ວາງສີລາລຶກໂຄງການກໍ່ສ້າງຫ້ອງຮຽນ ທີ່ໂຮງຮຽນມັດທະຍົມສົມບູນເມືອງກະລຶມ

    ພິທີວາງສີລາລຶກໂຄງການກໍ່ສ້າງອາຄານຫ້ອງຮຽນ ທີ່ໂຮງຮຽນມັດທະຍົມສົມບູນ (ມສ) ເມືອງກະລຶມ ແຂວງເຊກອງ ຈັດຂຶ້ນວັນທີ 15 ພະຈິກ 2022 ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານສາທາລະລັດອິນເດຍ ໂຄງການເຫັນຜົນໄວ

ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໂດຍມີທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ ທ່ານ ດິນກາ ອາດສ໌ທານາ (Dinkar Asthana) ເອກອັກຄະລັດຖະທູດອິນເດຍ ປະຈໍາລາວ ທ່ານ ອໍບົວລາ ອ່ອນມະໄລວົງ ເຈົ້າເມືອງກະລຶມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງເຊກອງ ໃຫ້ຮູ້ວ່າ: ໂດຍສືບຕໍ່ຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈເພື່ອມອບ-ຮັບການຊ່ວຍເຫຼືອຂອງໂຄງການ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ທີ່ໄດ້ຮ່ວມລົງນາມໃນຄັັ້ງວັນທີ 31 ມີນາ 2022 ລະຫວ່າງ ສປປ ລາວ ແລະ ອິນເດຍ ການຮ່ວມລົງນາມບົດບັນທຶກຄັັ້ງນັ້ນ ແມ່ນເພື່ອຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານສາທາລະນະລັດອິນເດຍ ຄື: ໂຄງການກໍ່ສ້າງຫ້ອງຮຽນ ທີ່ໂຮງຮຽນມັດທະຍົມກະລຶມ ແຂວງເຊກອງ ເຊິ່ງໂຄງການດັ່ງກ່າວ ລັດຖະບານສາທາລະນະລັດອິນເດຍ ໃຫ້ການຊ່ວຍເຫຼືອລ້າໃນມູນຄ່າ 48.713 ໂດລາສະຫະລັດ ເປັນອາຄານຊັ້ນດຽວ ຂະໜາດ 9×27 ແມັດ ປະກອບມີ 3 ຫ້ອງຮຽນ ຈະໃຊ້ເວລາໃນການກໍ່ສ້າງແມ່ນ 3 ເດືອນ ທັງນີ້ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການໃຫ້ທັນເວລາ ແລະ ມີປະສິດທິພາບ ພະແນກສຶກສາທິການແລະກິລາແຂວງເຊກອງ ໃນນາມເຈົ້າຂອງໂຄງການ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອິນເດຍ ໃນນາມຜູ້ໃຫ້ທຶນ ຈະໄດ້ຮ່ວມມືກັນຢ່າງໄກ້ຊິດໃນການຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການໃຫ້ມີຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້ໂດຍໄວ.

     ໃນໂອກາດນີ້ ທ່ານ ຮອງເຈົ້າແຂວງເຊກອງ ໄດ້ມີຄໍາເຫັນສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນອິນເດຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແຂວງເຊກອງ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາ ແລະ ຂະຫຍາຍຕາໜ່າງການສຶກສາໃຫ້ທົ່ວເຖິງໃນເຂດຊົນນະບົດຫ່າງໄກສອກຫຼີກ ພັດທະນາຊັບພະຍາກອມະນຸດຂອງແຂວງເຊກອງໃຫ້ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ

ພ້ອມນີ້ ທ່ານຮອງເຈົ້າແຂວງ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ເປັນມູນເຊື້ອ ລະຫວ່າງ ລາວ ແລະ ອິນເດຍ ເຊິ່ງນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 2 ກຸມພາ 1956 ມາເຖິງປີນີ້ ກໍຄົບຮອບ 66 ປີພໍດີ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມກໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເປັນຕົ້ນແມ່ນການຊຸກຍູ້ການພົວພັນຮ່ວມມືທາງດ້ານການສຶກສາ ການລົງທຶນ ແລະ ຂະແໜງການອື່ນໆ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ

ທ່ານຮອງເຈົ້າແຂວງ ຍັງໃຫ້ຄໍາໝັ້ນສັນຍາວ່າ: ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງໂຮງຮຽນ ມສ ກະລຶມ ໄປຕາມ MOU ແລະ ລະບຽບການໃຫ້ມິປະສິດທິພາບ ປະສິດທິຜົນ ແລະ ສໍາເລັດຕາມກຳນົດເວລາໂດຍໄວ ກ້າວໄປເຖິງການມອບ-ຮັບໂຄງການ ແລະ ປົກປັກຮັກສາ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດເຂົ້າໃນການພັດທະນາຂະແໜງການສຶກສາຂອງແຂວງເຊກອງໃຫ້ສູງຂຶ້ນ.

# ຂ່າວ: ພຸດທະສອນ

error: Content is protected !!