ດຳເນີນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V

    ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 17 ພະຈິກ 2022 ທີ່ຫ້ອງວ່າການສູນກາງພັກ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ມີສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ຫົວໜ້າຄະນະຊີ້ນຳກະກຽມກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຜູ້ປະຈຳການຄະນະຊີ້ນຳກະກຽມກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ກຳມະການສູນກາງພັກ ບັນດາສະຫາຍຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສະຫາຍ ບຸນທອງ ຈິດມະນີ ກ່າວວ່າ: ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ນີ້ ແມ່ນດຳເນີນພາຍໃຕ້ຄຳຂວັນ: “ເພີ່ມທະວີການນຳພາຂອງພັກ ສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ວຽກງານການເມືອງ-ແນວຄິດ ທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່ ເຊິ່ງກອງປະຊຸມຈະໄດ້ສຸມໃສ່ບັນດາເນື້ອໃນສຳຄັນຄື: ຈະໄດ້ພ້ອມກັນສະຫຼຸບຕີລາຄາການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນໄລຍະແຕ່ກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ IV (2003) ຜ່ານມາ ພ້ອມທັງຄົ້ນຄວ້າກໍານົດທິດທາງ ຄາດໝາຍ ແລະ ໜ້າທີ່ຈຸດສຸມຂອງວຽກງານການເມືອງ-ແນວຄິດໃນຕໍ່ໜ້າ ໄດ້ພ້ອມກັນປະກອບຄວາມຄິດຄວາມເຫັນຕໍ່ເນື້ອໃນຂອງກອງປະຊຸມຕາມຫົວຂໍ້ຕ່າງໆ ແລະ ຕາມການເຈາະຈີິ້ມຂອງປະທານກອງປະຊຸມ ບົນພື້ນຖານບົດລາຍງານລວມທີ່ໄດ້ສະເໜີຕໍ່ກອງປະຊຸມ ແນໃສ່ເຮັດໃຫ້ການຕີລາຄາວຽກງານການເມືອງ-ແນວຄິດຜ່ານມາ ແລະ ການກໍານົດທິດທາງຄາດໝາຍໃນຕໍ່ໜ້າ ແທດເໝາະກັບການຜັນແປຂອງສະພາບການຕົວຈິງ

ທັງຮັບປະກັນໃຫ້ແກ່ການສືບຕໍ່ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເຂົ້າສູ່ລວງເລິກຢ່າງກວ້າງຂວາງ ຟົດຟື້ນ ແລະ ແຂງແຮງກວ່າເກົ່າ ແລະ ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຊຶ່ງຈະກາຍເປັນທິດນໍາໃຫ້ແກ່ການນຳພາ-ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ ໃຫ້ຫັນເຂົ້າສູ່ຄຸນນະພາບໃໝ່ ເວົ້າລວມ ເນື້ອໃນພື້ນຖານຕົ້ນຕໍຂອງກອງປະຊຸມວຽກງານການເມືອງ-ແນວຄິດເທື່ອນີ້ ແມ່ນເປັນການສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ ລົງວັນທີ 7 ທັນວາ 2020 ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ຊຶ່ງພັກເຮົາຖືວ່າ “ວຽກງານການເມືອງ-ແນວຄິດເປັນວຽກງານກົກໃນການກໍ່ສ້າງປັບປຸງພັກເປັນປັດໄຈສຳຄັນຮັບປະກັນສະຖຽນລະພາບທາງດ້ານການເມືອງ ຄວາມໝັ້ນຄົງຂອງປະເທດຊາດ ແລະ ຄວາມສະຫງົບສຸກຂອງສັງຄົມ ການຄົ້ນຄວ້າປະກອບຄໍາເຫັນຕໍ່ກອງປະຊຸມຕ້ອງຕິດພັນກັບຈິດໃຈເນື້ອໃນມະຕິຂອງກົມການເມືອງສູນກາງພັກ ແລະ ເນື້ອໃນຕົ້ນຕໍຂອງກອງປະຊຸມວຽກງານການເມືອງ-ແນວຄິດຄັ້ງນີ້ ເພື່ອສ້າງຄວາມເປັນເອກະພາບສູງ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນ ກໍຄືພະນັກງານ ສະມາຊິກພັກແຕ່ລະສະຫາຍ ຕໍ່ການເຄື່ອນໄຫວໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ແຂງແຮງ ເລິກເຊິ່ງ ແລະ ມີການຫັນປ່ຽນເຂົ້າສູ່ຄຸນນະພາບໃໝ່ ເຊິ່ງກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນຈຶ່ງຈະສໍາເລັດ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!