ຊາວກະສິກອນຜູ້ຜະລິດ ແລະ ຜູ້ຄ້າ ຮ່ວມປຶກສາຫາລືການເຊັນສັນຍາຮ່ວມມື

    ພືດຜັກ ແມ່ນມີຄວາມສໍາຄັນທາງດ້ານເສດຖະກິດ ມີຄຸນຄ່າທາງດ້ານໂພຊະນາການສູງ ວິຕາມິນ ແຮ່ທາດຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍ ລັດຖະບານລາວ ໄດ້ມີຍຸດທະສາດ ແລະ ນະໂຍບາຍໃນການພັດທະນາ ແລະ ສົ່ງເສີມທາງດ້ານການຜະລິດກະສິກໍາເພື່ອຄໍ້າປະກັນສະບຽງອາຫານ ການຜະລິດເປັນສິນຄ້າ ແຕ່ປັດຈຸບັນແມ່ນຍັງພົບກັບຫຼາຍບັນຫາເຊັ່ນ ຄວາມບໍ່ແນ່ນອນຂອງຕະຫຼາດ ເນື່ອງຈາກການຮ່ວມມືລະຫວ່າງຜູ້ຜະລິດ ແລະ ຜູ້ຄ້າຍັງມີໜ້ອຍ ຕອບສະຫນອງຜົນຜະລິດໃນລະດູຝົນຍັງບໍ່ພຽງພໍ ບັນຫາຈາກຄວາມຊຸ່ມສູງ ພະຍາດ ແລະ ແມງໄມ້ ການບໍ່ມີສາງເຢັນເກັບມ້ຽນ ຫ້ອງຄັດຜົນຜະລິດ ການຫຸ້ມຫໍ່ ຝຸ່ນ ປຸ໋ຍ ຢາປ້ອງກັນສັດຕູພືດ ເຕັກນິກຫຼັງເກັບກ່ຽວ ແລະ ອື່ນໆ ເຮັດໃຫ້ຊາວກະສິກອນສູນເສຍຜົນຜະລິດ ເນື່ອງຈາກມີທຶນຮອນຈໍາກັດໃນການລົງທຶນໃສ່ເພື່ອແກ້ໄຂບັນຫາ ແລະ ສ້າງລາຍຮັບໃຫ້ຄອບຄົວຂອງຊາວສວນໃນອະນາຄົດ.

     ສູນຄົ້ນຄວ້າ ພືດຜັກ ແລະ ໄມ້ໃຫ້ໝາກ ກະຊວງກະສິກໍາ  ແລະ ປ່າໄມ້ ໂດຍໄດ້ຮັບການຮ່ວມມືສະໜັບສະໜູນຈາກກະຊວງກະສິກໍາ ອາຫານ ແລະ ພັດທະນາຊົນນະບົດຂອງ ສ ເກົາຫຼີ ໂດຍຜ່ານລັດວິສາຫະກິດຊຸມຊົນນະບົດ ສ ເກົາຫຼີ KRC ມີເປົ້າໝາຍພັດທະນາຄວາມອາດສາມາດຂອງຊາວກະສິກອນ ແລະ ຜູ້ປະກອບການໃນການຜະລິດພືດຜັກເປັນສິນຄ້າ ສະໜອງສວນສາທິດ  ຊ່ວຍໃນການຄົ້ນຄວ້າ  ພັດທະນາເຕັກນິກການຜະລິດທີ່ເໝາະສົມ ສະໜອງອຸປະກອນ ແລະ ພື້ນຖານໂຄງລ່າງຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທັງຊ່ວຍແກ້ໄຂບັນຫາການຜະລິດພືດຜັກຂອງຊາວກະສິກອນໃຫ້ມີຄວາມຢືນຍົງ.

    ດັ່ງນັ້ນ ໃນວັນທີ 14 ພະຈິກ 2022 ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືການເຊັນສັນຍາການຜະລິດພືດຜັກລະຫວ່າງຊາວກະສິກອນຜູ້ຜະລິດ ແລະ ຜູ້ຄ້າຂື້ນ ເປັນປະທານຂອງທ່ານ ບຸນຖົມ ສົມພັນປັນຍາ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຫາດດອກແກ້ວ ເຂົ້າຮ່ວມຄັ້ງນີ້ມີ ທ່ານ  ບຸນຖອງ ບົວຫອມ ອະດີດຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົົນນະບົດ ທ່ານ ບຸນທ່ຽງ ລັດຕະນະວົງ ຫຸ້ນສ່ວນຕະຫຼາດລາວຂາຍຍົກ ຂາຍຍ່ອຍ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫາດຊາຍຟອງ ຕາງໜ້າຊາວກະສິກອນຈາກ 4 ກຸ່ມບ້ານຄື: ບ້ານ ສີມມະໂນ ບ້ານ ຫົວຫ້າ ບ້ານ ທ່າແຂກ ແລະ ບ້ານ ຫາດຊາຍຟອງ ເຊິ່ງກອງປະຊຸມຄັ້ງນີ້ ເປັນໜຶ່ງໃນກິດຈະກໍາຂອງໂຄງການ ເປັນບາດກ້າວສໍາຄັນໜຶ່ງທີ່ຈະເຮັດໃຫ້ຊາວກະສິກອນ ແລະ ຜູ້ຄ້າໄດ້ມີໂອກາດແລກປ່ຽນເຊິ່ງກັນ ແລະ ກັນ ໃຫ້ເກີດມີການຮ່ວມມືທີ່ໝັ້ນຄົງ ແລະ ຍືນຍົງ.

# ຂ່າວ – ພາບ : ເພັດສະໝອນ

 

 

error: Content is protected !!