ອາເມຣິກາ ສະໜັບສະໜູນການຫຼຸດຜ່ອນເດັກຂາດສານອາຫານຢູ່ລາວ

    ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການເຊື່ອມສານວຽກງານໂພຊະນາການນໍ້າ ແລະ ສຸຂານາໄມ ໄລຍະ 2 ປີ 2020-2021 ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະລັດອາເມຣິກາ ຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ (USAID) ໃນການສືບຕໍ່ໃຫ້ການຊ່ວຍເຫຼືອບັນຫາເດັກຂາດສານອາຫານແບບຊຳເຮື້ອ (ເດັກລວງສູງບໍ່ໄດ້ມາດຕະ ຖານ) ຈັດຂຶ້ນວັນທີ 12 ມິຖຸນາ 2020  ທີ່ນະຄອນຫຼວງວຽງຈັນ  ຮ່ວມລົງນາມລະຫວ່າງທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ຊາຣາຊີວວັນ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ມີທ່ານຮອງຫົວໜ້າອົງການພັນທະນາສາກົນປະເທດສະຫະລັດອາເມຣິກາ ແລະ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ອີງຕາມໂຕເລກຫຼ້າສຸດຈາກການສໍາຫຼວດຕົວຊີ້ວັດທາງສັງຄົມປີ 2017 ອັດຕາການຂາດສານອາຫານຢູ່ໃນລາວໄດ້ຫຼຸດລົງຈາກ 35,6% ມາເປັນ 33% ເຖິງຢ່າງໃດກໍຕາມ ຍັງມີວຽກງານອີກຫຼາຍຢ່າງທີ່ຈໍາເປັນຕ້ອງໄດ້ປະຕິບັດໃນຕໍ່ໜ້າ ເພື່ອຫຼຸດຜ່ອນອັດຕາຂອງການຈະເລີນເຕີບໂຕເເບບຊັກຊ້າຢູ່ລາວ ໂດຍສະເພາະຢູ່ເເຂວງສະຫວັນນະເຂດ ເເລະ ແຂວງຄໍາມ່ວນ ເຊິ່ງເປັນເເຂວງທີ່ຍັງມີບັນຫາເດັກນ້ອຍຂາດສານອາຫານ ໂຄງການເຊື່ອມສານວຽກງານໂພຊະນາການນ້ຳ ແລະ ສຸຂານາໄມ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດກິດຈະກຳທີ່ໄດ້ດຳເນີນມາ ປະກອບມີສືບຕໍ່ປັບປຸງດ້ານວິທີການໃຫ້ອາຫານເດັກອ່ອນ ແລະ ເດັກນ້ອຍທີ່ຖືກຕ້ອງຕາມຫຼັກໂພຊະນາການນໍ້າ ແລະ ສຸຂານາໄມ ໂດຍແນໃສ່ຄອບຄົວ 1.000 ວັນ (ເລີ່ມແຕ່ມື້ຖືພາຈົນເດັກນ້ອຍອາຍຸຄົບ 2 ປີ) ເຊິ່ງຖືວ່າເປັນໄລຍະທີ່ສໍາຄັນທີ່ສຸດ ເພື່ອຮັບປະກັນພັດທະນາການ ແລະ ສຸຂະພາບຂອງເດັກຢ່າງຕໍ່ເນື່ອງ ແນໃສ່ສືບຕໍ່ປັບປ່ຽນພຶດຕິກຳທາງໂພຊະນາການ ແລະ ສຸຂານາໄມ ຂະບວນການວຽກງານຊຸມຊົນເປັນເຈົ້າການດ້ານສຸຂານາໄມ (ຊຈສ) ເພື່ອໃຫ້ຊຸມຊົນສາມາດດໍາເນີນການປະເມີນ ແລະ ວິເຄາະສະພາບແວດລ້ອມດ້ານສຸຂາພິບານຂອງເຂົາເຈົ້າເອງ ຂະບວນການນີ້ຍັງກ່ຽວຂ້ອງກັບດ້ານໂພຊະນາການທີ່ເປັນຜົນຈາກການຂາດການປະຕິບັດທີ່ຖືກຕ້ອງຕາມຫຼັກສຸຂານາໄມ ລວມທັງພະຍາດຖອກທ້ອງ ແລະ ສາເຫດອື່ນໆທີ່ຈຳກັດການດູດຊຶມສານອາຫານທີ່ເຮັດໃຫ້ເດັກຂາດສານອາຫານຊຳເຮື້ອ.

    ໂຄງການນີ້ ຈະປະກອບສ່ວນເຂົ້າໃນວຽກງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດຍຸດທະສາດໂພຊະນາການແຫ່ງຊາດຮອດປີ 2025 ແລະ ແຜນປະຕິບັດງານປີ 2016-2020 ໂດຍສະເພາະການສ້າງຂີດຄວາມສາມາດໃຫ້ພາກລັດໃນລະດັບສູນກາງ ຂັ້ນແຂວງ ຂັ້ນເມືອງ ແລະ ຂັ້ນຊຸມຊົນ ໃນການວາງແຜນການປະສານງານການຈັດຕັ້ງປະຕິບັດການຕິດຕາມ ແລະ ປະເມີນຜົນສະເພາະດ້ານໂພຊະນາການ ແລະ ການປະກອບສ່ວນອື່ນໆທີ່ກ່ຽວຂ້ອງ ນອກຈາກສົ່ງເສີມສຸຂະພາບ ແລະ ໂພຊະນາການແລ້ວ ສະຫະລັດອາເມຣິກາຍັງໄດ້ເຮັດວຽກຮ່ວມກັບລັດຖະບານ ແລະ ປະຊາຊົນລາວ ເພື່ອປັບປຸງດ້ານການສຶກສາອຳນວຍຄວາມສະດວກໃຫ້ການຄ້າ ແລະ ການລົງທຶນ ພ້ອມທັງສ້າງຄວາມເຂັ້ມແຂງດ້ານລະບຽບກົດໝາຍອີກດ້ວຍ.

error: Content is protected !!