ຮ່ວມຊ່ວຍເຫຼືອຕ້ານໄພໜາວຢູ່ແຂວງພາກເໜືອ

    ກະຊວງສຶກສາທິການ ແລະ ກີລາ (ສສກ) ສູນກາງແນວລາວສ້າງຊາດ (ສນຊ) ສະຫະພັນກິລາແລ່ນ-ລານຄົນພິການແຫ່ງຊາດ ຈິດອາສາສະມາຄົມມັງກອນທອງ ແລະ ຄອບຄົວ ຢາທໍ່ຕູ້ ໄດ້ເດີນທາງນໍາເຄື່ອງໄປຊ່ວຍເຫຼືອຕ້ານໄພໜາວຢູ່ 2 ເມືອງຂອງແຂວງຫົວພັນ ຄື: ເມືອງແອດ ແລະ ເມືອງຫົວເມືອງ ໃນລະຫວ່າງວັນທີ 10-11 ພະຈິກ 2022 ຜ່ານມາ ນຳໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີກະຊວງ ສສກ ຮອງປະທານແນວລາວສ້າງຊາດ ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງ ສສກ ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນກິລາແລ່ນ-ລານຄົນພິການແຫ່ງຊາດ ເຊິ່ງໃຫ້ການຕ້ອນຮັບຂອງທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຫົວພັນ ພ້ອມດ້ວຍຄະນະ ເຈົ້າເມືອງ-ຮອງເຈົ້າເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ 2 ເມືອງ ຄະນະອຳນວຍການໂຮງຮຽນ ແລະ ນັກຮຽນເຂົ້າຮ່ວມ.

    ສະເພາະເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ ອຸປະກອນການສຶກສາ ອຸປະກອນກີລາ ເຄື່ອງນຸ່ງຫົ່ມອາຫານແຫ້ງ ເປັນຕົ້ນແມ່ນ ໝີ່ ປ່ອງປາ ເຂົ້າໜົມ ເກີບ ຖົງມື ຖົງຕີນ ແລະ ເຄື່ອງໃຊ້ທີ່ຈຳເປັນຕ່າງໆການນໍາເຄື່ອງໄປຊ່ວຍເຫຼືອໃນຄັ້ງນີ້ ແມ່ນເພື່ອປະກອບສ່ວນຊ່ວຍເຫຼືອພໍ່ແມ່ພີ່ນ້ອງ ແລະ ນັກຮຽນທຸກຍາກຂາດເຂີນ ຖືກໄພພິບັດທາງທໍາມະຊາດຢູ່ແຂວງຫົວພັນ ເປັນຕົ້ນແມ່ນບັນດາໂຮງຮຽນ ແລະ ກຸ່ມບ້ານຢູ່ເມືອງແອດ ແລະ ເມືອງຫົວເມືອງ ເຄື່ອງດັ່ງກ່າວນີ້ ແມ່ນເປັນການລະດົມທຶນຂອງສະຫະພັນກິລາແລ່ນ-ລານຄົນພິການແຫ່ງຊາດລາວ ຈິດອາສາສະມາຄົມມັງກອນທອງ ຄອບຄົວ ຢາທໍ່ຕູ້ ສູນກາງແນວລາວສ້າງຊາດ ແລະ ກະຊວງ ສສກ.

error: Content is protected !!