ເມືອງເຊບັ້ງໄຟ ເກັບກູ້ຜົນຜະລິດເຂົ້ານາປີໄດ້ 85%

      ທ່ານ ພູທອນ ໄຊຍະວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນສົກປີ 2022 ເມືອງເຊບັ້ງໄຟ ມີແຜນການຜະລິດເຂົ້ານາປີ 8.700 ເຮັກຕາ ສາມາດປະຕິບັດໄດ້ 100% ຄາດຄະເນສະມັດຖະພາບ 4,3 ໂຕນຕໍ່ເຮັກຕາ ຄາດຄະເນຜົນຜະລິດ 37.000 ໂຕນ ປັດຈຸບັນສາມາດເກັບກ່ຽວໄດ້ປະມານ 85% ຂອງເນື້ອທີ່ທັງໝົດ ແຕ່ເນື່ອງຈາກສະພາບອາກາດ ບໍ່ເອື້ອອຳນວຍ ຝົນຕົກບໍ່ຖືກຕາມລະດູການ ເຮັດໃຫ້ສະມັດຖະພາບຫຼຸດລົງ ໂດຍຄາດຄະເນຈະໄດ້ປະມານ 34.000 ກວ່າໂຕນ ເມື່ອລວມຜົນຜະລິດທັງລະດູແລ້ງ ແລະ ລະດູຝົນ ສະເລ່ຍໃສ່ພົນລະເມືອງໄດ້ປະມານ 1.446 ກິໂລເຂົ້າເປືອກຕໍ່ຄົນຕໍ່ປີ ສາມາດກຸ້ມກິນ ແລະ ເຫຼືອໄວ້ຂາຍເປັນສິນຄ້າ ການເກັບກ່ຽວແມ່ນຄາດວ່າຈະໃຫ້ສຳເລັດພາຍໃນທ້າຍເດືອນພະຈິກ 2022 ນີ້.

     ສຳລັບການຜະລິດພືດລະດູຝົນ ມີເນື້ອທີີ່ແຜນການ 800 ເຮັກຕາ ສາມາດຈັດຕັ້ງປະຕິບັດໄດ້ 3.000 ກວ່າເຮັກຕາ ໃນນີ້ພືດທີ່ພົ້ນເດັ່ນແມ່ນປະເພດມັນຕົ້ນ ມີເນື້ອທີ່ປະມານ 2.600 ກວ່າເຮັກຕາ ນອກນີ້ເມືອງເຊບັ້ງໄຟ ຍັງໄດ້ມີແຜນການກະກຽມ ໃຫ້ແກ່ການຜະລິດລະດູແລ້ງ ໂດຍໄດ້ຮ່ວມປະຊຸມວາງແຜນ ກັບກຸ່ມການຜະລິດ ກະກຽມທາງດ້ານແນວພັນ ອະນາໄມຄອງເໝືອງ ກວດກາລະບົບຊົນລະປະທານ ຫົວງານ ແລະ ຈັກສູບນໍ້າ ເຊິ່ງບາງໂຄງການແມ່ນໄດ້ມີການສ້ອມແປງ ໂດຍນຳໃຊ້ ກອງທຶນຂອງບ້ານ ແລະ ບາງໂຄງການແມ່ນໄດ້ສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງຂັ້ນເທິງ ເພື່ອສະໜອງງົບປະມານ ແລະ ວັດຖຸອຸປະກອນໃນການສ້ອມແປງໃຫ້ທັນກັບການຜະລິດ ມີເນື້ອທີ່ຜະລິດເຂົ້ານາແຊງ ຕາມແຜນການ 2.500 ເຮັກຕາ ໃນ 15 ໂຄງການຊົນລະປະທານ ໃນນັ້ນ ມີໂຄງການທີ່ນຳໃຊ້ໄຟຟ້າ 11 ແຫ່ງ ປະຕູນໍ້າ 1 ແຫ່ງ ແລະ ຝາຍນໍ້າລົ້ນ 3 ແຫ່ງ ໂດຍການຕົກກ້າ ແລະ ເຮັດນາຫວ່ານ ແມ່ນຈະໃຫ້ສຳເລັດໃນຕົ້ນເດືອນທັນວາ 2022.

error: Content is protected !!