ສົນທະນາ 4 ບັນຫາຫຼັກການບໍລິການດ້ານການເງິນທີ່ມີຄວາມຮັບປິດຊອບ ທາງດ້ານສັງຄົມ

    ສະມາຄົມການເງິນຈຸລະພາກລາວ (ສມກຈ) ຮ່ວມມືກັບທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍການສະໜັບສະໜູນຈາກອົງການ ADA ຂອງປະເທດລຸກຊໍາບວກ ຈັດກອງປະຊຸມຂອງຂະແໜງການເງິນຈຸລະພາກລາວ ປະຈໍາປີ ການເຂົ້າເຖິງການບໍລິການດ້ານການເງິນໃນ ສປປ ລາວ ປະຈຳປີ 2022 ພາຍ ໃຕ້ຫົວຂໍ້: ກ້າວສູ່ອະ ນາຄົດທີ່ມີຄວາມສະເໝີພາບ ແລະ ມີຄວາມຍືນຍົງ ຮັບປະກັນໃຫ້ມີຮູບແບບການສະໜອງການບໍລິການ ດ້ານການເງິນທີ່ມີຄວາມຮັບຜິດຊອບທາງດ້ານສັງຄົມ ແລະ ມີຄວາມໜ້າເຊື່ອຖື ໃນວັນທີ 15 ພະຈິກ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພູຂົງ ຈັນທະຈັກ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທ່ານ ສົມພອນ ສີແສງລັດ ປະທານສະພາບໍລິຫານ ສມກຈ ພ້ອມດ້ວຍຜູ້ຕາງໜ້າຈາກພາກລັດ ແລະ ເອກະຊົນ ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສົມພອນ ສີແສງລັດ ໄດ້ກ່າວວ່າ: ກອງປະຊຸມຂອງຂະແໜງການເງິນຈຸລະພາກລາວ ປະຈໍາປີນີ້  ຈະໄດ້ເນັ້ນໜັກໃຫ້ຂະແໜງການ ປຶກສາຫາລືກ່ຽວກັບຄຸນນະພາບ ແລະ ຄວາມໜ້າເຊື່ອຖືຂອງການບໍລິຫານການດໍາເນີນງານທາງດ້ານການເງິນ ແລະ ສັງຄົມ ພ້ອມທັງການລາຍງານຜົນຂອງການດໍາເນີນງານທັງສອງດ້ານ ທີ່ກ່ຽວຂ້ອງກັບຄວາມສະເໝີພາບ ແລະ ຄວາມຍືນຍົງໃນໃນອະນາຄົດ ຂະແໜງການບໍ່ພຽງແຕ່ຕ້ອງການສະຖາບັນການເງິນທີ່ເຂັ້ມແຂງທາງດ້ານການເງິນເທົ່ານັ້ນ ແຕ່ຍັງຕ້ອງການສະຖາບັນທີ່ມີຄວາມໂປ່ງໃສ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ ຄວາມນິຍົມໃນການນໍາໃຊ້ເຕັກໂນໂລຢີທາງດ້ານການເງິນ ຄວບຄູ່ໄປກັບຜົນກະທົບທີ່ເດັ່ນຊັດ ແລະ ການຮູ້ສຶກເຖິງຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ນໍາເອົາໂອກາດ ແລະ  ໄພຂົ່ມຂູ່ ຂະແໜງການເຮັດວຽກເພື່ອກໍານົດການດໍາເນີນການທີ່ເໝາະສົມເພື່ອໃຊ້ປະໂຫຍດຈາກໂອກາດທີ່ພົ້ນເດັ່ນຂຶ້ນເຊັ່ນ: ການເງິນສີຂຽວ ແລະ ການບໍລິການທາງດ້ານການເງິນດິຈິຕອນເພື່ອຊອກຫາວິທີແກ້ໄຂທີ່ຈະຊ່ວຍໃຫ້ລູກຄ້າ ຈຸນລະວິສາຫະກິດ ວິສະຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໃຫ້ມີຄວາມສ່ຽງໜ້ອຍ ພາຍໃຕ້ຫົວຂໍ້ໃນປີນີ້ແມ່ນຈະເນັ້ນໜັກເຖິງ “ ກ້າວສູ່ອະນາຄົດທີ່ມີຄວາມສະເຫມີພາບ ແລະ ມີຄວາມຍືນຍົງ ຮັບປະກັນໃຫ້ມີຮູບແບບການສະໜອງການບໍລິການດ້ານການເງິນທີ່ມີຄວາມຮັບຜິດຊອບທາງດ້ານສັງຄົມ ແລະ ມີຄວາມໜ້າເຊື່ອຖື” ເຊິ່ງຈະນໍາເອົາບັນດາຜູ້ຊ່ຽວຊານ ຜູ້ຈັດຕັ້ງປະຕິບັດ ແລະ ບັນດາກະຊວງຕ່າງໆຂອງລັດ ລວມເຖິງບັນດາຜູ້ຄຸ້ມຄອງ ເພື່ອກໍານົດການ ປະຕິບັດ ທີ່ ແນ່ໃສ່ການໃຫ້ບໍລິການທາງການເງິນ ທີ່ມີຄວາມສະເໝີພາບ ແລະ ມີຄວາມຍືນຍົງ.

    ກອງປະຊຸມຄັ້ງນີ້ ຈະໄດ້ຍົກ 4 ບັນຫາໃຫຍ່ ເພື່ອເປີດເວທີສົນທະນາກັນ ຄື:

  1. ແນວທາງການປະຕິບັດທີ່ດີ ກ່ຽວກັບ ຄຸນນະພາບ ແລະ ຄວາມໜ້າເຊື່ອຖືຂອງການລາຍງານ: ການຕິດຕາມຕົວຊີ້ວັດ ຂອງການບໍລິຫານງານ ແລະ ຜົນຂອງການດໍາເນີນງານ ທາງດ້ານການເງິນ ແລະ ສັງຄົມ
  2. ຜົນສໍາເລັດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການສະໜັບສະໜູນລູກຄ້າ ໂດຍສະເພາະ ຈຸນລະວິສະຫະກິດວິສະຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເພື່ອປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດ ພາຍຫຼັງ COVID-19 ສະຖານະການຫຼັງ Covid-19 ບັນຫາທີ
  3. ທ່າອຽງ ແລະ ແນວທາງການປະຕິບັດ ໃນປັດຈຸບັນ: ການລິເລີ່ມ ການດໍາເນີນງານຂອງ ສມກຈ ກ່ຽວກັບການເງິນສີຂຽວ ການເງິນກະສິກໍາ ແລະ ການເງິນ ເພື່ອສົ່ງເສີມ MSMEs ແລະ ບັນຫາທີ
  4. ການເງິນດິຈິຕອນ ມີການເຊື່ອມໂຍງແນວໃດກັບການເງິນສີຂຽວ ໃນເວທີສົນທະນານີ້ ຈະໄດ້ນໍາວິທີການນໍາໃຊ້ເຕັກໂນໂລຊີດິຈິຕອນ ທາງດ້ານການເງິນເພື່ອເຂົ້າເຖິງກຸ່ມທີ່ມີຄວາມສ່ຽງໃນບ້ານຫ່າງໄກສອກຫຼີກ ສາມາດມີບົດບາດໃນການເຮັດໃຫ້ຄົວເຮືອນຮັບມືກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ.
error: Content is protected !!