ຄູ-ອາຈານເມືອງຈັນທະບູລີ ເຊື່ອມຊຶມມະຕິ 04/ຄບສພ ແລະ ຂໍ້ຕົກລົງ 6074/ສສກ

    ຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມ ເຊື່ອມຊຶມ ມະຕິ 04/ຄບສພ ລົງວັນທີ 30 ກັນຍາ 2021 ແລະ ຂໍ້ຕົກລົງວ່າດ້ວຍຈັນຍາບັນ ຂໍ້ຫ້າມ ແລະ ການລົງວິໄນຕໍ່ຄູ ບຸຄະລາກອນຂະແໜງການສຶກສາທິການ ແລະ ກີລາ ສະບັບເລກທີ 6074/ສສກ ວັນທີ 29 ທັນວາ 2021 ຂຶ້ນທີ່ໂຮງຮຽນມັດທະຍົມສຶກສາສົມບູນ ບໍ່ນາງົວ ໃນວັນທີ 15 ພະຈິກ 2022 ໂດຍມີທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານ ດວງຕາ ສຸລິວົງ ເຈົ້າ ເມືອງຈັນທະບູລີ ພ້ອມດ້ວຍທ່ານ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງ ຄະນະຜູ້ບໍລິຫານການສຶກສາ ຜູ້ອຳນວຍການໂຮງຮຽນ ພະນັກງານຄູ-ອາຈານ ພາຍໃນເມືອງເຂົ້າຮ່ວມ.    

    ໂອກາດນີ້ ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ໄດ້ລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລັດຖະກອນປະຈຳປີ 2021-2022 ໂດຍຫຍໍ້ ປັດຈຸບັນ ຫ້ອງ ການສຶກສາທິການ ແລະ ກີລາ ໄດ້ຄຸ້ມຄອງພະນັກງານທັງພາກລັດ ແລະ ເອກະຊົນ ມີພະນັກງານບໍລີຫານ ຫ້ອງການ 35 ຄົນ ຍິງ 19 ຄົນ ຄູສອນພາກລັດ 221 ຄົນ ຍິງ 168 ຄົນ ຄູສອນພາກເອກະຊົນ 876 ຄົນ ຍິງ 623 ຄົນ ລວມທັງໝົດ 1.137 ຄົນ ຍິງ 841 ຄົນ.

    ການພັດທະນາກໍ່ສ້າງ ໄດ້ສົ່ງຄູໄປຍົກລະດັບວິຊາສະເພາະຢູ່ຕ່າງປະເທດ 2 ຄົນ ຍິງ 1 ຄົນ ຍົກລະ ດັບທິດສະດີພາຍໃນປະເທດ ຊັ້ນສູງ 3 ຄົນ ຊັ້ນຕົ້ນ 24 ຄົນ ຍິງ 7 ຄົນ ຍົກລະດັບວິຊາສະເພາະພາຍໃນປະເທດ ຊັ້ນສູງ ສາຍອະນຸບານ 14 ຄົນ ຍິງ 14 ຄົນ ຊັ້ນສູງ ສາຍປະຖົມ 12 ຄົນ ຍິງ 9 ຄົນ ສາຍມັດທະຍົມ 3 ຄົນ ຍິງ 1 ຄົນ ຄຽງຄູ່ກັບການບຳລຸງກໍ່ສ້າງຢູ່ພາຍໃນ ແລະ ຕ່າງປະເທດ ຍັງໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານບ້ານ ຢ່າງຕໍ່ເນື່ອງໃນຂະບວນການຕົວຈິງ ເຮັດໃຫ້ພະນັກງານມີປະສົບການ ແລະ ມີຄວາມຮູ້ຄວາມສາມາດເພີ່ມຂຶ້ນ ພ້ອມທັງປະຕິບັດນະໂຍບາຍ ແລະ ສະຫວັດດີການຕ່າງໆຕໍ່ພະນັກ ງານລັດຖະກອນ ແລະ ຍ້ອງຍໍສັນເສີນຜູ້ທີ່ມີຜົນ ງານດີເດັ່ນ ຕາມເງື່ອນໄຂ ແລະ ຄວາມເປັນຈິງ ລວມມີການຍ້ອງຍໍຂອງເຈົ້າເມືອງຈຳນວນ 160 ຄົນ ຂັ້ນພະແນກສຶກສາ 87 ຄົນ ແລະ ຂັ້ນຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ຈຳນວນ 168 ຄົນ.

    ໃນກອງປະຊຸມດັ່ງກ່າວ ທ່ານຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ຍັງໄດ້ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍຈັນຍາບັນ ຂໍ້ຫ້າມ ແລະ ການລົງວິໄນຕໍ່ຄູ ບຸຄະລາກອນຂະແໜງການສຶກສາທິການ ແລະ ກີລາ  ສະບັບເລກທີ 6074/ສສກ ວັນທີ 29 ທັນວາ 2021 ແລະ ທ່ານເຈົ້າເມືອງຈັນທະບູລີ ເຜີຍແຜ່ມະຕິວ່າ ດ້ວຍເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນ ຢາງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກ ງານ ສະບັບເລກທີ 04/ຄບສພ ລົງວັນທີ 30 ກັນຍາ 2021 ທັງນີ້ກໍເພື່ອເຮັດໃຫ້ຜູ້ບໍລິຫານການສຶກສາ ຄູອາ ຈານທົ່ວເມືອງ ໄດ້ຮັບຮູ້ ເຊື່ອມຊຶມ ເຂົ້າໃຈຢ່າງເລິກເຊິ່ງ ພ້ອມກັນຈັດຕັ້ງຜັນຂະຫຍາຍເຂົ້າສູ່ໜ້າທີ່ວຽກງານ ຢ່າງຖືກຕ້ອງ ສອດຄ່ອງ ແລະ ມີປະສິດທິຜົນ.

error: Content is protected !!