ທ່ານເຈົ້າຄອງ ນວ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຄະນະຜູ້ແທນເຕີຍໂຮ ສສ ຫວຽດນາມ

+++++++++++++++++++++++++++++++++++

     ຄະນະຜູ້ແທນເມືອງ ເຕີຍໂຮ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ນຳໂດຍສະຫາຍ ນາງ ເລທິທູຮັ່ງ ກຳມະການພັກ ເລຂາພັກເມືອງ ປະທານສະພາປະຊາຊົນເມືອງເຕີຍໂຮ ພ້ອມດ້ວຍຄະນະ ເຂົ້າຢ້ຽມຄຳນັບ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໃນວັນທີ 16 ພະຈິກ 2022 ທີ່ຫ້ອງວ່າການປົກຄອງ ນວ ໂອກາດເດີນທາງມາຢ້ຽມຢາມ ເຮັດວຽກຮ່ວມກັບອົງການ ປົກຄອງເມືອງສີສັດຕະນາກ.

    ໂອກາດນີ້ ສະຫາຍ ນາງ ເລທິທູຮັ່ງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານເຈົ້າຄອງ ນວ ທີ່ສະຫຼະ ເວລາໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມລາຍງານການພົບປະປຶກສາຫາລືເຮັດວຽກກັບເມືອງສິສັດຕະນາກ ເຊິ່ງ ໄດ້ມີການປຶກສາຫາລືຫຼາຍໜ້າວຽກສຳຄັນ ໂດຍສະເພາະ ວຽກງານການກໍ່ສ້າງພັກ-ພະນັກງານ ລວມ ທັງການພັດທະນາແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ ວັດຖຸບູຮານ ທີ່ເປັນທ່າແຮງຂອງເມືອງ ແລະ ການພັດທະນາຮາກຖານບ້ານໃຫ້ມີຄວາມກ້າວໜ້າ ກ້າວສູ່ການຫັນເປັນທັນສະໄໝ ແລະ ວຽກງານອື່ນໆອີກ ພ້ອມທັງກ່າວຂອບໃຈທີ່ທາງອົງການປົກຄອງ ນວ ໄດ້ເປີດໂອກາດໃຫ້ຄະນະຜູ້ແທນເມືອງ ເຕີຍໂຮ ໄດ້ເດີນ ທາງມາຢ້ຽມຢາມ ສປປ ລາວ ກໍຄື ນວ ແລະ ເມືອງສີສັດຕະນາກ ອັນເປັນການປະກອບສ່ວນສຳຄັນໃນ ການເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານຂອງສອງພັກ ສອງລັດ ແລະ  ປະ ຊາຊົນສອງຊາດ ເວົ້າລວມ ເວົ້າສະເພາະແມ່ນອົງການປົກຄອງສອງນະຄອນ ໃຫ້ມີບາດກ້າວອັນໃໝ່ ສືບຕໍ່ ພັດທະນາຢ່າງບໍ່ຢຸດຢັ້ງ.

    ພ້ອມນີ້ ທ່ານເຈົ້າຄອງ ນວ ໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ເຮັດວຽກຂອງຄະນະຜູ້ແທນຄັ້ງນີ້ ອັນເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງສອງອົງການປົກຄອງສອງນະຄອນໃຫ້ເຂົ້າສູ່ລວງເລິກ ທັງເປັນການສົ່ງເສີມສາຍພົວພັນຮ່ວມມືຫຼາຍວຽກງານຂະແໜງການ ໂດຍສະເພາະ ການສ້າງ ຮາກຖານບ້ານໃຫ້ເຂັ້ມແຂງ ເປັນການເປີດໂອກາດຂະຫຍາຍການຮ່ວມມືກັບບັນດາເມືອງອື່ນໆຂອງສອງ ນະຄອນໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍອອກໄປຢ່າງເປັນຮູບປະທຳ ພ້ອມອວຍພອນໃຫ້ທາງຄະນະ ຈົ່ງປະສົບຜົນສຳເລັດໃນການເດີນທາງມາຢ້ຽມຢາມ ເຮັດວຽກໃນຄັ້ງນີ້ ແລະ ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ.

error: Content is protected !!