ມີລາຍຮັບຈາກການຂາຍຢາງພາລາ ສະເລ່ຍ 300 ລ້ານກີບຕໍ່ປີ

    ປັດຈຸບັນ ປະຊາຊົນບ້ານເຫຼົ່າ ສຸລິຍະ ເມືອງຈຳພອນ ແຂວງສະຫວັນນະເຂດຫຼາຍຄອບຄົວ ໄດ້ຫັນມາຜະລິດເບ້ຍຢາງ ແລະ ປູກຢາງພາລາຂາຍເປັນສິນຄ້າຫຼາຍຂຶ້ນ ຈົນສາມາດເຮັດໃຫ້ປະຊາຊົນພາຍໃນບ້ານມີວຽກເຮັດງານທຳ ມີຊີວິດການເປັນຢູ່ດີຂຶ້ນ ແລະ ກາຍເປັນຄອບຄົວຮັ່ງມີ ໂດຍສະເພາະ ຄອບຄົວນາງ ບຸນທະວີ ສຸລິຍະວົງສາ (ອໍ) ກໍເປັນອີກຄອບຄົວໜຶ່ງທີ່ເປັນຄອບຕົວແບບໃນການຜະລິດຢາງພາລາຂາຍເປັນສິນຄ້າຂອງບ້ານເຫຼົ່າສຸລິຍະ ເຊິ່ງໃນ 1 ຄອບຄົວຂອງນາງ ບຸນທະວີ ຈະມີລາຍຮັບຈາກການຂາຍເບ້ຍຢາງພາລາ ນ້ຳຢາງ ແກ່ນຢາງ ແລະ ກິ່ງຕາຢາງພາລາ ສະເລ່ຍປະມານ 300 ລ້ານກີບຕໍ່ປີ.

     ທ່ານ ນາງ ບຸນທະວີ ສຸລິຍະວົງສາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ຄອບຄົວທ່ານ ນາງ ບຸນທະວີ ສິລິຍະວົງສາ ມີແຮງງານຕົ້ນຕໍ 5 ຄົນ  ໄດ້ເລີ່ມມັກຮັກ ແລ້ວຫັນມາປູກຢາງພາລາ ເບື້ອງຕົ້ນຄອບຄົວແມ່ນໄດ້ມີປະສົບການຕົວຈິງຈາກການໄປເຮັດວຽກຢູ່ແຂວງຕັງ ປະເທດໄທ ຈາກນັ້ນ ໄດ້ນໍາເອົາສາຍພັນຢາງພາລາມາຈາກໄທມາປູກ ມາທົດລອງປູກໃນປີ 2009  ມີ 2 ສາຍພັນຄື: ສາຍພັນ 600 ແລະ ສາຍພັນ 251 ເຊິ່ງສາມາດຂີດຂາຍມາໄດ້ 7 ປີແລ້ວ ໂດຍພາຍໃນສວນ ມີຢາງພາລາທັງໝົດ 2.000 ກວ່າຕົ້ນ ໃນນັ້ນ ໄດ້ຮັບຜົນຜະລິດແລ້ວ  500 ຕົ້ນ  ດ້ານຂັ້ນຕອນໃນການຂາຍ ແມ່ນມີພໍ່ຄ້າຄົນກາງມາຮັບຊື້ເຖິງສວນ ແລະ ສົ່ງຂາຍເອງໂດຍກົງ ໃນນີ້ ນ້ຳຢາງ ຫຼື ຂີ້ຢາງແມ່ນຂາຍໃນລາຄາ 12.000-15.000 ກີບກິຕໍ່ໂລກຣາມ  ຂາຍອາທິດລະຄັ້ງ ສະເລ່ຍລາຍຮັບປະມານ 25-30 ລ້ານກີບຕໍ່ເດືອນ ສໍາລັບເບ້ຍຢາງ ແມ່ນຂາຍໃນລາຄາ 17.000 ກີບຕໍ່ຕົ້ນ ຂາຍສົ່ງທັງພາຍໃນ ແລະ ຕ່າງປະເທດ ສະເລ່ຍ 20.000-30.000 ເບ້ຍຕໍ່ປີ (ອີງຕາມລູກຄ້າຕ້ອງການ) ສ່ວນແກ່ນຢາງ ແມ່ນຂາຍ ໃນລາຄາ 3.500 ຕໍ່ກິໂລກຣາມ ພາຍຫຼັງຫັກຈາກຕົ້ນທຶນແຕ່ລະປີ ຈະເຫຼືອກຳໄລປະມານ 300 ລ້ານກີບຕໍ່ປີ.

    ໃນການປູກ ແມ່ນມີຂໍ້ຫຍຸ້ງຍາກຄື ການບົວລະບັດຮັກສາ ຖາງຫຍ້າ ໃສ່ຝຸ່ນ ໃສ່ຢາ ເພື່ອໃຫ້ເບ້ຍຢາງງາມ ສໍາລັບການລົງທຶນແມ່ນຂ້ອນຂ້າງສູງ ສະເລ່ຍເຮັກຕາລະ 150 ລ້ານກີບ ສຳລັບຂໍ້ສະດວກ ແມ່ນປູກແລ້ວເຫັນຜົນໄວ ແລະ ໄດ້ລາຄາດີ  ສະນັ້ນ ສາມາດເວົ້າໄດ້ວ່່າ ພາຍຫຼັງທີ່ຫັນມາປູກຢາງພາລາເປັນສິນຄ້າຂອງຕົນເອງ ເຫັນວ່າຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫຼາຍ ເມື່ອທຽບໃສ່ກັບແຕ່ກ່ອນທີ່ເຄີຍເປັນກຳມະກອນອອກແຮງ ແລະ ປັດຈຸບັນແມ່ນໄດ້ກາຍເປັນຜູ້ໃຊ້ແຮງງານ ສາມາດເຮັດໃຫ້ຊີວິດຄອບຄົວດີຂຶ້ນ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

error: Content is protected !!