ສປນວ ຕິດຕາມ ກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ

    ເພື່ອເປັນການຕິດຕາມ ກວດກາ ການຈັດຕັ້ງປະຕິບັດລັດຖະທຳມະນູນ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ວັນທີ 16 ພະຈິກ 2022 ທ່ານນາງ ຄຳພຽນ ວົງໄຊ ປະທານຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ໄດ້ລົງຕິດຕາມ ກວດກາ ແລະ ພົບປະກັບພະນັກງານສານປະຊາຊົນ ອົງການໄອຍະການປະຊາຊົນ ກອງບັນຊາການປ້ອງກັນຄວາມສະຫງົບ ພະແນກຍຸຕິທຳ ນວ ທີ່ສານປະຊາຊົນ ນວ ມີບັນດາຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ທ່ານນາງ ເກສອນ ພັນລັກ ປະທານສານປະຊາຊົນ ນວ ໄດ້ລາຍງານການເຄື່ອນໄຫວວຽກງານສານປະຊາຊົນປະຈຳປີ 2022 ແລະ ແຜນການໃນຕໍ່ໜ້າ ໂດຍສະເພາະ ການເຄື່ອນໄຫວວຽກງານວິຊາສະເພາະເປັນຕົ້ນແມ່ນການເອົາໃຈໃສ່ໃນການຄົ້ນຄວ້າພິຈາລະນາແກ້ໄຂຄະດີຢ່າງເປັນລະບົບ ຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນທີ່ໄດ້ກຳນົດໄວ້ໃນກົດໝາຍ ພ້ອມກັນນັ້ນ ກໍໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງ ໃນການໄປແກ້ໄຂ ຕັດສິນຄະດີເຄື່ອນທີ່ ຢູ່ຄ້າຍຄຸມຂັງຕ່າງໆທີ່ບໍ່ສາມາດນຳເອົາຜູ້ຕ້ອງຫາເຂົ້າມາຕັດສິນຢູ່ສານໄດ້ ໃນປີ 2022 ມີຄະດີ 4.144 ເລື່ອງ ຄະດີຄ້າງມາແຕ່ປີ 2021 ມີ 1.056 ເລື່ອງ ເຂົ້າໃໝ່ 3.088 ເລື່ອງ ແກ້ໄຂແລ້ວ 2.397 ເລື່ອງ ກຳລັງຄົ້ນຄວ້າ 1.747 ເລື່ອງ ເທົ່າກັບ 58% ຄົ້ນຄວ້າພິຈາລະນາຕັດສິນຄະດີອາດຍາໂດຍສະເພາະ ແມ່ນຄະດີຢາເສບຕິດທີ່ຕິດພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ເຊິ່ງຄະນະສານໄດ້ເຮັດໜ້າທີ່ຄົ້ນຄວ້າ ພິຈາລະນ ຕັດສິນຄະດີຢາເສບຕິດຕາມສັ່ງຟ້ອງຂອງຂຶ້ນສານ ຂອງອົງການໄອຍະການປະຊາຊົນກຳນົດໄວ້ ນັບແຕ່ເດືອນກໍລະກົດ ຫາເດືອນຕຸລາ 2022 ມີຄະດີຢາເສບຕິດ 428 ເລື່ອງ ແກ້ໄຂແລ້ວ 263 ເລື່ອງ ເທົ່າກັບ 61.44% ສົ່ງຄືນໄອຍະການປະຊາຊົນເພື່ອເກັບກຳຂໍ້ມູນຄືນໃໝ່ 7 ເລື່ອງ ກຳລັງຄົ້ນຄວ້າ 165 ເລື່ອງ ປັດຈຸບັນ ມີນັກໂທດກ່ຽວກັບຢາເສບຕິດ 420 ຄົນ ແລະ ໄດ້ຮີບໂຮມຂອງກາງຢາບ້າໄດ້ 2 ລ້ານກວ່າເມັດ ຢາໄອສ໌ 32 ຖົງນ້ອຍ ເງິນ 7 ລ້ານກວ່າກີບ ແລະ ຂອງກາງອື່ນໆຈຳນວນໜຶ່ງ ຈາກນັ້ນ ບັນດາຜູ້ເຂົ້າຮ່ວມ ກໍໄດ້ລາຍງານສະພາບການຕ່າງໆຕໍ່ປະທານກອງປະຊຸມ.

    ພາຍຫຼັງຮັບຟັງການລາຍຂອງແຕ່ລະຂະແໜງການແລ້ວ ທ່ານນາງ ຄຳພຽນ ວົງໄຊ ກໍໄດ້ມີຄຳເຫັນແລກປ່ຽນເພື່ອເປັນທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດພາບ    ໂດຍທ່ານໄດ້ເນັ້ນໃຫ້ແຕ່ລະຂະແໜງການ ສຸມໃສ່ແກ້ໄຂຂໍ້ຄົງຄ້າງໄລຍະຜ່ານມາ ສາເຫດຫຼັກທີ່ພາໃຫ້ເກີດມີຂໍ້ຄົງຄ້າງ ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ການປະຕິບັດຄຳຕັດສິນຂອງຄະດີຢາເສບຕິດ ຍັງແກ້ໄຂໄດ້ໜ້ອຍຫຼາຍ ຖ້າທຽບໃສ່ຈຳນວນຄະດີທີ່ເພີ່ມຂຶ້ນ ສຸມໃສ່ແກ້ໄຂບໍ່ໃຫ້ມີຄະດີສະສົມ ແລະ ແກ່ຍາວເປັນເວລາດົນ ເຮັດໃຫ້ເກີດມີຫາງສຽງຂອງສັງຄົມ ຕ້ອງເອົາໃຈໃສ່ຄົ້ນຄວ້າຢ່າງຈິງຈັງ ໃນການຊອກຫາຕົ້ນເຫດທີ່ພາໃຫ້ເກີດບັນຫາດັ່ງກ່າວ ແລະ ອື່ນໆ.

.# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!