ຖອດຖອນບົດຮຽນກ່ຽວກັບວຽກງານເຝົ້າລະວັງ ແລະ ຄວບຄຸມການລະບາດພະຍາດໄຂ້ຍຸງລາຍ

ຖອດຖອນບົດຮຽນກ່ຽວກັບວຽກງານເຝົ້າລະວັງ ແລະ ຄວບຄຸມການລະບາດພະຍາດໄຂ້ຍຸງລາຍ

    ກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກງານເຝົ້າລະວັງ ກັນ ແລະ ຄວບຄຸມການລະບາດ ພະຍາດໄຂ້ຍຸງລາຍ ປີ 2022 ແລະ ວາງທິດທາງແຜນການ ປີ 2023 ຈັດຂຶ້ນວັນທີ 14 ພະຈິກ 2022 ທີ່ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າພະແນກສາທາລະນະສຸກ ເຈົ້າເມືອງ ຮອງເຈົ້າເມືອງ ຜູ້ຕາງໜ້າຈາກກົມ ສູນ ໂຮງໝໍສູນກາງພະແນກການ ຫົວໜ້າຫ້ອງການສາທາລະນະສຸກ 9 ຕົວເມືອງ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນກ່ຽວຂ້ອງ ນອກນີ້ຍັງມີພະແນກສາທາລະນະສຸກແຂວງເຂົ້າຮ່ວມຜ່ານລະບົບອອນລາຍ.

    ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ວຽກງານສາທາລະນະສຸກ ຫຼື ວຽກງານກ່ຽວກັບການຮັກສາສຸຂະພາບ ໂດຍສະເພາະ ການມີສ່ວນຮ່ວມໃນວຽກງານຕ້ານໄຂ້ຍຸງລາຍ ເຊິ່ງການຈັດຕັ້ງປະຕິບັດຕົວຈິງໄດ້ພົບຄວາມຫຍຸ້ງຍາກພໍສົມຄວນ ຍ້ອນວ່າປະຊາຊົນລາວ ເວົ້າລວມ ເວົ້າສະເພາະ ຊາວ ນວ ສ່ວນຫຼາຍຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການມີສ່ວນຮ່ວມ ແລະ ເປັນເຈົ້າການຕ້ານພະຍາດໄຂ້ຍຸງລາຍ ສະເພາະປີ 2022 ອາທິດທີ 1-44 ທົ່ວປະເທດມີ 29.903 ກໍລະນີ ເສຍຊີວິດ 22 ກໍລະນີ ໃນນີ້ ນວ ມີກໍລະນີຄົນເຈັບສູງກ່ອນໝູ່ເປັນອັນດັບ 1 ມີ 14.777 ກໍລະນີ ເສຍຊີວິດ 6 ກໍລະນີ ອັດຕາຄວາມຮຸນແຮງມີ 0,04% ເມືອງທີ່ມີຕົວເລກການລາຍງານສູງກ່ວາໝູ່ແມ່ນ ເມືອງໄຊທານີ ມີ 3.853 ກໍລະນີ ເສຍຊີວິດ 2 ກໍລະນີ ຮອງລົງມາເມືອງໄຊເສດຖາ 3.139 ກໍລະນີ ເສຍຊີວິດ 1 ກໍລະນີ ສີໂຄດຕະບອງ 2.240 ກໍລະນີ ເສຍຊີວິດ 1 ກໍລະນີ ຈັນທະບູລີ 1.627 ກໍລະນີ ເສຍຊີວິດ 2 ກໍລະນີ ສີສັດຕະນາກ 1.532 ກໍລະນີ ຫາດຊາຍຟອງ 1.257 ກໍລະນີ ນາຊາຍທອງ 861 ກໍລະນີ ປາກງື່ມ 163 ກໍລະນີ ແລະ ເມືອງສັງທອງ 105 ກໍລະນີ ແຕ່ທາງກັບກັນ ເມື່ອທຽບໃສ່ປະຊາກອນເມືອງໄຊເສດຖາ ມີອັດຕາເຈັບເປັນສູງກວ່າໝູ່ ກວມເອົາ 2,64% ຮອງລົງມາແມ່ນເມືອງສີສັດຕະນາກ 2,57% ແລະ ເມືອງຈັນທະບູລີ 2,36% ຕາມລໍາດັບ.

    ທ່ານ ບຸນແຝງ ພູມມະໄລສິດ ມີຄໍາເຫັນຕື່ມວ່າ: ມາຮອດປັດຈຸບັນ ພະຍາດໄຂ້ຍຸງລາຍຍັງບໍ່ທັນມີວັກຊີນປ້ອງກັນ ຫຼື ຢາປິ່ນປົວພະຍາດຄືພະຍາດໂຄວິດ-19 ດັ່ງນັ້ນ ມາດຕະການທີ່ສຳຄັນໃນການຄວບຄຸມໄຂ້ຍຸງລາຍທີ່ມີປະສິດຕິພາບສູງ ກໍຄືການຫັນເອົາສັງຄົມ ແລະ ບໍ່ໃຊ້ງົບປະມານ ແມ່ນການທໍາລາຍແຫຼ່ງເພາະພັນຍຸງ ໂດຍເປັນເຈົ້າການຂອງທຸກຄົນ ຄອບຄົວ ໃນການປະຕິບັດຫຼັກການ 5 ປ ດ້ວຍຕົນເອງ ເຊິ່ງຂະແໜງສາທາລະນະສຸກເປັນຜູ້ໃຫ້ການສະໜັບສະໜູນດ້ານເຕັກນິກໃຫ້ ແຕ່ການລົງມືປະຕິບັດຕົວຈິງ ກໍຕ້ອງແມ່ນພາລະໜ້າທີ່ຂອງທຸກຄົນໃນຄອບຄົວ ຕ້ອງເປັນເຈົ້າການປະຕິບັດດ້ວຍຕົນເອງ ເພາະວ່າຍຸງລາຍເກີດ ແລະ ແພ່ພັນຢູ່ນໍາເຮືອນ ສະນັ້ນ ທຸກພາກສ່ວນໃນສັງຄົມ ໃຫ້ອົງການປົກຄອງທຸກຂັ້ນ ບັນດາພະແນກການອ້ອມຂ້າງ ນວ ຖືເອົາວຽກງານນີ້ເປັນວຽກງານບູລິມະສິດ ແລະ ເຊື່ອໝັ້ນວ່າຈະສາມາດເອົາຊະນະໄຂ້ຍຸງລາຍໄດ້ຢ່າງແນະນອນ ໂດຍການປະຕິບັດ 5 ປ. ນອກນີ້ ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບໄຂ້ຍຸງລາຍຢູ່ພາກພື້ນ ແລະ ສາກົນ ສະພາບໄຂ້ຍຸງລາຍທົ່ວປະເທດໃນປີ 2022 ແລະ ແຜນການປີ 2023 ມາດຕະການຈັດຕັ້ງປະຕິບັດກ່ຽວກັບວຽກງານເຝົ້າລະວັງ ກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍປີ 2022 ແລະ ແຜນໃນປີ 2023 ກິດຈະກໍາຄວບຄຸມພະຍາດໄຂ້ຍຸງລາຍປີ 2022 ແລະ ສົນທະນາບັນຫາສິ່ງທ້າທາຍ ແລະ ທິດທາງຕໍ່ໜ້າ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!