ໄຂກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວຄັ້ງທີ 2 ສະໄໝທີ VIII

    ກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ 2 ສະໄໝທີ VIII ໄດ້ຈັດຂຶ້ນໃນວັນທີ 15 ພະຈິກ 2022 ທີ່ສູນອົບຮົມແມ່ຍິງລາວ ເປັນປະທານ ແລະ ກ່າວໄຂກອງປະຊຸມຂອງ ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໂດຍການເປັນກຽດເຂົ້າຮ່ວມ ແລະ ໂອ້ລົມຂອງທ່ານນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ມີຮອງປະທານສູນກາງສະຫະພັນແມ່ຍິງລາວ ປະທານ-ຮອງປະທານ ສະຫະພັນແມ່ຍິງບັນດາກະຊວງ ອົງການ ແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

    ກອງປະຊຸມໃນຄັ້ງນີ້ ຈັດເພື່ອສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານຂອງສະຫະພັນແມ່ຍິງລາວໃນໄລຍະ 9 ເດືອນ ຄາດຄະເນ 3 ເດືອນທ້າຍປີ 2022 ແລະ ກໍານົດທິດທາງແຜນການເຄື່ອນໄຫວປະຈໍາປີ 2023 ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມວິສາມັນຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີ (2021-2025) 10 ແຜນງານ 65 ໂຄງການ 3 ແຜນດໍາເນີນງານແຫ່ງຊາດ ແລະ ແຜນຈຸດສຸມ (2021-2023) ເພື່ອຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທຸກຂອດວຽກງານຂອງສະຫະພັນແມ່ຍິງແຕ່ລະຂັ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເຊິ່ງເປັນຜົນງານໃນປີທໍາອິດຂອງການຜັນຂະຫຍາຍ ແລະ ປະຕິບັດໜ້າທີ່ການເມືອງຂອງ ສສຍລ ສະໄໝທີ VIII ກອງປະຊຸມຍັງຈະໄດ້ພ້ອມກັນປຶກສາຫາລື ວຽກງານກໍ່ສ້າງພະນັກງານນໍາພາເພດຍິງ ເພື່ອກະກຽມໃຫ້ແກ່ກອງປະຊຸມ 3 ຂັ້ນ ແລະ ວຽກງານປິ່ນອ້ອມອື່ນໆ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!