ເປີດໂຕ Riverfront Apartment ສຸດຫຼູໃຈກາງເມືອງ ພ້ອມໃຫ້ບໍລິການລູກຄ້າ

    ພິທີເປີດໂຕ Riverfront Apartment ສຸດຫຼູໃຈກາງເມືອງຢ່າງເປັນທາງການ ຈັດຂຶ້ນໃນວັນທີ 16 ພະຈິກ 2022 ຢູ່ບ້ານພັນໝັ້ນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ທ່ານ ຮວງ ຊູ ນໍາ ປະທານບໍລິສັດ ເຄບີ ແຄັບປີຕອນ ຈໍາກັດ ພ້ອມດ້ວຍບັນດາຄະນະຜູ້ບໍລິຫານ ພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

    ທ່ານ ອີ ຊີກຽງ ຜູ້ອໍານວຍການບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ກ່າວວ່າ: ເຄບີ ແລະ ຄູ່ຮ່ວມທຸລະກິດຂອງພວກເຮົາ ມີເປົ້າໝາຍຮ່ວມກັນໃນການຈັດຫາ ແລະ ສະໜອງອາພາດເມັນຄຸນນະພາບສູງ ທີ່ມີມາດຕະຖານລະດັບສາກົນຢູ່ໃນ ສປປ ລາວ ເຊິ່ງພວກເຮົາໄດ້ເລີ່ມການກໍ່ສ້າງໃນໄລຍະຕົ້ນປີ 2021 ແລະ ໄດ້ສໍາເລັດການກໍ່ສ້າງໃນເດືອນກັນຍາ 2022 ຫຼັງຈາກນັ້ນ ກໍໄດ້ໃຊ້ເວລາປະມານ 2 ເດືອນ ໃນການກະກຽມຄວາມພ້ອມສໍາລັບການເປີດໃຫ້ບໍລິການເຊັ່ນ: ການຈ້າງພະນັກງານ ເຝິກອົບຮົມ ແລະ ເສີມສ້າງການບໍລິການໃຫ້ມີຄວາມເປັນມາດຕະຖານສູງ ແລະ ໃນທີ່ສຸດ ພວກເຮົາກໍໄດ້ຈັດງານເປີດໂຕທີ່ຍິ່ງໃຫຍ່ໃນມື້ນີ້.

    ສໍາລັບອາຄານນີ້ ມີທັງໝົດ 9 ຊັ້ນ ລວມທັງບ່ອນຈອດລົດຊັ້ນໃຕ້ດິນ ແລະ ປະກອບດ້ວຍ 39 ຫ້ອງ ເຊິ່ງມີຫ້ອງ 1 ຫ້ອງນອນ 2 ຫ້ອງນອນ 3 ຫ້ອງນອນ ແລະ ເພັນເຮົ້າ ນອກນີ້ ພວກເຮົາຍັງມີບ່ອນຈອດລົດທີ່ກວ້າງຂວາງ ທີ່ສາມາດຮອງຮັບໄດ້ລົດ 2 ຄັນຂຶ້ນໄປຕໍ່ຄົວເຮືອນ ເຊິ່ງຫ້ອງພັກທຸກຫ້ອງ ມີເຄື່ອງເຟີນີເຈີ ຕູ້ເຢັນ ຈັກຊັກເຄື່ອງ ແລະ ເຄື່ອງໃຊ້ໃນເຮືອນອື່ນໆ ລວມທັງພື້ນໄມ້ທີ່ມີຄຸນນະພາບສູງ ນອກຈາກນີ້ ຍັງມີລະບຽງທີ່ສາມາດເພີດເພີນກັບການຊົມວິວແມ່ນໍ້າຂອງທີ່ແສນສວຍງາມ ອາພາດເມັນນີ້ ຍັງມີສະຖານທີ່ເລີດຫຼູ ແລະ ສິ່ງອໍານວຍຄວາມສະດວກທີ່ດີທີ່ສຸດ ເຊັ່ນ: ສະລອຍນໍ້າເທິງດາດຟ້າ ໂຮງຮູບເງົາຂະໜາດນ້ອຍ ສະໜາມກ໊ອຟຈໍາລອງ ແລະ ຫ້ອງອອກກໍາລັງກາຍວິວແມ່ນໍ້າຂອງ ນອກນີ້ ທີ່ຮ້ານອາຫານຊາລາຊາເນ ຊັ້ນ 1 ທ່ານຍັງສາມາດມາຊິມຣົດຊາດອາຫານພື້ນເມືອງໄທທີ່ດີທີ່ສຸດໃນ ສປປ ລາວ ພ້ອມທັງວິວແມ່ນໍ້າຂອງທີ່ສວຍສົດງົດງາມອີກດ້ວຍ.    ໂອກາດນີ້ ທ່ານ ຈອງ ຢອງ ຊູ ກ່າວວ່າ: ຂ້າພະເຈົ້າຮູ້ສຶກດີໃຈທີ່ກຸ່ມບໍລິສັດການເງິນເຄບີ ສ.ເກົາຫຼີ ໄດ້ຂະຫຍາຍທຸລະກິດໃໝ່ທາງດ້ານອະສັງຫາລິມະຊັບເປັນຄັ້ງທໍາອິດ ໄປຄຽງຄູ່ກັບການພັດທະນາທຸລະກິດທາງດ້ານການເງິນ ເຊິ່ງເປັນການຕັດສິນໃຈການພັດທະນາທຸລະກິດທີ່ມີຄວາມທ້າທາຍ ແລະ ເປັນການຕັດສິນໃຈທີ່ສູງສົ່ງສົມກັບການເປັນນັກທຸລະກິດຜູ້ໜຶ່ງ ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ການເປີດນໍາໃຊ້ Riverfront Apartment ຈະເປັນພື້ນຖານທີ່ດີໃຫ້ແກ່ກຸ່ມບໍລິສັດ ເຄບີ ແລະ ການຂະຫຍາຍທຸລະກິດໃໝ່ໃຫ້ຫຼາຍຂຶ້ນຕື່ມໃນອະນາຄົດ ຜົນສໍາເລັດຂອງໂຄງການໜຶ່ງ ຈະກາຍເປັນຈຸດເລີ່ມຕົ້ນທີ່ດີໃຫ້ແກ່ອີກໂຄງການໜຶ່ງ ສະນັ້ນ ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ທຸລະກິດດັ່ງກ່າວນີ້ປະສົບຜົນສໍາເລັດ ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຜົນສໍາເລັດຂອງການດໍາເນີນທຸລະກິດຂອງກຸ່ມບໍລິສັດດັ່ງກ່າວນີ້ ຈະປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ ແລະ ຄືນຄວາມຜາສຸກໃຫ້ແກ່ປະຊາຊົນລາວບັນດາເຜົ່າ. 

error: Content is protected !!