ທ່ານເຈົ້າຄອງ ເຄື່ອນໄຫວເຮັດວຽກຢູ່ພະແນກ ຍທຂ ນວ

    ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງພົບປະ ແລະ ເຮັດວຽກຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ໃນວັນທີ 16 ພະຈິກ 2022 ຢູ່ພະແນກດັ່ງກ່າວ ໂດຍມີທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກ ຍທຂ ນວ ພ້ອມດ້ວຍຄະນະພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ໂອກາດນີ້ ທ່ານ ສຸລິວັນ ພົມມະຫາໄຊ ກໍໄດ້ລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານຂອງພະແນກ ຍທຂ ນວ ຜ່ານມາ  ສະເພາະວຽກງານຂົວ-ທາງ  ພະແນກໄດ້ສຸມໃສ່ຊີ້ນຳ-ນຳພາຂະແໜງການກ່ຽວຂ້ອງ  ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ຂອບເຂດ ນວ  4 ເສັ້ນຄື:   ເສັ້ນທາງເລກທີ  13  ເໜືອ ເລກທີ 13 ໃຕ້ ທາງເລກ 10 ແລະ ທາງເລກ 11 ເໜືອ ມີຄວາມຍາວທັງໝົດ 159,3 ກິໂລແມັດ ມູນຄ່າ  19,50 ຕື້ກີບ ໄດ້ແກ້ໄຂສຸກເສີນ ເລັ່ງດ່ວນ ໃນໄລຍະວັນທີ 8-22 ສິງຫາ 2022 ເພື່ອແກ້ໄຂລະບາຍນໍ້າຖ້ວມຂັງເສັ້ນທາງ ແລະ ບ້ານເຮືອນປະຊາຊົນຢູ່ເຂດເມືອງສີໂຄດຕະບອງ ຢູ່ທາງຫຼວງແຫ່ງຊາດເຂດບ້ານສີໄຄ-ບ້ານສີເກີດ ເຊິ່ງໄດ້ຈົກຮ່ອງລະບາຍນໍ້າທີ່ອຸດຕັນ ສາມາດລວງຮ່ອງລະບາຍນໍ້າໄດ້ທັງໝົດ 13 ຈຸດ ກໍ່ສ້າງຂົວຊົ່ວຄາວໃຫ້ປະຊາຊົນທຽວໄດ້ 1 ແຫ່ງ ຍາວ 10 ແມັດ ລວມມູນຄ່າທັງໝົດ 718 ລ້ານກວ່າກີບ ໄດ້ສໍາເລັດການຂຶ້ນແຜນສຸກເສີນໃນການແກ້ໄຂນໍ້າຖ້ວມຂັງ ລວງຮ່ອງລະບາຍນໍ້າ ປັດຈຸບັນ ໄດ້ນໍາສະເໜີຂໍອະນຸມັດຈາກ ນວ ໃນຈໍານວນງົບປະມານ 2,7 ຕື້ກີບ ເພື່ອແກ້ໄຂສະພາບນໍ້າຖ້ວມຂັງໃນຕົວເມືອງໃນ 44 ຈຸດ ມາຮອດປັດຈຸບັນ  ມີຄວາມຄືບໜ້າປະມານ 50% ໄດ້ຕິດຕາມສ້ອມແປງເສັ້ນທາງເລກທີ 13 ເໜືອແຕ່ 3 ແຍກບ້ານສີໄຄ-ບ້ານສີເກີດ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເພື່ອໃຫ້ປະຊາຊົນສາມາດສັນຈອນໄປ-ມາໄດ້ສະດວກ ສຳລັບການສ້ອມແປງໃຫຍ່ຕາມແຜນ ແມ່ນພາຍຫຼັງລະດູຝົນ ປະຕິບັດໃນເດືອນຕຸລາ 2022 ເປັນຕົ້ນໄປ.

      ວຽກງານເຄຫາ ແລະ ຜັງເມືອງ ໄດ້ລົງເກັບກໍາຂໍ້ມູນ ກໍານົດເຂດສະຫງວນທາງຮ່ອມ ຄືບໜ້າ 15% ເພື່ອເປັນບ່ອນອີງໃນການອະນຸຍາດປຸກສ້າງ ໄດ້ເຊີນເອົາພາກສ່ວນທີ່ກ່ຽວຂ້ອງຂອງລັດ ແລະ ຜູ້ປະກອບການມາປະຊຸມ ເພື່ອໃຫ້ລວງຮ່ອງລະບາຍນ້ຳທີ່ຖືກປິດ ໂດຍສະເພາະ ຮ່ອງຂົວຂາວ ຮ່ອງທອງ ແລະ ຮ່ອງອື່ນໆ ເພື່ອໃຫ້ນ້ຳໄຫຼສະດວກ ແລະ ບໍ່ໃຫ້ເກີດນ້ຳຖ້ວມຂັງ ວຽກງານຂົນສົ່ງ ດ້ານບໍລິມາດການຂົນສົ່ງໂດຍສານ ແລະ ສິນຄ້າວາງເປົ້າໝາຍຂົນສົ່ງໂດຍສານໃຫ້ໄດ້ 21 ລ້ານເທື່ອຄົນ ສະເລ່ຍບໍລິມາດຈາລະຈອນຜູ້ໂດຍສານໄດ້ 65% ເທົ່າກັບ 13.672.041 ເທື່ອຄົນ ສາມາດຂົນສົ່ງສິນຄ້າໄດ້ 80% ສະເລ່ຍບໍລິມາດຈາລະຈອນສິນຄ້າເພີ່ມຂຶ້ນ ແຕ່ການໂດຍສານເຫັນວ່າຫຼຸດແຜນການທີ່ວາງໄວ້ ເນື່ອງຈາກອັດຕານໍ້າມັນເຊື້ອໄຟມີການເໜັງຕີງສູງ ແລະ ອື່ນໆ.

   ວຽກງານທາງນ້ຳ ໃນປີ 2022 ສາມາດຈັດຕັ້ງປະຕິບັດໄດ້ບັນດາໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນສໍາເລັດ 100% ໃນ 2 ໂຄງການ ຍາວ 810 ແມັດ ແລະ ໄດ້ສືບຕໍ່ກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ 3 ໂຄງການຄື: ໂຄງການປ້ອງກັນຕະຝັ່ງເຈື່ອນດອນຊິງຊູ້ ເມືອງສີໂຄດຕະບອງ ຍາວ 5.760 ແມັດ  ປະຕິບັດໄດ້ 86% ໂຄງການປ້ອງກັນຕະຝັ່ງເຈື່ອນບ້ານຫ້ອມ ເມືອງຫາດຊາຍຟອງ ຍາວ 1.540 ແມັດ ປະຕິບັດໄດ້ 76% ແລະ ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ບ້ານຫ້ວຍຫາງ ເມືອງສັງທອງ ຍາວ 1.760 ແມັດ ປະຕິບັດໄດ້ 45% ນອກຈາກນີ້ ຍັງໄດ້ຈັດຕັ້ງປະຕິບັດໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງໄລຍະ 2 ເຊິ່ງເປັນໂຄງການທີ່ໄດ້ຮັບການສະໝັບສະໜຸນເງິນກູ້ດອກເບັ້ຍຕໍ່າຈາກ ສ ເກົາຫຼີ ໂດຍໂຄງການແມ່ນເລີ່ມແຕ່ບ້ານວັດນາກ ເມືອງສີສັດຕະນາກ ຫາ ຫາດດອກແກ້ວ ເມືອງຫາດຊາຍຟອງ ປັດຈຸບັນປະຕິບັດໄດ້ 14%.

      ຈາກນັ້ນ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ໃຫ້ກຽດໂອ້ລົມ  ແລະ ມີຄໍາເຫັນຊີ້ນໍາບາງບັນຫາໃຫ້ບັນດາຂະແໜງຂອງ ຍທຂນວ ສຸມໃສ່ປະຕິບັດໃຫ້ບັນລຸເປົ້າໝາຍ ເປັນຕົ້ນ ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການລົງທຶນພື້ນຖານໂຄ່ງລ່າງຂອງລັດ ແລະ ໂຄງການທຶນສົມທົບ ລວມທັງໂຄງການທືນຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດໃຫ້ສໍາເລັດຕາມແຜນການ ປົກປັກຮັກສາ ອະນາໄມທາງຫຼວງ ທາງຫຼັກ ທາງຮ່ອມ ແລະ ເສັ້ນທາງທີ່ຖືກຜົນກະທົບຈາກນໍ້າຖ້ວມ ນໍ້າຂັງໃນຕົວເມືອງ ແລະ ຊານເມືອງ ສືບຕໍ່ປະຕິບັດໂຄງການລະດັບຊາດ ໂດຍສະເພາະ ໂຄງການວຽງຈັນສີຂຽວ ວຽງຈັນສະອາດ ໂຄງການປ້ອງກັນອຸທົກກະໄພແມ່ນໍ້າງື່ມ ແມ່ນໍ້າຂອງ ໂຄງການປ້ອງກັນຄູກັນແມ່ນໍ້າຂອງໄລຍະ2 ໂຄງການອອກແບບສ້າງຄູປ້ອງກັນນໍ້າຖ້ວມ ແລະ ພັດທະນາ 2 ຟາກແມ່ນໍ້າງື່ມ ພ້ອມນີ້ ກໍຕ້ອງເອົາໃຈໃສ່ຕິດຕາມ ກວດກາ ບັນດາກິດຈະກໍາຂອງໂຄງການແຕ່ລະໄລຍະ ແລະ ລາຍງານໃຫ້ຂັນເທີງຮັບຊາບຢ່າງເປັນປົກກະຕິ ເອົາໃຈໃສ່ແກ້ໄຂບັນຫາສິ່ງແວດລ້ອມ ບັນຫານໍ້າເປື້ອນ ການກຳຈັດຂີ້ເຫຍື້ອ ການຈູດເຜົາ ແກ້ໄຂບັນຫາມົນລະພິດຈາກພາຫະນະ ການປ້ອງກັນຕາຝັ່ງເຈື່ອນ ການສະຫງວນໜອງນໍ້າບຶງທຳມະຊາດ ລວມເຖິງການສ້າງອ່າງເກັບນໍ້າ ເພື່ອແກ້ໄຂໄພແຫ້ງແລ້ງ ແລະ ອື່ນໆ.

error: Content is protected !!