ຈີນ ຢືນຢັນສືບຕໍ່ນະໂຍບາຍຈຳກັດກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເປັນສູນ

ສະພາບການລະບາດຂອງພະຍາດໂຄວິດ-19 ພາຍຫຼັງເກີດຂຶ້ນເປັນເວລາເກືອບ 3 ປີ ນັບແຕ່ມີລາຍງານການຕິດເຊື້ອທ້າຍປີ 2019 ປັດຈຸບັນທົ່ວໂລກມີລາຍງານຜູ້ຕິດເຊື້ອປະຈໍາວັນຫຼຸດລົງຢ່າງຕໍ່ເນື່ອງ ແລະ ໃນທີ່ສຸດພະຍາດດັ່ງກ່າວ ຈະກາຍເປັນພະຍາດປະຈໍາທ້ອງຖິ່ນ ຫຼື ພະຍາດຕາມລະດູການປົກກະຕິ ເຮັດໃຫ້ຫຼາຍປະເທດທົ່ວໂລກໄດ້ເປີດປະເທດຢ່າງເຕັມຮູບແບບ ເພື່ອຕ້ອນຮັບນັກທ່ອງທ່ຽວ ໂດຍບໍ່ຕ້ອງກັກຕົວ ຫຼື ມີໃບຢັ້ງຢືນການສັກວັກຊີນ ແລະ ຢັ້ງຢືນຜົນກວດພະຍາດໂຄວິດ-19 ກ່ອນເດີນທາງເຂົ້າປະ ເທດ ລວມເຖິງການພົວພັນຄ້າ-ຂາຍ ການໄປ-ມາຫາສູ່ເຊິ່ງກັນ ແລະ ກັນ ແລະ ອື່ນໆ ເພື່ອແນໃສ່ຟື້ນຟູເສດຖະກິດຂອງປະເທດ ພາຍຫຼັງໄດ້ຮັບຜົນກະທົບຢ່າງໜັກໜ່ວງຍ້ອນມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ແຕ່ລະປະເທດວາງອອກ ແລະ ເຮັດໃຫ້ປະຊາຊົນພາຍໃນປະເທດຂອງຕົນ ກັບມາໃຊ້ຊີວິດ ແລະ ທໍາມາຫາກິນໄດ້ເປັນປົກກະຕິໃນຮູບແບບໃໝ່ (New Normal).

ປັດຈຸບັນ ປະເທດໃຫຍ່ທີ່ມີພົນລະເມືອງປຽບເໝືອນຫຼັງຄາໂລກ ຄື: ສປ ຈີນ ຍັງບໍ່ທັນເປີດປະ ເທດຢ່າງເຕັມຮູບແບບ ເພາະລັດຖະບານຈີນຍັງດໍາເນີນມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະ ບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດທີ່ສຸດ ດ້ວຍການຈັດຕັ້ງປະຕິບັດນະໂຍບາຍ “ຈຳກັດກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເປັນສູນ” “Zero Covid” ແຕ່ຫຼັງຈາກການລະບາດຂອງພະຍາດໂຄວິດ-19 ສາຍພັນ Delta ໃນເດືອນສິງຫາ 2021 ເປັນຕົ້ນມາ ທາງການຈີນໄດ້ປັບນະໂຍບາຍໃໝ່ເອີ້ນວ່າ: (Dynamic Zero Covid) ເຊິ່ງນະໂຍບາຍດັ່ງກ່າວ ບໍ່ຈໍາເປັນຕ້ອງໃຊ້ມາດຕະການດຽວກັັນໃນທົ່ວປະ ເທດ ແຕ່ສາມາດປັບປ່ຽນມາດຕະການທີ່ລັດຖະບານຈີນວາງອອກໃຫ້ເຂົ້າກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງ ໂດຍສະເພາະລະບົບສາທາລະນະສຸກໃນທ້ອງຖິ່ນຕົນເອງຢ່າງເຂັ້ມງວດ ຈຸດປະສົງຂອງນະ ໂຍບາຍດັ່ງກ່າວເພື່ອແນໃສ່ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນສູງສຸດ ໃຊ້ຕົ້ນທຶນຕໍ່າ ແລະ ໃຊ້ເວລາໜ້ອຍທີ່ສຸດ ເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນພາຍໃນປະເທດ.

ຈາກປະສົບການຕົວຈິງຂອງຈີນ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນວ່ານະໂຍບາຍ Dynamic Zero Covid ບໍ່ພຽງແຕ່ເປັນທາງເລືອກທີ່ດີທີ່ສຸດເທົ່ານັ້ນ ແຕ່ຍັງເປັນແນວທາງສໍາຄັນທີ່ຕ້ອງຮັກສາໄວ້ສໍາລັບການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ ຢູ່ປະເທດຈີນໃນປັດຈຸບັນ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ວັນທີ 16-22 ຕຸລາ 2022 ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ກ່າວປາໄສ ແລະ ສະແດງຄວາມຊົມເຊີຍຕໍ່ນະໂຍບາຍ Dynamic Zero Covid ຂອງລັດຖະບານຈີນ ວ່າເປັນນະໂຍບາຍທີ່ປະສົບຜົນສໍາເລັດເປັນຢ່າງດີ ເພາະລັດຖະບານຈີນ ໄດ້ຍຶດຖືປະຊາຊົນ ແລະ ຊີວິດການເປັນຢູ່ຂອງປະຊາຊົນເປັນສິ່ງສຳຄັນກວ່າໝູ່ ພ້ອມນີ້ທ່ານຍັງໄດ້ຢືນຢັນວ່າລັດຖະບານຈີນ ຈະສືບຕໍ່ໃຫ້ຄວາມສໍາຄັນຕໍ່ປະຊາຊົນຂອງຕົນເໜືອສິ່ງອື່ນໃດ ແລະ ຈະນໍາໃຊ້ນະໂຍບາຍດັ່ງກ່າວ ເປັນການປ້ອງກັນສຸຂະພາບ ແລະ ຮັບປະກັນຄວາມປອດໄພດ້ານສຸຂະພາບຂອງເຂົາ ເຈົ້າໃຫ້ດົນເທົ່າທີ່ຈະດົນໄດ້.

ໃນໂອກາດດໍາເນີນກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງນີ້ ນະໂຍບາຍດັ່ງກ່າວ ຖືເປັນບັນຫາສໍາຄັນໜຶ່ງທີ່ສື່ມວນຊົນຕ່າງປະເທດໃຫ້ຄວາມສົນໃຈ ແລະ ຕັ້ງຄໍາຖາມຕໍ່ລັດຖະບານຈີນວ່າຈະສືບຕໍ່ຈັດຕັ້ງປະ ຕິບັດນະໂຍບາຍນີ້ໄປອີກດົນປານໃດ ເຊິ່ງທ່ານ ຊຸນ ເຢ້ຫຼີ ໂຄສົກຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XX ຂອງພັກຄອມມູນິດຈີນ ຕອບວ່າ: ນະໂຍບາຍດັ່ງກ່າວ ເປັນນະໂຍບາຍທີ່ຈີນກໍານົດຂຶ້ນໂດຍພິຈາລະນາຈາກສະພາບຄວາມເປັນຈິງ ແລະ ຫຼັກການດ້ານວິທະຍາສາດຂອງຈີນ ເພື່ອຄວາມປອດໄພ ແລະ ສຸຂະພາບຂອງປະຊາຊົນຕ້ອງມາກ່ອນເປັນອັນດັບທີໜຶ່ງ ເຊິ່ງເປັນຈຸດເລີ່ມຕົ້ນ ແລະ ເປົ້າໝາຍພື້ນຖານທີ່ສໍາຄັນຂອງທຸກມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຂອງຈີນ ເພາະຖ້າປະເມີນໂດຍລວມແລ້ວເຫັນວ່າການຈັດຕັ້ງປະຕິບັດບັນດາມາດຕະການຕາມນະໂຍບາຍດັ່ງກ່າວ ແມ່ນປະຢັດ ແລະ ມີປະສິດທິຜົນດີກວ່າໝູ່ ຍ້ອນຈີນເປັນປະເທດທີ່ມີປະຊາກອນຢ່າງຫຼວງຫຼາຍ ແລະ ມີຜູ້ອາຍຸສູງຈໍານວນຫຼາຍ ການພັດທະນາຢູ່ແຕ່ລະເຂດແຄວ້ນໃນປະເທດ ມີຄວາມແຕກຕ່າງກັນ ແລະ ຈໍານວນແພດໝໍໃນປະເທດຍັງບໍ່ພຽງພໍ ການຍຶດໝັ້ນນະໂຍບາຍຈຳກັດກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເປັນສູນ ຈຶ່ງຖືເປັນສິ່ງທີ່ຮັບປະກັນໃຫ້ມີຈໍານວນຜູ້ຕິດເຊື້ອ ແລະ ອັດຕາຜູ້ເສຍຊີວິດຍ້ອນພະ ຍາດດັ່ງກ່າວຢູ່ໃນລະດັບຕ່ຳສຸດ ນະໂຍບາຍນີ້ຍັງເປັນການປະກອບສ່ວນສໍາຄັນທີ່ຊ່ວຍຮັກສາການພັດທະ ນາເສດຖະກິດ-ສັງຄົມຂອງຈີນ ໃຫ້ຢູ່ໃນສະພາບທີ່ໝັ້ນທ່ຽງຢ່າງຕໍ່ເນື່ອງ ພ້ອມນີ້ທ່ານຍັງສະແດງຄວາມເຊື່ອໝັ້ນວ່າຜ່ານການຈັດຕັ້ງປະຕິບັດນະໂຍບາຍຈຳກັດກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເປັນສູນ ຈະເຮັດໃຫ້ຈີນໄດ້ຮັບໄຊຊະນະເໜືອພະຍາດດັ່ງກ່າວ.

ນັບແຕ່ເລີ່ມຕົ້ນຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19 ຢູ່ເມືອງອູຮັ່ນ ແຂວງຫູເປີຍ ເມື່ອ 2 ປີກ່ອນ ຈົນຮອດປັດຈຸບັນ ຈີນໄດ້ຍຶດໝັ້ນດໍາເນີນມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວຢ່າງເຂັ້ມງວດ ດ້ວຍນະໂຍບາຍ Dynamic Zero Covid ຢ່າງມີປະສິດທິຜົນດີຈາກການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວທີ່ຕ້ອງໄດ້ປິດບາງພື້ນທີ່ ປິດບາງໂຮງຈັກ-ໂຮງງານ ຮ້ານຄ້າ ການຮຽນ-ການສອນແບບເຊິ່ງໜ້າຂອງສະຖາບັນການສຶກສາ ແລະ ສະຖານທີ່ອື່ນໆ ທີ່ມີຜູ້ຕິດເຊື້ອ ໄລຍະຊົ່ວຄາວ ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19 ຖືກສື່ຕາເວັນຕົກຈໍານວນໜຶ່ງຕັ້ງຄໍາຖາມຂຶ້ນເປັນປະຈໍາວ່າເຂັ້ມງວດເກີນໄປ ຫຼື ບໍ່ ແລະ ມັກອອກຂ່າວໃນທາງທີ່ບໍ່ສ້າງສັນ ຫຼື ມີການວິພາກວິຈານໄປໃນທາງທີ່ບໍ່ສ້າງສັນກ່ຽວກັບນະໂຍບາຍດັ່ງກ່າວຂອງຈີນ ເຊິ່ງອາດເກີດຂຶ້ນຈາກອັກຄະຕິສ່ວນຕົວ ຫຼື ເພື່ອຂັດຂວາງການພັດທະນາເສດຖະກິດ-ສັງຄົມຂອງຈີນ ເຊິ່ງປັດຈຸບັນຈີນຖືເປັນປະເທດທີ່ມີເສດຖະກິດຂະ ຫຍາຍຕົວເປັນອັນດັບ 2 ຂອງໂລກ ແລະ ເປັນຄູ່ຄ້າທີ່ສໍາຄັນຕົ້ນຕໍຂອງຫຼາຍກວ່າ 140 ປະເທດທົ່ວໂລກ.

ການຢຸດຕິການຜະລິດຕາມປົກກະຕິຂອງບັນດາໂຮງຈັກ-ໂຮງງານຊົ່ວຄາວ ເຮັດໃຫ້ເກີດຄວາມເສຍຫາຍດ້ານເສດຖະກິດໃນລະດັບໜຶ່ງ ແຕ່ຕ້ອງຍອມຮັບວ່າເຊື້ອພະຍາດໂຄວິດ-19 ເຮັດໃຫ້ມີຜູ້ເສຍຊີວິດເປັນເລື່ອງຈິງທີ່ເກີດຂຶ້ນ ເຊິ່ງທົ່ວໂລກມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ແລ້ວຫຼາຍກວ່າ 6,6 ລ້ານຄົນໃນນີ້ ສປ ຈີນ ທີ່ມີປະຊາກອນຫຼາຍກວ່າໝູ່ໃນໂລກ ແລະ ມີການລະບາດຂອງພະຍາດຊະນິດນີ້ຢ່າງຮ້າຍແຮງກ່ອນໝູ່ໃນໂລກ ມາຮອດວັນທີ 15 ພະຈິກ 2022 ທົ່ວປະເທດຈີນມີຜູ້ເສຍຊີວິດລວມ 5.226 ຄົນ ຂະນະທີ່ຜູ້ຕິດເຊື້ອລວມ 275.420 ຄົນ ຈັດຢູ່ອັນດັບທີ 105 ທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍທີ່ສຸດໃນໂລກ.

ລັດຖະບານຈີນ ຢືນຢັນນໍາໃຊ້ນະໂຍບາຍ Dynamic Zero Covid ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອຮັບປະກັນຄວາມປອດໄພດ້ານສຸຂະພາບຂອງປະ ຊາຊົນ ແລະ ເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມຂອງປະເທດ ເນື່ອງຈາກເປັນປະເທດທີ່ມີປະຊາກອນເຖິງ 1,4 ຕື້ຄົນ ແລະ ຍັງປະເຊີນໜ້າກັບປັນຫາການພັດທະນາທີ່ບໍ່ສົມດູນກັນໃນທ້ອງຖິ່ນຕ່າງໆ ລວມເຖິງຍັງຂາດເຂີນບຸກຄະລາກອນທາງການແພດ ແລະ ການຈັດສັນອຸປະກອນການແພດໃນຫຼາຍທ້ອງຖິ່ນ ຂະນະດຽວກັນ ຈີນ ກໍເປັນປະເທດທີ່ມີຜູ້ອາຍຸສູງ 60 ປີຂຶ້ນໄປ ຫຼາຍກວ່າ 267 ລ້ານຄົນ ຖ້າຫາກບໍ່ນໍາໃຊ້ມາດຕະການປ້ອງກັນພະຍາດທີ່ເຂັ້ມງວດ ແລະ ເດັດຂາດ ພະຍາດໂຄວິດ-19 ສາຍພັນໂອໄມຄຣອນ ທີ່ແຜ່ລະບາດໄດ້ຢ່າງວ່ອງໄວໃນປັດຈຸບັນ ຄົງຍາກທີ່ຈະຄາດເດົາໄດ້ວ່າປະເທດຈີນຈະມີຜູ້ຕິດເຊື້ອ ແລະ ເສຍຊີວິດຈາກພະຍາດດັ່ງກ່າວ ໂດຍສະເພາະຜູ້ມີອາຍຸສູງ ແລະ ເດັກນ້ອຍ ເພີ່ມຂຶ້ນອີກ ຈໍານວນຫຼາຍເທົ່າໃດ.                 

ບັນດາມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເຂັ້ມງວດ ແລະ ເດັດຂາດ ເຮັດໃຫ້ເກີດຄວາມເສຍຫາຍດ້ານເສດຖະກິດ-ສັງຄົມຢ່າງຫຼີກລ່ຽງບໍ່ໄດ້ໃນໄລຍະສັ້ນ ແຕ່ໂດຍລວມແລ້ວຈາກສະພາບຄວາມເປັນຈິງ ແລະ ຜົນສໍາເລັດທີ່ເປັນຮູບປະທໍາຢ່າງຊັດເຈນໄລຍະຜ່ານມາ ສະແດງໃຫ້ເຫັນວ່ານະໂຍບາຍ Dynamic Zero Covid ຂອງຈີນ ເປັນນະໂຍບາຍທີ່ດີ ແລະ ມີປະສິດ ທິຜົນສູງ ທັງສາມາດເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຕາມປົກກະຕິໃນພື້ນທີ່ສ່ວນໃຫຍ່ຂອງປະ ເທດ ດໍາເນີນໄປດ້ວຍດີ ແລະ ມີທ່າອ່ຽງທີ່ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ ເຊິ່ງສະແດງອອກໃນໄຕມາດທໍາອິດຂອງປີ 2022 ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໃນທ່າມກາງສະພາບອັດຕາເງິນເຟີ້ທົ່ວໂລກ ລາຄາສິນຄ້າພາຍໃນຍັງຄົງຕົວ ຂະນະທີ່ມູນຄ່າການຄ້າສິນຄ້າຂອງຈີນໃນໄລຍະເວລາດັ່ງກ່າວ ເພີ່ມຂຶ້ນ 10,7% ແລະ ບໍລິສັດໃຫຍ່ຂອງຈີນ ມີກໍາໄລເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ດ້ວຍເຫດຜົນທັງໝົດທີ່ກ່າວມານີ້ ຄົງບໍ່ຍາກທີ່ຈະສະຫຼຸບໄດ້ວ່າ: ນະໂຍບາຍ Dynamic Zero Covid ຂອງລັດຖະບານຈີນ ຖືເປັນນະໂຍບາຍທີ່ຊ່ວຍຊຸກຍູ້ ສົ່ງເສີມ ແລະ ສະໜັບສະໜູນການພັດທະ ນາເສດຖະກິດ-ສັງຄົມຂອງຈີນຕາມປົກກະຕິ ແລະ ເປັນນະໂຍບາຍທີ່ຮັບປະກັນດ້ານສຸຂະພາບທີ່ເຂັ້ມແຂງສຳລັບປະຊາຊົນຈີນທີ່ມີ 1,4 ຕື້ຄົນ ລັດຖະບານຈີນ ຢືນຢັນຈະນໍາໃຊ້ນະໂຍບາຍດັ່ງກ່າວນີ້ຕໍ່ໄປ ແຕ່ອາດຈະມີການປັບປ່ຽນບາງມາດຕະການເພື່ອໃຫ້ເຂົ້າກັບສະພາບການ ແລະ ເງື່ອນໄຂຄວາມເປັນຈິງຂອງແຕ່ລະທ້ອງຖິ່ນໃນທົ່ວປະເທດ ແຕ່ຕ້ອງຮັບປະກັນປະສິດທິຜົນສູງສຸດ.

error: Content is protected !!