ທ່ານ ແສງປະເສີດ ວິຈິດລາສີ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າ ຖວທ ເມືອງສີສັດຕະນາກ ຄົນໃໝ່

    ໃນວັນທີ 14 ພະຈິກ 2022 ໄດ້ຈັດພິທີພະກາດການຈັດຕັ້ງຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງສີສັດຕະນາກຂຶ້ນ ເຂົ້າຮ່ວມໂດຍທ່ານ ວິໄລກອນ ສູນດາ ຮອງເຈົ້າເມືອງສັດຕະນາກ ແລະ ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກ ຖວທ ນະຄອນຫຼວງວຽງຈັນ ພ້ອມດ້ວຍຫ້ອງການອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

    ຫົວໜ້າຄະນະຈັດຕັ້ງເມືອງ ທ່ານ ດວງເດືອນ ວົງນະລາດ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງສີສັດຕະນາກ ສະບັບເລກທີ 269/ຈມ.ສສນ ລົງວັນທີ 14 ຕຸລາ 2022 ວ່າດ້ວຍການແຕ່ງຕັ້ງທ່ານ ແສງປະເສີດ ວິຈິດລາສີ ຮັກສາການຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນຳ ແລະ ທ່ອງທ່ຽວເມືອງສີສັດຕະນາກ ເປັນຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງສີສັດຕະນາກ.

    ໂອກາດນີ້ ທ່ານ ວິໄລກອນ ສູນດາລາ ໄດ້ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ມີຄວາມສາມັກຄີ ມີຄວາມເປັນເອກະພາບ ໜັກແໜ້ນເຂັ້ມແຂງຮອບດ້ານ ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບ ການແຕ່ງຕັ້ງໃໝ່ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ ແນວຄິດໃຫ້ພະນັກງານ ໃຫ້ມີແນວຄິດອຸ່ນອຽນ ທຸ່ນທ່ຽງ ປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດຕາມການມອບໝາຍ.

error: Content is protected !!