ໄຊທານີ ເຜີຍແຜ່ກົດໝາຍວ່າດ້ວຍທະບຽນຄອບຄົວ ແລະ ບັນດານິຕິກຳລຸ່ມກົດໝາຍ

    ຫ້ອງການພາຍໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍທະບຽນຄອບຄົວ ແລະ ບັນດານິຕິກຳລຸ່ມກົດໝາຍ ໃຫ້ແກ່ອົງການປົກຄອງບ້ານທົ່ວເມືອງ ວັນທີ 16 ພະຈິກ 2022 ທີ່ເມືອງດັ່ງກ່າວ ເປັນປະທານໂດຍທ່ານ ໜູກີ ສີຫາລາດ ຮັກສາການເລຂາພັກເມືອງ ທ່ານ ສອນມະນີ ວັນນະສີ ຮອງຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ ມີທ່ານຫົວໜ້າຫ້ອງການອ້ອມຂ້າງເມືອງ ອົງການປົກຄອງບ້ານ 104 ບ້ານ ພາຍໃນເມືອງເຂົ້າຮ່ວມ

    ກອງປະຊຸມ ທ່ານ ນາງ ພູວຽງ ທຳມະວົງ ຄະນະພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງ ໄດ້ຂຶ້ນເຜີຍແຜ່ກົດໝາຍ ສະບັບເລກທີ 44/ສພຊ ລົງວັນທີ 14 ມິຖຸນາ 2018 ວ່າດ້ວຍທະບຽນຄອບຄົວ ສະບັບປັບປຸງ ວ່າ: ກົດໝາຍສະບັບນີ້ ມີຈຸດປະສົງກຳນົດຫຼັກການ ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງຄຸ້ມຄອງ ຕິດຕາມ ກວດກາ ວຽກງານທະບຽນຄອບຄົວ ເພື່ອໃຫ້ມີຄວາມຊັດເຈນ ຖືກຕ້ອງ ແລະ ສະໜອງຂໍ້ມູນທີ່ເປັນລະບົບຮອບດ້ານ ແລະ ຄົບຖ້ວນ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ຮັບປະກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຂອບເຂດການນຳໃຊ້ກົດໝາຍສະບັບນີ້ ແມ່ນນຳໃຊ້ສຳລັບພົນລະເມືອງລາວ ຄົນຕ່າງດ້າວ ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດທີ່ອາໄສ ຫຼືດຳລົງຊີວິດຢູ່ ສປປ ລາວ ແລະ ພົນລະເມືອງລາວທີ່ອາໄສ ຫຼືດຳລົງຊີວິດຢູ່ຕ່າງປະເທດ

    ປະເພດການຈົດທະບຽນຄອບຄົວ 14 ປະເພດຄື:

  1. ການເກີດ
  2. ການຈົດທະບຽນແຕ່ງດອງ
  3. ການຈົດທະບຽນການຢາຮ້າງ
  4. ການຈົດທະບຽນການປ່ຽນຊື່ ຫຼື ນາມສະກຸນ
  5. ການຈົດທະບຽນປ່ຽນສັນຊາດ
  6. ການຈົດທະບຽນການເສຍຊີວິດ
  7. ການຈົດທະບຽນ
  8. ການຍົກຍ້າຍ
  9. ການຈົດທະບຽນ ສຳມະໂນຄົວ
  10. ການຈົດທະບຽນ ບັດປະຈຳຕົວ
  11. ການຈົດທະບຽນ ການພັກເຊົາຊົ່ວຄາວ
  12. ການຈົດທະບຽນ ການແຕ່ງຕັ້ງຜູ້ປົກຄອງ
  13. ການຈົດທະບຽນ ການເອົາເດັກເປັນລູກລຽ້ງ
  14. ການຈົດທະບຽນ ການຮັບຮູ້ການເປັນພໍ່ຫຼືແມ່ ແລະ ການຈົດທະບຽນການຫາຍສາບສູນ

    ກົດໝາຍສະບັບນີ້ມີທັງໝົດ VIII ພາກມີ 70 ມາດຕາ

     ນອກນີ້ກອງປະຊຸມຍັງໄດ້ຄົ້ນຄວ້າຮ່າງກົດລະບຽບຂອງບ້ານ ແລະ ຮ່າງຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການເກັບຄ່າບໍລິການເຊັນຜ່ານເອກະສານຂັ້ນບ້ານພາຍໃນເມືອງໄຊທານີ ຕື່ມອີກ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!