ແພດລາວ ຕັ້ງໜ້າອອກແຮງເຝິກຝົນຫຼໍ່ຫຼອມຕົນເອງ ມີຄຸນສົມບັດ ຈັນຍາທຳວິຊາຊີບສ້າງຄວາມຊຳນານວິຊາສະເພາະສົມກຽດສັກສີ ເປັນນັກຮົບເສື້ອຂາວຂອງພັກ

    ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວສະເຫຼີມສະຫຼອງວັນແພດລາວ 18 ມິຖຸນາ ຄົບຮອບ 55 ປີ ໃນວັນທີ 15 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ວ່າ: ວັນແພດລາວໄດ້ກຳເນີດຂຶ້ນຜ່ານຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງແພດລາວໃນແຕ່່ລະສະໄໝ ແຕ່ດຶກດຳບັນ ແລະ ຕິດພັນກັບການຕໍ່ສູ້ກູ້ຊາດແຕ່ລະໄລຍະ ຄື: ໃນປີ 1963 ສະໝາມຮົບຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນແບບໃໝ່ໄດ້ເປີດກວ້າງອອກທົ່ວປະເທດ ເຂດປົດປ່ອຍກໍນັບມື້ຂະຫຍາຍຕົວ ແພດໝໍພວກເຮົາໃນໄລຍະນັ້ນແມ່ນນອນຢູ່ໃນການຈັດຕັ້ງເສນາຮັກ ແລະ ໄດ້ເຮັດໜ້າທີ່ຂອງຕົນໃນການຮັກສາ ແລະ ປິ່ນປົວພະຍາດ ແລະ ບາດແຜສົງຄາມ ໃນການປິ່ນປົວໃຫ້ແກ່ພະນັກງານນັກຮົບ ແລະ ປະຊາຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍ ຕໍ່ມາ ສູນກາງພັກໄດ້ມີນະໂຍບາຍສ້າງເຂດປົດປ່ອຍເປັນລັດໜຶ່ງ ວັນທີ 18 ມິຖຸນາ 1965 ສູນກາງພັກ ແລະ ແນວລາວສ້າງຊາດຈຶ່ງໄດ້ຕົກລົງແຍກຂະແໜງການສາທາລະນະສຸກອອກເປັນສອງການຈັດຕັ້ງຄື: ເສນາຮັກເພື່ອຮັບໃຊ້ກອງທັບ ແລະ ສາທາລະນະສຸກກາງເພື່ອຮັບໃຊ້ພົນລະເຮືອນ ພ້ອມນີ້ ໄດ້ວາງນະໂຍບາຍສາທາລະນະສຸກຢ່າງຄົບຊຸດ ສະແດງອອກໃນການສ້າງໂຮງຮຽນສ້າງແພດ 

    ທ່ານປະທານໄກສອນ ພົມວິຫານ ຜຸ້ນຳທີ່ແສນເຄົາລົບຮັກ ໄດ້ກ່າວໃນຕອນທ້າຍກອງປະຊຸມສາທາລະນະສຸກທົ່ວປະເທດຄັ້ງທີ 2 ວັນທີ 11 ມີນາ 1965 ວ່າ ຈະສະເໜີຄະນະເລຂາທິການສູນກາງພັກ ແລະ ສະພາລັດຖະມົນຕີເລືອກເອົາມື້ໃດມື້ໜຶ່ງທີ່ມີຄວາມໝາຍປະຫວັດສາດເປັນວັນແພດລາວ ຈາກແນວຄິດຊີ້ນຳຂອງປະທານໄກສອນ ພົມວິຫານ ແລະ ເຫດຜົນທີ່ກ່າວມາຂ້າງເທິງນັ້ນ ກະຊວງສາທາລະນະສຸກຈຶ່ງໄດ້ນຳສະເໜີລັດຖະບານ ແລະ ສະພາແຫ່ງຊາດຊຸດທີ 7 ແລະ ໄດ້ຮັບການເຫັນດີໃຫ້ບັນທຶກເຂົ້າໃນກົດໝາຍປິ່ນປົວສະບັບປັບປຸງເລກ 58/ສພຊ ລົງວັນທີ 24 ທັນວາ 2014 ໝວດ 10 ມາດຕາ 76 ໄດ້ກຳນົດເອົາວັນທີ 18 ມິຖຸນາເປັນວັນແພດລາວ. 

ວິທະຍາໄລ ວິທະຍາສາດ ສຸຂະພາບ ສະຫວັນນະເຂດ

    ວັນແພດລາວ ແມ່ນວັນໜຶ່ງທີ່ເປັນປະຫວັດສາດອັນລໍ້າຄ່າຂອງຂະແໜງການສາທາລະນະສຸກ ເປັນວັນສ້າງຂະບວນການກິດຈະກຳຕ່າງໆເພື່ອລະນຶກເຖິງຜົນງານ ແລະ ສັນລະເສີມຄຸນງາມຄວາມດີຂອງແພດລາວໃນສະໄໝຕໍ່ສູ້ກູ້ຊາດ ກໍຄືສະໄໝປົກປັກຮັກສາ ແລະ ສ້າງສາປະເທດຊາດ ການສະເຫຼີມສະຫຼອງວັນດັ່ງກ່າວຍັງເປັນການປູກຈິດສຳນຶກໃຫ້ພະນັກງານແພດໝໍ ພະຍາບານ ພະນັກງານສາທາລະນະສຸກລາວຮູ້ສືບທອດຮໍ່າຮຽນເອົາແບບຢ່າງຂອງແພດໝໍ ແລະ ພະນັກງານສາທາລະນະສຸກຮຸ່ນກ່ອນ ອອກແຮງເຝິກຝົນຫຼໍ່ຫຼອມສ້າງຕົນເອງໃຫ້ພຽບພ້ອມໄປດ້ວຍຄຸນສົມບັດ ແລະ ຈັນຍາທຳວິຊາຊີບ ແລະ ຄວາມຊຳນານງານດ້ານວິຊາສະເພາະ ເພື່ອກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນ ໃຫ້ສົມກຽດສັກສີທີ່ວ່າ: ເປັນນັກຮົບເສື້ອຂາວປະຕິວັດຂອງພັກ. 

ວິທະຍາໄລ ວິທະຍາສາດ ສຸຂະພາບ ສະຫວັນນະເຂດ

    ໃນປີນີ້ ໃນທົ່ວໂລກກຳລັງປະເຊີນໜ້າກັບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (ໂຄວິດ-19) ຢູ່ປະເທດເຮົາ ເຖິງວ່າບໍ່ມີກໍລະນີຕິດເຊື້ອແລ້ວ ແຕ່ກໍຄວນສືບຕໍ່ຈັດຕັ້ງປະຕິບັດໃບແຈ້ງການຂອງນາຍົກ ແລະ ບັນດານິຕິກຳຂອງຄະນະສະເພາະກິດ ດັ່ງນັ້ນພວກເຮົາຈຳເປັນຕ້ອງບໍ່ມີການໂຮມຊຸມນຸມໃຫຍ່ ໂດຍຈະສືບຕໍ່ຄົ້ນຄວ້າປະຕິບັດນະໂຍບາຍຍ້ອງຍໍສັນລະເສີນແພດ ພະຍາຍາບານຮຸ່ນອາວຸໂສ ພ້ອມດຽວກັນນີ້ ກະຊວງສາທາລະນະສຸກຈະໄດ້ອອກແຈ້ງການໃຫ້ແຕ່ລະພາກສ່ວນ ນັບແຕ່ສູນກາງຮອດແຂວງ ແລະ ນະຄອນຫຼວງວຽງຈັນ ໃຫ້ມີການເຄື່ອນໄຫວວຽກຄື: ໃຫ້ຈັດກິດຈະກຳທີ່ເໝາະສົມເຊັ່ນ: ກວດສຸຂະພາບຜູ້ສູງອາຍຸໂດຍບໍ່ເສຍຄ່າ ອອກແຮງເຝົ້າລະວັງພະຍາດໂຄວິດ-19 ສ້າງຂະບວນການທຳລາຍແຫຼ່ງເພາະພັນຍຸງລາຍ ແລະ ອະນາໄມສາມສະອາດ ກອງປະຊຸມວິຊາການ ແລະ ອື່ນໆ ໃຫ້ຕິດຄຳຂວັນ ປ້າຍໂຄສະນາຢູ່ສຳນັກງານ ແລະ ສະຖານທີ່ບໍລິການສາທາລະນະສຸກນັບແຕ່ວັນທີ 15 ມິຖຸນາ 2019 ເປັນຕົ້ນໄປ ສຳລັບເນື້ອໃນຄຳຂວັນມີຄື: ຊົມເຊີຍວັນແພດລາວ ວັນທີ 18 ມິຖຸນາ ຄົບຮອບ 55 ປີຢ່າງສຸດໃຈ ໃຫ້ສົມທົບອຳນາດການປົກຄອງແຕ່ລະຂັ້ນ ໃນການປະສານງານ ແລະ ຈັດຕັ້ງປະຕິບັດສະເຫຼີມສະຫຼອງວັນແພດລາວໃຫ້ມີເນື້ອໃນ ແລະ ຄວາມໝາຍກະທັດຮັດ ນຳໃຊ້ງົບປະມານຢ່າງປະຢັດມັດທະຍັດ.

error: Content is protected !!