ບີຄວາ ໄຂແຜນງານໄລຍະສອງ

***************************

    ໃນວັນທີ 16 ພະຈິກ 2022 ທີ່ໂຮງຮຽນປະຖົມນາໄຮ່ດຽວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ປະກາດໄຂໄລຍະທີສອງຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໂດຍພະນະ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ພ້ອມດ້ວຍແຂກຜູ້ຕາງໜ້າຈາກບັນດາກົມ ກະຊວງ ສສກ ຜູ້ຕາງໜ້າຈາກວິທະຍາໄລຄູເປົ້າໝາຍຂອງແຜນງານບີຄວາ 3 ແຫ່ງ ພະແນກສຶກສາທິການ ແລະ ກິລາແຂວງ ຈາກ 7 ແຂວງເປົ້າໝາຍ ແລະ ບັນດາຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

    ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: ລັດຖະບານລາວ ແລະ ລັດຖະບານອົດສະຕຣາລີ ມີອຸດົມການອັນດຽວກັນ ກໍຄືການຮັບປະກັນວ່າເດັກນ້ອຍທຸກຄົນ ໂດຍສະເພາະ ແມ່ນຜູ້ທີ່ດ້ອຍໂອກາດ ໄດ້ຮັບການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ ນັບແຕ່ປີ 2015 ເປັນຕົ້ນມາ ລັດຖະບານອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອກະຊວງ ສສກ ໂດຍຜ່ານແຜນງານບີຄວາ ໄລຍະທີ 1 ໄດ້ມີການພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ພ້ອມທັງມີການອອກແບບ ແລະ ຈັດຕັ້ງປະຕິບັດວຽກງານການເຝິກອົບຮົມຄູ ແລະ ກິດຈະກຳຕ່າງໆສຳລັບການພັດທະນາວິຊາຊີບຄູ.

    ທ່ານ ໂພລ ແຄລີ ໄດ້ສະແດງຄວາມຊົມເຊີຍຕໍ່ກະຊວງ ສສກ ໂດຍສະເພາະ ບັນດາຄູປະຖົມທີ່ໄດ້ເຮັດວຽກຢ່າງຕັ້ງໜ້າຮ່ວມກັບແຜນງານບີຄວາ ເຊິ່ງໄລຍະທີ 1 ຂອງແຜນງານ ໄດ້ສະໜັບສະໜູນການປັບປຸງຫຼັກສູດຊັ້ນປະຖົມສຶກສາທີ່ຖືເອົານັກຮຽນເປັນໃຈກາງ    ພ້ອມທັງການພັດທະນາສື່ການຮຽນ-ການສອນທີ່ຕິດພັນກັບຫຼັກສູດໃໝ່ ແລະ ການເຝິກອົບຮົມຄູທົ່ວປະເທດ ໃນການນຳໃຊ້ຫຼັກສູດໃໝ່ ໂດຍເນັ້ນໃຫ້ນັກຮຽນມີສ່ວນຮ່ວມຜ່ານການເຮັດກິດຈະກຳທົດລອງຕົວຈິງ ແລະ ນຳໃຊ້ຄວາມຮູ້ເຂົ້າໃນຊີວິດຈິງ ຜົນງານທີ່ຍາດມາໄດ້ ແມ່ນຍິ່ງໃຫຍ່ ແລະ ເປັນຕົວຢ່າງທີ່ດີທີ່ສະແດງໃຫ້ເຫັນເຖິງການຮ່ວມມືໃນທົ່ວທຸກຂັ້ນຂອງລັດຖະບານ.

    ແຜນງານບີຄວາ ໄລຍະທີ 2 ຈະສືບຕໍ່ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ໂດຍໃຫ້ສຳເລັດການພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສູດຂັ້ນ ປ5 ໃນສົກຮຽນ 2023-2024 ນອກນັ້ນ ແຜນງານຍັງຈະສືບຕໍ່ພັດທະນາໂຄງການເຝິກເວົ້າພາສາລາວ ເພື່ອສະໜັບສະໜູນນັກຮຽນຊົນເຜົ່າຢູ່ໃນໂຮງຮຽນປະຖົມທີ່ຢູ່ເຂດຫ່າງໄກສອກຫຼີກ ແຜນງານບີຄວາ ໄລຍະທີ 2 ຈະຄ່ອຍໆຫັນປ່ຽນຈຸດສຸມໄປສູ່ການສະໜັບສະໜູນການພັດທະນາວິຊາຊີບ ແລະ ການເຝິກອົບຮົມຄູ ນອກນັ້ນ ຍັງຈະສຸມໃສ່ການຮັບປະກັນໃຫ້ມີວິທີການທີ່ສົ່ງເສີມການສຶກສາຮຽນຮ່ວມ ໂດຍສະເພາະ ແມ່ນບົດບາດຍິງ-ຊາຍ ແລະ ການຮຽນຮູ້ຂອງນັກຮຽນພິການ.

    ພາຍຫຼັງ​ພິທີໄຂແຜນງານບີຄວາ ໄລຍະທີ 2 ທ່ານ ປອ ນາງ ສີສຸກ ວົງວິຈິດ ພ້ອມດ້ວຍແຂກທີ່ເຂົ້າຮ່ວມງານ ໄດ້ຢ້ຽມຊົມການວາງສະແດງລາຍການຕ່າງໆທີ່ໄດ້ກະກຽມໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກົມສ້າງຄູ ເພື່ອວາງສະແດງຜົນງານໃຫ້ເຫັນບັນດາສື່ການຮຽນ-ການສອນ ແລະ ອຸປະກອນສຳລັບຄູຕ່າງໆທີ່ໄດ້ຖືກພັດທະນາຂຶ້ນ ເພື່ອສະໜັບສະໜູນການນຳໃຊ້ຫຼັກສູດໃໝ່ໃນໄລຍະທີ 1 ຂອງແຜນງານບີຄວາ.

error: Content is protected !!