ການແຂ່ງຂັນກີລາເທັນນິສ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ IX ທີ່ແຂວງຊຽງຂວາງເປັນເຈົ້າພາບ ທ້າຍປີນີ້ ແຂວງຫຼວງພະບາງຈະສົ່ງນັກກີລາເທນນິສເຂົ້າຮ່ວມແຂ່ງຂັນ 5 ຄົນ ລວມມີ ດ່ຽວຊາຍ ແລະ ຄູ່ຊາຍ ປັດຈຸບັນ ນັກກິລາທັງໝົດໄດ້ເຂົ້າເກັບຕົວເຝິກຊ້ອມຢູ່ນະຄອນຫຼວງວຽງຈັນ.

ທ່ານ ສົມສັກ ອ່ອນຈັນ ປະທານສະຫະພັນກີລາເທັນນິສແຂວງຫຼວງພະບາງ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ ວ່າ: ສຳລັບນັກກີລາເທັນນິສທີ່ຈະເປັນຕົວແທນເຂົ້າຮ່ວມແຂ່ງຂັນໃຫ້ແຂວງຫຼວງພະບາງ ແມ່ນໄດ້ຜ່ານການຄັດເລືອກຢູ່ພາຍໃນແຂວງ 1 ຄົນ ແລະ ໄດ້ຄັດເລືອກເອົານັກກີລາຢູ່ສະໂມສອນເທັນນິສ ອາໂນໄທ ອີກ 4 ຄົນ ປັດຈຸບັນ ນັກກິລາທັງໝົດໄດ້ໂຮມຕົວກັນເຝິກຊ້ອມຢູ່ນະຄອນຫຼວງວຽງຈັນ ແລະ ຈະເດີນທາງໄປຮ່ວມແຂ່ງຂັນຕາມກຳນົດເວລາ ໂດຍລວມ ສະພາບນັກກີລາມີຄວາມພ້ອມທຸກດ້ານ ສໍາລັບຄວາມຫວັງໃນການເຂົ້າຮ່ວມແຂ່ງຂັນຊຸດນີ້ ຈະໃຫ້ໄດ້ຢ່າງໜ້ອຍ 1 ຫຼຽນຄຳ.
ສຳລັບຕາຕະລາງການແຂ່ງຂັນກີລາເທັນນິສ ຈະແຂ່ງຂັນຢູ່ເດີ່ນເທັນນິສໄຊຊະນະ ໂດຍມີການຊີງໄຊທັງໝົດ 7 ຫຼຽນຄຳ ໃນນີ້ ຊາຍ 3 ຫຼຽນຄຳ ຍິງ 3 ຫຼຽນຄຳ ແລະ ປະສົມ 1 ຫຼຽນຄຳ ເລີ່ມການແຂ່ງຂັນວັນທີ 15-19 ທັນວາ 2022.