດ້ານ ວຽກດີຄົນເດັ່ນ ການສົ່ງເສີມການຜະລິດເປັນສິນຄ້າ ແລະ ການນໍາໃຊ້ສິນຄ້າພາຍໃນ ການເຄື່ອນໄຫວຂອງການນຳພັກ-ລັດ ແລະ ວຽກງານສຳຄັນຕ່າງໆຂອງພັກ ຂອງຊາດ ຢ່າງຕໍ່ເນື່ອງ ບັນດາໂຄງການສຳຄັນຕ່າງໆ ເປັນຕົ້ນ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໂຄງການກໍ່ສ້າງທາງດ່ວນ ກໍໄດ້ຮັບຄວາມເອົາໃຈໃສ່ໂຄສະນາເຜີຍແຜ່ຈາກສື່ມວນຊົນ ອອກສູ່ພາຍໃນ ແລະ ທົ່ວໂລກ; ນອກນັ້ນ ສື່ມວນຊົນຍັງໄດ້ເພີ່ມທະວີໂຄສະນາໃນການຟື້ນຟູເສດຖະກິດ-ສັງຄົມ ແລະ ວິຖີການດຳລົງຊີວິດແບບໃໝ່ (New Normal) ໃນໄລຍະການລະບາດຂອງພະຍາດໂຄວິດ-19 ນີ້.

    ສື່ມວນຊົນລາວ ໄດ້ເອົາໃຈໃສ່ປະກອບສ່ວນວຽກງານຕິດຕາມ ກວດກາ ແລະ ຕອບໂຕ້ຫາງສຽງບໍ່ດີຂອງສັງຄົມ ກໍຄືໂຄສະນາຕອບຕ້ານກົນອຸບາຍຂອງອິດທິກຳລັງປໍລະປັກ ຜ່ານສື່ຢ່າງເລິກເຊິ່ງຮອບດ້ານ ທັນການ ແລະ ເປັນລະບົບຕໍ່ເນື່ອງ ໃນນັ້ນ ໄດ້ໂຄສະນາຕອບໂຕ້ນະໂຍບາຍຫັນປ່ຽນໂດຍສັນຕິຂອງສັດຕູ ທີ່ຫວັງມ້າງເພທຳລາຍລະບອບປະຊາທິປະໄຕ ປະຊາຊົນ ຕີຖອຍຖ້ອຍທຳນອງບິດເບືອນໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີ ແລະ ອິດທິກຳລັງປໍລະປັກຕໍ່ການນຳພາ ຊີ້ນຳຂອງພັກ-ລັດ ກໍຄືໝາກຜົນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນຕົ້ນ ບັນຫາການກໍ່ສ້າງເຂື່ອນໄຟຟ້າ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ການອອກຂ່າວບິດເບືອນຄວາມຈິງ ຂ່າວປອມ ໃນໄລຍະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ຂໍ້ກ່າວຫາກ່ຽວກັບສິດທິມະນຸດ ປະຊາທິປະໄຕ ເຜົ່າ ແລະ ສາສະໜາ.

    ຄຽງຄູ່ກັນນັ້ນ ສື່ມວນຊົນໄດ້ອອກບົດ ຄໍລຳ ບົດສຶກສາອົບຮົມ ຕັກເຕືອນ ແລະ ຕອບໂຕ້ບັນດາຂ່າວປອມ ຂ່າວບິດເບືອນຄວາມຈິງຢ່າງເລິກເຊິ່ງ ແລະ ທັນສະພາບການ ໃນໄລຍະການແກ້ໄຂການລະບາດຂອງພະຍາດໂຄວິດ-19 ສື່ມວນຊົນກໍໄດ້ເຂົ້າຮ່ວມປະກອບສ່ວນໂຄສະນາ ກໍຄືຕອບຕ້ານກຸ່ມຄົນບໍ່ດີຢ່າງຕັ້ງໜ້າ ເຮັດໃຫ້ສັງຄົມມີຄວາມຮັບຮູ້ ເຂົ້າໃຈ ມີສະຕິໃນການຮັບຂ່າວສານນັບມື້ດີຂຶ້ນ. 

error: Content is protected !!